ໄທເສຍເງິນ ຫລາຍຕື້ດອນລາ ນຳໂຄງການ ຈຳນຳເຂົ້າ (ວີດີໂອ ຮຽນພາສາອັງກິດ)

ຊາວນາຄົນນຶ່ງ ກຳລັງເຮັດວຽກຢູ່ໃນນາຂອງລາວ ທີ່ຈັງຫວັດ ນະຄອນສະຫວັນ.

ທ່ານ​ນາງ​ຍິ່ງລັກ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີ​ໄທ ຍັງ​ຢູ່
​ພາຍ​ໃຕ້​ການ​ກວດ​ສອບ​ທາງ​ດ້ານ​ກົດໝາຍໃນ​ຂໍ້​ຫາ​ທີ່ບໍ່​ສາມາດ
ຢຸດຢັ້ງ ​ການສູນເສຍຫຼືລຸບທຶນຂະໜານ​ໃຫຍ່ ​ແລະ​ການ​ສໍ້​ລາດ
​ບັງ​ຫຼວງ​ໃນການ​ໃຫ້ການ​ສະໜັບສະໜຸນຂຶ້ນລາຄາ​ເຂົ້າທີ່​ເປັນ​ບັນ
ຫາ​ໂຕ້​ແຍ້​ງກັນ​ນັ້ນ. ສິງ​ຈະ​ນຳເອົາ​ລາຍ​ງານ​ກ່ຽວ​ກັບ​ເລືອ​ງນີ້​ ຈາກ
ນາຍ Ron Corben ຜູ້​ສື່ ຂ່າວ​ວີ​ໂອ​ເອທີ່​ບາງກອກ ທີ່​ວ່າ ກະຊວງ
​ການ​ເງິນ​ໄທ ກະ​ປະມານ​ວ່າ ປະ​ເທດຊາດ​ໄດ້​ໃຊ້​ຈ່າຍ​ເງິນ​ຈຳ
ນວນ​ຫຼາຍ​ກວ່າ 21 ຕື້​ດອນ​ລາ​ ເພື່ອ​ສະໜັບສະໜຸນ ໂຄງການ
ຂຶ້ນລາຄາເຂົ້າ ​ໂດຍ​ລັດຖະບານ​ຕ່າງໆໃນ​ຮອບ​ນຶ່ງ​ທົດ​ສະ​ວັດ
ຜ່ານ​ມາ​ນີ້ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານເລື້ອງໄທ ເສຍເງິນຢ່າງຫຼວງຫຼາຍ ນຳໂຄງການຈຳນຳເຂົ້າ


ແຜນການສະໜັບສະໜຸນລາຄາເຂົ້າຫຼືຈຳນຳເຂົ້າ ທີ່ໄດ້ຮັບການ ໜຸນຫຼັງຈາກລັດຖະບານ ທີ່ລິເລີ້ມຂຶ້ນໂດຍອະດີດນາຍົກລັດຖະມົນຕີໄທ ທ່ານນາງຍິ້ງລັກ ຊິນນະວັດ ແລະພັກເພື່ອ
ໄທຂອງທ່ານນາງ ໄດ້ພິສູດ ໃຫ້ເຫັນວ່າເປັນໄຊຊະນະໃນການເລືອກຕັ້ງ ໃນການປ່ອນ
ບັດແຫ່ງຊາດ ໃນປີ 2011 ນັ້ນ.

ແຜນການດັ່ງກ່າວ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ພວກກະສິກອນປູກເຂົ້າວ່າ ຈະໃຫ້ລາຄາທີ່
ແນ່ນອນຕາຍໂຕ ແລະສູງກວ່າລາຄາໃນທ້ອງຕະຫຼາດ ສຳລັບເຂົ້າຂອງເຂົາເຈົ້າ. ບັນດາ
ເຈົ້າໜ້າທີ່ຫວັງວ່າ ຈະອຳນວຍໃຫ້ພວກເຂົາເຈົ້າສາມາດຄວບຄຸມການສົ່ງອອກເຂົ້າຂອງ
ປະເທດໄດ້ຫຼາຍຂຶ້ນແລະເສີມຄວາມເຂັ້ມແຂງ ໃຫ້ແກ່ທ່າທີຂອງໄທ ໃນຖານະເປັນປະ ເທດທີ່ສົ່ງອອກເຂົ້າ ລາຍໃຫຍ່ທີ່ສຸດຂອງໂລກ.

ແຕ່ພວກປະເທດ ທີ່ປູກເຂົ້າໃນພາກພື້ນ ເຊັ່ນ ອິນເດຍ ຫວຽດນາມ ແລະມຽນມາ ເພີ້ມ
ຜົນເກັບກ່ຽວຂອງເຂົາເຈົ້າ ແລະສົ່ງເຂົ້າອອກໄປຂາຍຫຼາຍຂຶ້ນໃນຕະຫຼາດທີ່ເປີດກວ້າງ ໂດຍສາມາດຄວາມຮຽກຮ້ອງ ຕ້ອງການເຂົ້າ ໄດ້ດີຂຶ້ນກວ່າໃນອະດີດທີ່ຜ່ານມາຫຼາຍປີ.

ການກະທຳເຊັ່ນນີ້ ເຮັດໃຫ້ເຂົ້າໄທຂາຍບໍ່ອອກແລະການໃຊ້ຈ່າຍເງິນໃຫ້ພວກກະສິກອນ
ປູກເຂົ້າລ້າຊ້າໄປ. ລັດຖະບານໄດ້ເລີ້ມເກັບສະ ສົມເຂົ້າທີ່ບໍ່ໄດ້ຂາຍນັ້ນໄວ້ໃນສາງ ຊຶ່ງປັດ
ຈຸບັນນີ້ ທາງການກະປະມານ ວ່າ ມີເຂົ້າທີ່ບໍ່ໄດ້ຂາຍ ປະມານ 19 ລ້ານໂຕນ.

ທ່ານວິໂຣດ ນະ ຣະນອງ ນັກ​ເສດຖະສາດ ປະຈຳ​ສະ​ຖາ​ບັນ​ຄົ້ນຄວ້າການ​ພັດທະນາໄທ
ທີ່​ເປັນ​ສະ​ຖາ​ບັນ​ອິດ​ສະລະ ກ່າວ​ວ່າ ການ​ສູນ​ເສຍທີ່​ກະຊວງ​ການ​ເງິນ​ກະ​ປະມານ​ກັນ​ນີ້
ສາມາດ​ເພີ້​ມຂຶ້ນ​ໄດ້ ຂະນະ​ທີ່​ລັດຖະບານ​ທະຫານ​ກຳນົດ​ທີ່ຈະພະຍາຍາມ​ສະ​ສາງ​ ກອງ​ເຂົ້າ​ທີ່ໃຫຍ່​ໂຕ​ນີ້​ ໃຫ້​ໝົດ​ໄປ.

“ຄວາມ​ຈິງ​ແລ້ວ ສິ່ງ​ທີ່​ບໍ່​ດີ​ນີ້ ບໍ່​ແມ່ນ​ແຕ່​ລັດຖະບານພັກ​ເພື່ອ​ໄທ​ເທົ່າ​ນັ້ນ ​ທີ່​ບໍ່​
ສາມາດຂາຍ​ເຂົ້າຂອງ​ຕົນ​ໄດ້ ​ແຕ່​ຄວາມ​ຄາດໝາຍ​ຂອງ​ຂ້າພະເຈົ້າກໍ​ແມ່ນ​ວ່າ ​
ເຂົ້າ​ສ່ວນ​ຫຼາຍ ​ຈະ​ກອງ​ກັນ​ຢູ່​ນີ້​ຕື່ມ​ອີກເປັນ​ເວລາ​ດົນ​ນານ ກ່ອນທີ່ພວກ​ທະຫານ​
ຈະ​ສາມາດ​ເຮັດ​ຫຍັງ​ໄດ້​ກັບ​ເຂົ້າ​ຈຳນວນນີ້.”

ກະຊວງ​ການ​ເງິນ​ໄທ ກະ​ປະມານ​ວ່າ ການ​ລຸບທຶນ​ຈາກ​ໂຄງການ​ຂາຍ​ເຂົ້າ​ພາຍ​ໃຕ້​ນາຍົກ​ລັດຖະມົນຕີ​ຍິ່ງລັກ ຊິນນະ​ວັດ ທັງ​ໝົດ​ແມ່ນ​ຫຼາຍ​ກວ່າ 16 ຕື້​ດອນ​ລາ. ກະຊວງ​ການ​ເງິນ​ກ່າວ​ວ່າທັງ​ໝົດ​ນີ້ ​ແມ່ນ​ຄ້າຍຄື​ກັນ​ກັບ​ໂຄງການ​ທີ່​ເລີ້ມ​ຂຶ້ນ​ໃນ​ປີ 2004 ທີ່​ພາ​ໃຫ້​ເສຍ​ເງິນ
​ທັງ​ໝົດ 21 ຕື້​ດອນ​ລາ​ນັ້ນ.

ພວກ​ທີ່​ຕຳ​ໜິຕິຕຽນ​ໂຄງການ​ເຂົ້າ​ນີ້ ກ່າວ​ວ່າ ​ໂຄງການ​ດັ່ງກ່າວ​ໄດ້​ສູນເສຍ​ເງິນ​ໄປ​ຢ່າງ​ຫຼວງ​ຫຼາຍ​ເຊັ່ນ​ກັນ​ນຳ​ການ​ສໍ້​ລາດ​ບັງ​ຫຼວງ. ພວກສະມາ​ຊິກ​ພັກ​ທ່ານ​ນາງ​ຍິ້ງລັກ ພາກັນ​ຢືນ​ຢັດ​ວ່າ ພວກ​ທີ່​ໄດ້​ຮັບ​ຜົນ​ກຳ​ໄລ ທີ່​ສຳຄັນ​ນັ້ນ ​ແມ່ນ​ພວກ​ກະສິກອນ​ປູກ​ເຂົ້າ​ໄທ.

​ແຕ່​ພັກ​ປະຊາທິປັດ​ຝ່າ​ຍຄ້ານ ​ໄດ້​ພິມ​ເຜີຍ​ແຜ່​ລາຍ​ງານຢ່າງ​ລະອຽດ​ ​ກ່ຽວ​ກັບ​ໂຄງການ​ເຂົ້າ​ນີ້ ​ໂດຍ​ອີງ​ໃສ່​ຂ່າວ​ຂໍ້​ມູນ​ທີ່​ໄດ້​ຮັບ​ຈາກ​ພວກ​ຂ້າ​ລາດຊະ​ການ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ກະ
ຊວງ​ທະບວງ​ກົມ​ຕ່າງໆ​ຂອງ​ລັດຖະບານ ​ແລະ​ພວກ​ທະນາຄານ​ລັດ​ວິ​ສາ​ຫະກິດ​ຕ່າງໆ.

ທ່ານ Warong Dechgitvigrom ສະມາຊິກ​ພັກ​ປະຊາທິປັດ ກ່າວ​ວ່າ ການ​ສໍ້​ລາດ​ບັງ​ຫຼວງ​ຕ້ອງ​ມີ​ການ​ພົວພັນ​ນຳ​ຂອງ​ພວກ​ໂຮງສີ​ເຂົ້າ ພວກ​ທະນາຄານ​ທີ່​ລັດ​ເປັນ​ເຈົ້າ​ຂອງ ຕະຫຼອດ​ທັງ​ພວກ​ເຈົ້າ​ໜ້າ​ທີ່​ສຳຫລວດ ທີ່​ສົ່ງ​ໄປ​ກວດກາ​ເບິ່ງ​ຄຸນ​ນະພາ​ບຂອງ​ເຂົ້າ​ນັ້ນ​ນຳ. ການ​ຂາຍ​ເຂົ້າ​ອອກ ຕ່າງປະ​ເທດ ອີງ​ຕາມ​ພື້ນ​ຖານລະຫວ່າງ​ລັດຖະບານ​ຫາ​ລັດຖະບານກໍ​ຍັງ​ເປັນ​ບັນຫາ​ຄື​ກັນ.

ທ່ານ​ວາຣົງ ກ່າວ​ວ່າ “ ຜູ້​ສຳຫຼວດລາຄາກໍ​ສໍ້​ລາດ​ບັງ​ຫຼວງ​ຄື​ກັນ. ດ້ວຍ​ເຫດ​ນີ້​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບບໍ່​ດີ ​ເຂົ້າ​ສີ​ເຫຼືອງ ຫຼື​ເຂົ້າ​ທີ່​ມາ​ຈາກ​ກຳປູ​ເຈຍ ຫຼື​ມຽນມາ ​ໄດ້​ຖືກ​ສົ່ງ​ໄປ​ໄວ້​ໃນ​ສາງ​ເກັບ​ເຂົ້າ ​ແລະ​ໃນ​ທີ່​ສຸດ​ ເວລາ​ລັດຖະບານ​ຂາຍ​ເຂົ້າ ​ເຂົາ​ເຈົ້າ​ກໍ​ສໍ້​ລາດ​ບັງ​ຫຼວງ​ເຊັ່ນ​ກັນ​ ລະຫວ່າງ​ລັດຖະບານ​ຕໍ່​ລັດຖະບານ​ນັ້ນ ຊຶ່ງ​ເປັນ​ເລື້ອງປອມ​ແປງ ມັນ​ບໍ່​ແມ່ນ​ຂອງ​ຈິງ.”

ທ່ານ​ນາງຍິ້ງລັກ ທີ່​ເປັນ​ປະທານ​ຄະນະ​ກຳມະການ​ກຳກັບ​ດູ​ແລ​ໂຄງ ການ​ຈຳນຳ​ເຂົ້າ ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ຕ່າງໆ ຖານລະເລີຍ​ຫຼື​ບໍ່​ເອົາ​ໃຈ​ໃສ່ຕໍ່ໜ້າທີ່ ​ແລະ​ມີ​ໝາຍກຳນົດທີ່​ຈະ​ໄປ​ປາກົດ​ໂຕ​ຢູ່​ໃນ​ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 28 ພະຈິກ​ນີ້. ຖ້າ​ທ່ານ​ນາງ​ຖືກ​ຟ້ອງ​ຮ້ອງ​ຢ່າງ​ເປັນ​ທາງ​ການ ທ່ານ​ນາງຈະຖືກ​ຫ້າມບໍ່​ໃຫ້​ຫຼິ້ນ​ການ​ເມືອງ​ເປັນ​ເວລາ 5 ປີ.

ທ່ານ​ວິ​ໂຣດ ນັກ​ເສດຖະສາດ​ກ່າວ​ວ່າ ການ​ເຄື່ອນ​ໄຫວ ​ຂອງຄະນະ​ກຳມະການ​ປາບ​ການ
​ສໍ້​ລາດ​ບັງ​ຫຼວງ​ແຫ່ງ​ຊາດ​ ທີ່ແນ​ເປົ້າ​ໝາຍ​ໃສ່ອະດີດ​ນາຍົກລັດຖະມົນຕີຍິ່ງລັກ ປາກົດ​ວ່າ
“​ເປັນ​ເລື້ອງ​ການ​ເມືອງ” ທີ່ອີງ​ໃສ່​ຂໍ້​ກ່າວ​ຫາ​ທີ່​ອ່ອນ​ແອ​ຂອງ​ຕຳ​ແໜ່​ງຂອງ​ທ່ານ​ນາງ ​ໃນ
ຖານະ​ເປັນ​ປະທານ​ຂອງ​ໂຄງການຈຳນຳເຂົ້າ​ແຫ່ງ​ຊາດ ທີ່​ທ່ານ​ນາງ​ຄວນ​ຈະ​ເປັນຜູ້​ຮັບ
ຜິດຊອບ​ນັ້ນ.

​ແຕ່​ທ່ານ Warong Dechgitvigrom ຈາກ​ພັກ​ປະຊາທິປັດ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ທາງ​ດ້ານ​ກົດໝາຍ​ຕໍ່​ທ່ານ​ນາງ​ຍິ້ງລັກ ສາມາດ​ບັນລຸ​ຜົນສຳ​ເລັດ​ໄດ້ ຍ້ອນວ່າ ພາກສ່ວນ​ນຶ່ງ​ກໍ​ເພາະວ່າ ພວກ​ກະສິກອນ​ປູກ​ເຂົ້າ​ຫຼາຍ​ຄົນ ​ເກີດ​ໂມ​ໂຫ​ໂທ​ໂສ ຍ້ອນການຊັກ​ຊ້າ​ໃນ​ການ
​ໃຊ້​ຈ່າຍ​ເງິນ​ໃຫ້ພວກ​ເຂົາ​ເຈົ້າ​ນັ້ນ.

ທ່ານ​ວາຣົງ ກ່າວ​ວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ ການ​ຟ້ອງ​ຮ້ອງ​ຈະ​ປະສົບ​ກັບ​ຜົນສຳ​ເລັດ ​
ແລະ​ສານ​ອາຍາ​ສູງ​ສຸດ ​ໃນ​ທີ່​ສຸດ ຂ້າພະ​ເຈົ້າ​ເຊື່ອ​ວ່າ ຈະປະສົບ​ຜົນສຳ​ເລັດ​ເຊັ່ນ​ກັນ.
ທັງ​ສອງ​ທາງ ຜູ້​ທຸກ​ຈະ​ເຫັນ​ດີ​ນຳ​ສານ​ນັກ​ການ​ເມືອງ​ຕ້ອງ​ຮັບຜິດຊອບ ສຳລັບ​ການ​
ສໍ້​ລາດ​ບັງ​ຫຼວງ ​ແລະ​ກ່ຽວ​ກັບການ​ຟ້ອງ​ຮ້ອງ ​ແລະ​ພຶດຕິ​ກຳ​ດ້ານ​ອາຍາ​ຕ່າງໆ.”

ພວກ​ເອກກະຊົນທີ່ສົ່ງເຂົ້າ​ອອກໄປຂາຍຕ່າງປະເທດ ຍັງ​ຄົງ​ມີ​ຄວາມ​ໝັ້ນ​ໃຈ​ຢູ່​ວ່າ ​ໄທຈະ​ຟື້ນໂຕ​ຄືນ ​ໃນຖານະທີ່ເປັນ​ປະ​ເທດສົ່ງ​ອອກ​ເຂົ້າ​ຫຼາຍ​ທີ່​ສຸດ​ຂອງໂລກ​ ໃນ​ປີ​ຕໍ່ໜ້າ​ນີ້.

ພວກ​ຫົວໜ້າ​ບໍລິຫານ​ອຸດສາຫະກຳ​ເຂົ້າ ທຳນາຍ​ວ່າ ​ໄທ​ຈະ​ສົ່ງ​ເຂົ້າອອກ​ໄປ​ຂາຍ​ໃນ​ຕ່າງ
ປະ​ເທດ​ໃນ​ປະລິມານ 10 ຫາ 12 ລ້ານໂຕນ​ໃນ​ປີ 2014 ນີ້ ພ້ອມໆ​ກັບ​ອິນ​ເດຍ ​ໃນ​ປະລິ
ມານ 10 ລ້ານໂຕນ​ນັ້ນ.

ເບິ່ງວີດີໂອ ຂອງພະແນກຮຽນພາສາອັງກິດ ກ່ຽວກັບໂຄງການຈຳນຳເຂົ້າ ຂອງໄທ: