ເຈົ້າໜ້າທີ່ໄທ ສົ່ງອົບພະຍົບ ໂຣຮິງຢາ ໃຫ້ແກ່ ກຸ່ມຄ້າມະນຸດ

ລູກ ແລະເມຍ ອົບພະຍົບ ໂຣຮິງຢາ ມຸສລິມ ຢ້ຽມຜົວຢູ່ຄຸກ Medan ພາກເໜືອຂອງເກາະ Sumatra ໃນອິນໂດເນເຊຍ.

ການ​ສືບສວນ​ຂອງອົງການ​ຂ່າວ​ຣອຍ​ເຕີ້ ກ່າວ​ວ່າ ​ບັນດາເຈົ້າ​ໜ້າ
​ທີ່​ໄທ​ ໄດ້​ອະນຸຍາດ​ແບບ​ລັບໆ ​ໃຫ້ນຳເອົາພວກ​ອົບ​ພະຍົບມຸສລິ​ມ
ຊາວ​ໂຣຮິງຢາ ໄປປະໄວ້ ໃຫ້ພວກ​ຄ້າ​ມະນຸດ ກັກ​ເຂົາ​ເຈົ້າ​ໄວ້​ເພື່ອ​
ຮຽກຄ່າ​ໄຖ່ ພາຍ​ໃຕ້​ສະພາບໂຫດຮ້າຍທາ​ລຸນ.

ລາຍ​ງານ​ຂອງອົງການ​ຂ່າວ Reuter ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່
ກວດ​ຄົນ​ເຂົ້າ​ເມືອງຂອງ​ໄທມັກ​ຈະພາກັນ​ສົມ​ຄົບ​ຄິດກັນ​ເລື້ອຍໆ​
ໃນນະ​ໂຍບາຍຕໍ່​ຊາວໂຣຮິງ​ຢາທີ່​ໄດ້ພາກັນຫລົບໜີຈາກຄວາມ
​ວຸ້ນວາຍ ​ແລະກາ​ນປະ​ຫັດ​ປະຫານທາງ​ດ້ານ​ສາສະໜາໃນມຽນ
ມາຊຶ່ງ​ເປັນ​ປະ​ເທດ​ເພື່ອ​ນບ້ານ.

ລາຍ​ງານ​ກ່າວ​ວ່າ ອົບ​ພະຍົບຫລາຍ​ຄົນ ​ໄດ້ຖືກບອກ​ໂດຍບັນດາ​ເຈົ້າ​ໜ້າ​ທີ່​ວ່າ ​ເຂົາ​ເຈົ້າຈະ ໄດ້​ຖືກສົ່ງ​ກັບຄືນໄປມຽນມາ. ຫຼັງ​ຈາກ​ເຂົາ​ເຈົ້າ​ ໄດ້​ອອກ​ສູ່​ທະ​ເລ​ແລ້ວ ​ເຂົາ​ເຈົ້າຈຶ່ງ​ຮູ້ສຶກ​ວ່າ ​ເຂົາ​ເຈົ້າ​ໄດ້​ຖືກ​ຂາຍ ​ໃຫ້ແກ່ພວກຄ້າ​ມະ​ນຸດ.

ບັນດາ​ຜູ້​ລອດ​ຊີວິດມາ​ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຖືກ​ສົ່ງ​ໄປ​ຢູ່​ສູນ​ຕ່າງໆ ຕາມ​ຊາຍແດນ​ສອກ
ຫລີກ​ຂອງໄທ ກັບ​ມາ​ເລ​ເຊຍ. ຫລາຍ​ຄົນກ່າວ​ວ່າ​ໄດ້​ຖືກ​ທຸບ​ຕີ ​ແລະ​ຈໍານວນ​ນຶ່ງ​ໄດ້​ຖືກ​ສັງ
ຫານກໍ​ມີ. ​ເຂົາ​ເຈົ້າ​ຈະໄດ້​ຮັບ​ອະນຸຍາດ​ໃຫ້​ໜີ​ອອກ​ໄປຈາກ ສູນ​ເຫຼົ່ານີ້ ກໍ​ຕໍ່​ເມື່ອຍາດຕິ​ພີ່
ນ້ອງ​ຂອງ​ເຂົາ​ເຈົ້າ ຈ່າຍ​ເງິນ​ຄ່າ​ໄຖ່​ເປັນ​ຈໍານວນ​ຫລາຍ​ພັນ​ໂດ​ລາ.

ບັນດາ​ເຈົ້າ​ໜ້າ​ທີ່​ໄ​ທກ່າວ​ຕໍ່ ອົງການ​ຂ່າວ Reuter ວ່າ ​ເຂົາ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ສູນ​ເຫລົ່າ​ນີ້
​ແຕ່​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຫຍັງ​ໝົດ​ໃນ​ປັດຈຸ​ບັນ​ນີ້​ເ​ພື່ອທໍາ​ການ​ສືບສວນ​. ​ເຂົາ​ເຈົ້າ​ຍັງ
​ຮັບ​ຮູ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄທ ​ເທົ່າ​ທີ່​ຜ່ານ​ມາ ​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກການ​ປະຕິບັດ​ງານ
ລັກ​ລອບ​ຮຽກ​ຄ່າ​ໄຖ່​ຊາວ​ໂຣຮິງ​ຢາ.