ລັດຖະບານໄທທີ່ສະໜັບສະໜຸນທະຫານ ມີສິ່ງທີ່ເຮັດໃຫ້ຢ້ານກົວພຽງໜ້ອຍດຽວ ໃນໄລຍະນີ້ ທີ່ມາຈາກການປ່ຽນວິທີຂອງພັກຝ່າຍຄ້ານທີ່ນຳໜ້າໝູ່ ທີ່ຮຽກເອີ້ນໃຫ້ຜູ້ສະໜັບສະໜຸນພັກດັ່ງກ່າວຫລາຍພັນຄົນລົງໄປໂຮມຊຸມນຸມຢູ່ຖະໜົນ ສາຍຕ່າງໆ ໃນວັນທ້າຍສັບປະດາ ເພື່ອຮຽກຮ້ອງໃຫ້ມີການປະຕິຮູບແບບມີປະຊາທິປະໄຕ, ອີງຕາມຄຳເວົ້າຂອງນັກວິເຄາະເຫດການ. ແຕ່ວ່າ ສະພາບການນັ້ນ ອາດຈະພາໃຫ້ເກີດຄວາມປ່ຽນແປງໄດ້ ຖ້າຫາກມີການທັບມ້າງຂອງລັດຖະບານ ຕໍ່ພວກຕຳໜິລັດຖະບານເລີ້ມຕົ້ນຂຶ້ນ, ຊຶ່ງບາງຄົນໃນນັນໄດ້ເຕືອນວ່າ ທະນາຄານແຫ່ງຊາດຂອງໄທ ໄດ້ຈຳກັດການຄາດຄະເນໃນດ້ານການຂະຫຍາຍໂຕດ້ານຜະລິດຕະພັນພາຍໃນຫລື GDP ຂອງຕົນສຳລັບປີ 2020 ຈາກເມື່ອກ່ອນ 3.3 ເປີເຊັນ ມາເປັນ 2.8 ເປີເຊັນແລ້ວ ໃນຕົ້ນອາທິດນີ້.
ໃນວັນເສົາແລ້ວນີ້ ໄດ້ມີການໂຮມຊຸມນຸມ ຢູ່ໃນເຂດຍ່ານການຄ້າຂອງບາງກອກ ຊຶ່ງພວກເຂົ້າຮ່ວມການໂຮມຊຸມນຸມບາງຄົນຄຳນວນວ່າ ໄດ້ດຶງດູດເອົາຜູ້ຄົນ ມາ ເຂົ້າຮ່ວມໄດ້ຢ່າງໜ້ອຍ 5,000 ຄົນ. ພັກອະນາຄົດໃໝ່ ທີ່ໄດ້ຮຽກໃຫ້ມີການປະຊຸມໃນມື້ກ່ອນນັ້ນ ໄດ້ກ່າວອ້າງວ່າ ຈຳນວນຄົນເຂົ້າຮ່ວມແມ່ນຫລາຍກວ່ານັ້ນ ສອງເທົ່າ. ຈະເປັນຈຳນວນໃດກໍຕາມ ມັນເປັນການປະທ້ວງ ທີ່ໃຫຍ່ທີ່ສຸດໃນໄທ ນັບແຕ່ມີການລັດຖະປະຫານຂອງຝ່າຍທະຫານໃນປີ 2014 ເປັນຕົ້ນມາ. ທ່ານທະນາທອນ ຈຶງຣຸ້ງເຣືອງກິດ, ຜູ້ນຳພັກອະນາຄົດໃໝ່ ກ່າວຕໍ່ຝູງຄົນທີ່ຮ້ອງໂຮສະໜັບສະໜຸນທ່ານຢູ່ນັ້ນ ເວົ້າວ່າ ການໂຮມຊຸມນຸມດັ່ງກ່າວ "ເປັນພຽງການເລີ້ມຕົ້ນເທົ່ານັ້ນ," ເປັນການ “ທົດລອງ" ສຳລັບການປະທ້ວງ ທີ່ໃຫຍ່ກວ່າເກົ່າ ທີ່ຈະເລີ້ມມີຂຶ້ນໃນເດືອນໜ້ານີ້.
"ພວກປະທ້ວງ ອາດຈະບໍ່ເຮັດຕາມວິທີເຮັດປະທ້ວງໃນເມື່ອກ່ອນທີ່ພາກັນໄປເຕົ້າໂຮມກັນຢູ່ຕາມຖະໜົນສາຍຕ່າງໆ ເປັນເວລາຫລາຍວັນ ຫລາຍອາທິດ ແຕ່ວ່າ ຈະເປັນການປະທ້ວງທີ່ປ່ຽນແປງໄປໃນຫລາຍແບບ," ນັ້ນຄືຄຳເວົ້າຂອງ ທ່ານ ທິຕິນັນ ພົງສຸດທິຣັກ ທີ່ກ່າວຢູ່ໃນການຫ້ອງຮຽນກ່ຽວກັບການເມືອງຂອງໄທ ຢູ່ໃນມະຫາວິທະຍາໄລ ຈຸລາລົງກອນ.
ທ່ານກ່າວຕໍ່ໄປວ່າ "ລັດຖະບານ, ໂດຍໄດ້ຮັບການໜຸນຫລັງຈາກທະຫານ ແລະໄດ້ຮັບການຊ່ວຍເຫລືອ ຈາກອົງການອື່ນໆອີກ, ສາມາດຕ້ານທານຕໍ່ເຫດການນີ້ໄດ້. ແຕ່ວ່າ ສິ່ງທີ່ບ່ອນທຳລາຍຄວາມຍັ້ງຍືນຂອງລັດຖະບານກໍຄືການຖົດຖອຍ ທາງເສດຖະກິດ ທີ່ມີການເຊື່ອມໂຍງກັບການຂາດຄວາມເຊື່ອຖືໂດຍລວມຍ້ອນ ການໃຊ້ອຳນາດໃນທາງຜິດ.
ພວກຕຳໜິລັດຖະບານເຫັນວ່າ ການຈັດໃຫ້ມີການເລືອກຕັ້ງທົ່ວໄປທີ່ມີຄວາມບົກຜ່ອງຂຶ້ນໃນເດືອນມີນາຜ່ານມາທີ່ເຮັດໃຫ້ການປົກຄອງປະເທດຂອງຝ່າຍທະຫານທີ່ແກ່ຍາວໄປໄດ້ 5 ປີ ສິ້ນສຸດລົງ ນັ້ນ ບໍ່ໄດ້ເຮັດໃຫ້ມີຄວາມແຕກຕ່າງຈາກການກັບມາປົກຄອງປະເທດຂອງລັດຖະບານທະຫານທີ່ການເລືອກຕັ້ງນັ້ນໄດ້ເອົາມາປ່ຽນແທນ ຫລາຍປານໃດ. ແຕ່ຢ່າງໃດກໍຕາມ ໃນເມື່ອວ່າຊື່ສຽງຂອງຝ່າຍທະຫານໃນພວກອາວຸໂສໄທຍັງສືບຕໍ່ສູງຢູ່ ລັດຖະບານທີ່ກຳເຄື່ອງຈັກໂຄສະນາຊວນເຊື່ອທີ່ມີພະລັງຂອງລັດຖະບານ, ແລະໄພຂົ່ມຂູ່ຈາກການຈັບກຸມຄົນຍ້ອນເຂົ້າຮ່ວມການໂຮມຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດຄືດັ່ງໄດ້ເກີດຂຶ້ນໃນວັນເສົາແລ້ວນີ້ ຝ່າຍຄ້ານຈະພົບຄວາມຫຍຸ້ງຍາກທີ່ຈະດຶງດູດເອົາຝູງຄົນໃນຈຳນວນຫລາຍກວ່າຈຳນວນທີ່ມາໃນວັນທ້າຍສັບປະດາຜ່ານມາ, ອີງຕາມທ່ານວັນວີຈິດ ບຸນຜຣົງ, ຮອງສາດສະດາຈານໃນວິຊາວິທະຍາສາດການເມືອງ ຢູ່ມະຫາວິທະຍາໄລຣັງສິດ.