ຊາວໂຣຮິງຢາຫລົບໜີອອກມາ ຈາກມຽນມາແລະ ບັງກລາເທດ ຫລາຍພັນຄົນໃນແຕ່ລະປີ.

  • ທອງປານ ເທບວົງສາ

ຊາວອົພຍົບໂຣຮິງຢາ ຈໍານວນ 129 ຄົນ ທີ່ພວກເຈົ້າໜ້າທີ່ ອິນໂດເນເຊຍ ໄດ້ຊ່ວຍກູ້ໄພ ໃນກາງທະເລ, ວັນທີ 16 ກຸມພາ 2011.

ກຸ່ມສິດທິມະນຸດລະດັບນໍາໜ້າກຸ່ມນຶ່ງກ່າວວ່າ ມີເຮືອຫລາຍ​ຮອດສິບລໍາ ທີ່ບັນທຸກພວກອົບ ພະຍົບຊາວໂຣຮິງຢາ ​ໄດ້ອອກ​ເດີນທາງຈາກປະເທດບັງກລາເທດ ເມື່ອບໍ່ເທົ່າໃນອາທິດຜ່ານ ມານີ້ ໂດຍຫວັງວ່າຈະໄປຮອດໄປເຖິງຫລາຍໆປະເທດ ໃນຂົງເຂດເອເຊຍຕາເວັນອອກສຽງ​ ໃຕ້. ຜູ້ສື່ຂ່າວວີໂອເອ Ron Corben ລາຍງານ​ມາຈາກ ບາງກອກວ່າ ບັນດາກຸ່ມປົກ​ປ້ອງ ສິດທິ ແລະສະມາຄົມທະນາຍຄວາມຂອງໄທ ກໍາລັງພາກັນຮຽກຮ້ອງໃຫ້ມີການພິທັກປົກປ້ອງ ທາງດ້ານກົດໝາຍແລະ​ໃຫ້ການຊ່ວຍເຫລືອ ແກ່ພວກຊາວອົບພະຍົບຊາວໂຣຮິງຢາ ຫລາຍ ກວ່າເກົ່າ. ທອງປານ ມີລາຍລະອຽດຂອງເລຶ່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຊາວໂຣຮິງຢາຈາກລັດ Arakan ຂອງມຽນມາ ແລະຈາກ
ບັງກລາເທດ ພາກັນຫລົບໜີອອກ​ມາ​ເປັນຈໍານວນຫລາຍ
ພັນຄົນໃນແຕ່ລະປີ ເພື່ອໜີການປະຫັດປະຫານກົດຂີ່ຂົ່ມ
ເຫງໃນມຽນມາ ແລະຄວາມທຸກຈົນ ໃນປະເທດບັງກລາ ເທດນັ້ນ.

ມີຊາວໂຣຮິງຢາຫລາຍກວ່າ 25,000 ຄົນ ອາໃສຢູ່ໃນ
ບັງກລາເທດໃນສູນ​ອົບພະຍົບ ທີ່ກໍາກັບດູແລໂດຍຫ້ອງ
ການ​ຂ້າ​ຫລວງ​ໃຫຍ່​ຝ່າຍ​ດູ​ແລຜູ້ອົບພະຍົບຂອງອົງການ ສະຫະປະຊາຊາດ

ແຕ່ກໍຍັງມີອີກ 200,000 ຄົນທີ່ອາໃສຢູ່ໃນສະພາບເປື້ອນ
ເປີ​ະຢູ່ໃນສູນ​ອົບ​ພະຍົບຫລາຍໆ​ແຫ່ງ ໂດຍບໍ່​ໄດ້​ຮັບການ
ຊ່ວຍເຫລືອໃດໆ​ເລີຍ. ຢູ່​ໃກ້ໆກັນນັ້ນ ກໍຄື​ໃນລັດ Arakan
ຂອງມຽນມານັ້ນ ພວກກຸ່ມສິດທິກ່າວວ່າ ຊາວໂຣຮິງຢາ ທີ່
ເປັນປະຊາຄົມຊາວມຸສລິມ ແມ່ນປະເຊີນກັບການກົດ​ຂີ່​ຂົ່ມ ເຫັງໂດຍລັດຖະບານທະຫານມຽນມາ ຢູ່ຕະຫລອດມາ.

ທຸກໆປີ ຫລັງຈາກລະດູຝົນມໍ​ລະ​ສຸມ ຊາວໂຣຮິງຢາຈໍານວນຫລາຍໆຄົນ ພາກັນຈ່າຍເງິນ
ຈ້າງພວກລັກລອກຂົນສົ່ງ ໃຫ້ພາພວກເຂົາເຈົ້າຂີ່ເຮືອ ມຸ້ງໜ້າໄປສູ່ຂົງເຂດເອເຊຍຕາເວັນ
ອອກສຽງ​ໃຕ້ ບ່ອນທີ່ພວກເຂົ້າເຈົ້າຫວັງວ່າ ຈະ​ໄດ້​ພົບ​ກັບຊີວິດທີ່ດີຂື້ນ.

ປີນີ້ກໍຄື​ກັນ ບໍ່ມີ​ການຍົກເວັ້ນໃດໆ.

ກຸ່ມສິ້ງຊອມດ້ານສິດທິມະນຸດ ຫລື Human Rights Watch ກ່າວວ່າ ມີເຮືອຂົນສົ່ງເຖິງ
10 ລໍາ ທີ່ເລີ່ມແລ່ນອອກມາ ໃນບໍ່​ເທົ່າ​ໃດອາທິດຜ່ານມານີ້. ​ໃນ​ອາທິດ​ແລ້ວ​ນີ້ ຕໍາຫລວດ
ນໍ້າອິນໂດເນເຊຍໄດ້ກູ້ໄພ ພວກຊາວໂຣຮິງຢາ ຈໍານວນ 129 ຄົນທີ່ລອຍລໍາຢູ່ໜ້ານໍ້າ ເປັນ
ເວລາຫລາຍມື້ ຫລັງຈາກເຄຶ່ອງຈັກເຮືອຂອງເຂົາເຈົ້າເພ.

ທ່ານ Phil Robertson ຮອງຜູ້ອໍານວຍການພາກພື້ນເອເຊຍຂອງກຸ່ມສິດທິມະນຸດ HRW
ກ່າວວ່າ ມີເຮືອຢ່າງໜ້ອຍສາມລໍາ ທີ່​ໄດ້​ໄປຮອດແລະ​ເຂົ້າຈອດ ຝັ່ງ ຢູ່ເຂດພາກໃຕ້ຂອງໄທ ທີ່ບັນທຸກຊາວໂຣຮິງຢາຫລາຍກວ່າ 220 ຄົນ. ທ່ານໂຣບິນສັນ ກ່າວວ່າ:

ພວກຊາວອົພຍົບທີ່ເດີນທາງ​ໄປເຖິງຝັ່ງທະເລ ຂອງໄທນັ້ນ ຄວນຈະໄດ້ຮັບການ
ຕ້ອນຮັບ​ແລະເບິ່ງແຍງ​ເປັນ​ຢ່າງ​ດີ. ຂ້າພະເຈົ້າຢາກເວົ້າຕື່ມວ່າ ນອກ​ນີ້​ແລ້ວ ກໍຍັງ
ມີຄວາມເປັນຫ່ວງອັນໃຫຍ່ຫລວງອີກວ່າ ຍັງມີເຮືອອີກຫລາຍລໍາຢູ່ກາງທະເລ.
ສະ​ນັ້ນ ມັນກໍບໍ່ເປັນທີ່ແຈ້ງຂາວວ່າ ກອງທັບເຮືອຂອງໄທ ຈະສະກັດເຮືອອີກລໍານຶ່ງ
ຫລື​ບໍ່ ແລະພວກເຂົາເຈົ້າຈະຈັດການຢ່າງໃດ ກັບ​ເຮືອ​ລໍາ​ນັ້ນ ຄືພວກເຮົາ​ໄດ້​ຮັບ​
ແຈ້ງ​ມາວ່າ ມີເຮືອ ຈໍານວນລະຫວ່າງ 9 ຫາ 10 ລໍາ ທີ່​ໄດ້ແລ່ນອອກຈາກບັງ
ກລາເທດ ມຸ້ງໜ້າມາທາງຂົງເຂດນີ້.”

ໃນອະດີດຜ່ານມາ ກອງທັບເຮືອຂອງໄທຖືກຕໍາໜິຕິຕຽນວ່າ ໄດ້ບັງຄັບເຮືອບັນທຸກພວກໂຣ
ຮິງຢາ ກັບຄືນອອກສູ່ທະເລ.

ຊາວໂຣຮິງຢາ ພັກຜ່ອນຢູ່ສູນກັກກັນຊົ່ວ ຄາວ ຫລັງຈາກໄດ້ຖືກເຈົ້າໜ້າທີອິນໂດ ເນເຊຍ ຊ່ວຍຊີວິດໄວ້ ຈາກກາງທະເລ.

ເມື່ອຕົ້ນ​ເດືອນນີ້ ພວກເຈົ້າໜ້າທີ່ອິນເດຍໄດ້
ຊ່ວຍກູ້ໄພຊາວໂຣຮິງຢາ 91 ຄົນໃນເຂດທະ
ເລອັນດາມັນ ຊຶ່ງລາຍງານ​ເວົ້າ​ວ່າມີຫລາຍຄົນ
ຢູ່​ໃນ​ສະພາບອຶດຫິວແລະຂາດນໍ້າ. ພວກຊາວ
ອົບພະຍົບອ້າງວ່າ ພວກເຂົາເຈົ້າ​ໄດ້​ຖືກກອງ
ທັບເຮືອຂອງໄທ ບັງຄັບໃສສົ່ງເຮືອຂອງເຂົາ
ເຈົ້າກັບຄືນອອກໄປກາງທະເລ. ກຸ່ມສິ້ງຊອມ
ສິດທິມະນຸດ HRW ກ່າວວ່າ ການສຶກສາສໍາ
ຫລວດຂອງຕົນ​ໄດ້ສະໜັບສະໜຸນການອ້າງ ອິງຂອງພວກອົບ​ພະຍົບ.

ແຕ່ພວກເຈົ້າໜ້າທີ່ໄທໄດ້ບອກອົງການສະຫະ
ປະຊາຊາດວ່າ ພວກ​ຕົນ​ບໍ່ໄດ້ປະຕິບັດຢ່າງບໍ່
ຖືກບໍ່ຕ້ອງ ຕໍ່ພວກຊາວໂຣຮິງຢາ​ແຕ່​ຢ່າງ​ໃດ.
ລັດຖະມົນຕີຕ່າງປະເທດຂອງໄທກ່າວວ່າ
ຊາວໂຣຮິງຢາອ້າງວ່າ ພວກເຂົາເຈົ້າເປັນຊາວມຽນມາ ແລະພວກເຈົ້າໜ້າທີ່ໄທກໍໄດ້ສົ່ງເຂົາ
ເຈົ້າກັບ​ຄືນ​ໄປ ທີ່ດ່ານຂ້າມຊາຍແດນໃນຈັງຫວັດຣະນອງ. ກະຊວງຕ່າງປະເທດ​ໄທກ່າວ​ວ່າ
ຕົນບໍ່ຮູ້ເລີຍວ່າພວກອົບ​ພະຍົບ​ເຫລົ່ານັ້ນເດີນທາງໂດຍວິທີໃດ ຫລັງຈາກອອກຈາກດິນໄທ​ ໄປແລ້ວນັ້ນ.

ເວລາ​ນີ້ ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງໄທກໍາລັງກັກຕົວຊາວໂຣຮິງຢາ​ໄວ້ ຈໍານວນ
135 ຄົນ ໂຮມທັງເດັກນ້ອຍຈໍານວນ​ນຶ່ງ ທີ່ເດີນທາງມາເຖິງຝັ່ງທະເລພາກໃຕ້ຂອງໄທ ໂດຍ ເຮືອສອງລໍາ.

ສະມາຄົມທະນາຍຄວາມຂອງໄທກ່າວວ່າ ສິດທິທາງກົດໝາຍຂອງຊາວໂຣຮິງຢານັ້ນ ແມ່ນ
ຈໍາ​ເປັນຕ້ອງຖືກຮັບຮູ້ ແລະພວກເຂົາເຈົ້າບໍ່ຄວນຈະຖືກສົ່ງກັບຄືນໄປໂດຍອັດຕະໂນມັດ.
ນາຍສຸຣະພົງ ຄອງຈັນທຶກ ປະທານອະນຸກໍາມະການດ້ານພວກຊົນເຜົ່ານ້ອຍແລະພວກຄົນ
ງານຊາວຕ່າງດ້າວຂອງສະມາຄົມທະນາຍຄວາມໄທ ກ່າວວ່າ ກໍລະນີຂອງພວກອົບ​ພະຍົບ
ເຫລົ່ານີ້ ຄວນຈະຜ່ານຂະບວນການຕຸລາການ.

ນາຍສຸຣະພົງ​ເວົ້າວ່າ ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງໄທ ແມ່ນ​ໄດ້ລະ​ເມີດກົດໝາຍ
ໃນການບັງຄັບໃສສົ່ງພວກຊາວຕ່າງດ້າວເຫລົ່ານີ້ ກັບຄືນບ້ານນັ້ນ. ລາວກ່າວຕໍ່ໄປວ່າ ຖ້າ
ຫາກວ່າພວກເຂົາເຈົ້າເຂົ້າມາໄທ ຢ່າງຜິດກົດໝາຍ​ແທ້ແລ້ວ ພວກເຈົ້າໜ້າທີ່ກວດຄົນເຂົ້າ
ເມືອງຂອງໄທ ກໍຕ້ອງໄດ້ເອົາບາດກ້າວດໍາເນີນການຢ່າງຖືກຕ້ອງເໝາະສົມ ໂດຍຕິດຕໍ່ໄປຍັງ
ປະເທດເດີມຂອງພວກເຂົາເຈົ້າ ເຊັ່ນບັງກລາເທດນັ້ນ.

ສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫລື​ອາ​ຊ່ຽນ ໄດ້ຈັດຕັ້ງ ອັນ​ທີ່ເອີ່​ນວ່າ ຂັ້ນ
ຕອນບາຫລີ ຂື້ນມາ ຊຶ່ງເປັນກົນໄກສໍາລັບໃຫ້ພວກປະເທດໃນຂົງເຂດນໍາ​ໃຊ້ ​ເພື່ອແກ້ໄຂບັນ
ຫາການຄ້າ​ແລະລັກລອບຂົນສົ່ງມະນຸດ. ແຕ່ພວກກຸ່ມສິດທິກ່າວວ່າ ຂັ້ນ​ຕອນ​ທີ່​ວ່າ​ນັ້ນ ແມ່ນ
ບໍ່ໄດ້ສ້າງຄວາມກ້າວໜ້າໃດໆ​ເລີຍ ​ໃນ​ການ​ຊ່ວຍຜ່ອນເບົາຊະຕາກໍາຂອງພວກກຸ່ມຄົນ ເຊັ່ນ ຊາວໂຣຮິງຢານັ້ນ.