ມືປືນ ຍິງ ພວກປະທ້ວງ 7 ຄົນ ບາດເຈັບ ຢູ່ທີ່ ບາງກອກ (ວີດີໂອ)

ທ່ານສຸເທບ ເທືອກສຸບັນ (ກາງ) ຜູ້ນຳໃນການປະທ້ວງ ຕໍ່ຕ້ານລັດຖະບານ ກ່າວຄຳປາໄສ ເນື່ອງໃນໂອກາດ ພິທີສະຫຼອງ ວັນເດັກຂອງໄທ ທີ່ອະນຸສາວະລີ ປະຊາທິປະໄຕ (11 ມັງກອນ 2014)

ເຈົ້າໜ້າທີ່ໃນນະຄອນຫຼວງຂອງໄທ ກ່າວວ່າ ມີຜູ້ຊາຍຢ່າງໜ້ອຍ
7 ຄົນໄດ້ຮັບບາດເຈັບໃນການໂຈມຕີພວກປະທ້ວງຕໍ່ຕ້ານລັດຖະ
ບານ 2 ຄັ້ງ.

ຕຳຫຼວດກ່າວວ່າ ການໂຈມຕີຄັ້ງນຶ່ງນັ້ນ ຢູ່ທີ່ບາງກອກ ແມ່ນມີຂຶ້ນ
ໃນຕອນເຊົ້າໆຂອງວັນເສົາມື້ນີ້ຊຶ່ງເຮັດໃຫ້ພວກຜູ້ຊາຍ 2 ຄົນໄດ້
ຮັບບາດເຈັບ. ການໂຈມຕີ ອີກຄັ້ງນຶ່ງ ໃນບໍ່ເທົ່າໃດຊົ່ວໂມງ ຕໍ່ມາ
ເຮັດໃຫ້ພວກຜູ້ຊາຍອີກ 5 ຄົນບາດເຈັບ. ເຈົ້າໜ້າທີ່ເວົ້າວ່າ ຢ່າງ
ໜ້ອຍ ນຶ່ງໃນພວກທີ່ໄດ້ຮັບບາດເຈັບນັ້ນ ແມ່ນຍາມຮັກສາຄວາມ ສະຫງົບຂອງພວກປະທ້ວງ.

ພວກປະທ້ວງ ທີ່ນຳໂດຍອະດີດຮອງນາຍົກລັດຖະມົນຕີຂອງໄທ ທ່ານສຸເທບ ເທືອກສຸບັນ ແມ່ນມີຈຸດປະສົງທີ່ຈະເຮັດໃຫ້ນະຄອນຫຼວງຂອງໄທເປັນອຳມະພາດໃນມື້ວັນຈັນຈະມານີ້ ດ້ວຍການໂຮມຊຸມນຸມປະທ້ວງ ຂະໜາດໃຫຍ່ ທີ່ຈະຕັນທາງຫຼວງເຂົ້າອອກ ສາຍສຳຄັນໆ ແລະຂັດຂວາງ ບໍ່ໃຫ້ໂຮງການຕ່າງໆຂອງລັດຖະບານເຮັດວຽກໄດ້.

ນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດ ໄດ້ຍຸບສະພາ ຮຽກໃຫ້ມີການເລືອກຕັ້ງ ກ່ອນກຳນົດ ແລະສະເໜີໃຫ້ສ້າງຕັ້ງສະພາປະຕິຮູບແຫ່ງຊາດຂຶ້ນ ເພື່ອເປັນຊ່ອງທາງແກ້ໄຂວິກິດການ ທາງດ້ານການເມືອງທີ່ໄດ້ດຳເນີນມາເປັນເວລາຫຼາຍເດືອນແລ້ວນັ້ນ.

ແຕ່ພວກຝ່າຍຄ້ານກ່າວວ່າ ການດຳເນີນການເຫຼົ່ານີ້ແມ່ນບໍ່ພຽງພໍໂດຍເວົ້າວ່າ ການປະຕິ ຮູບຕ້ອງມີຂຶ້ນກ່ອນການເລືອກຕັ້ງ ໃນວັນທີ 2 ກຸມພາ ຊຶ່ງພວກນັກວິເຄາະເວົ້າວ່າ ພັກລັດ ຖະບານຂອງນາຍົກລັດຖະມົນຕີຍິ່ງລັກ ມີທ່າທາງວ່າຈະເປັນຜູ້ໄດ້ຮັບໄຊຊະນະ. ພວກປະ ທ້ວງເບິ່ງທ່ານນາງຍິ່ງລັກວ່າ ເປັນຫຸ່ນຂອງອ້າຍທ່ານນາງ ຄືອະດີດນາຍົກລັດຖະມົນຕີທັກ ສິນ ຊິນນະວັດນັ້ນເອງ.

ທ່ານທັກສິນ ນັກທຸລະກິດພັນລ້ານ ໄດ້ຖືກໂຄ່ນລົ້ມ ລົງຈາກອຳນາດ ໃນການກໍ່ລັດຖະປະ ຫານຂອງພວກທະຫານໃນປີ 2006. ທ່ານໄດ້ຖືກພົບເຫັນວ່າມີຄວາມຜິດໃນຖານສໍ້ລາດ ບັງຫຼວງ ແລະເວລານີ້ລີ້ໄພຢູ່ໃນຕ່າງປະເທດ.