ໄທອາດຈະຈັດການເລືອກຕັ້ງ ກ່ອນກຳນົດ

  • ໄພສານ ວໍຣະຈັກ

ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະ

ມີການຄາດຄະເນກັນເພີ່ມຂຶ້ນວ່າ ໄທພວມມຸ່ງໜ້າໄປສູ່ການເລືອກຕັ້ງກ່ອນກຳນົດ ຂະນະທີ່
ທາງກອງທັບຂອງໄທພວມຊອກຫາຊ່ອງທາງ ກຳຈັດຂ່າວລືກ່ຽວກັບການກໍ່ລັດຖະປະຫານ ໃຫ້ໝົດສິ້ນໄປ.

ນາຍົກລັດຖະມົນຕີອະພິຊິດ ເວດຊາຊີວະ ກ່າວຕໍ່ພວກນັກຂ່າວ ໃນລະຫວ່າງກອງປະຊຸມ
ອະພິປາຍເສດຖະກິດໂລກ ທີ່ເມືອງ Davos ປະເທດ Switzerland ວ່າ ພັກປະຊາທິປັດ
ຂອງທ່ານ ມີຄະແນນສຽງນຳໜ້າໜ້ອຍນຶ່ງໃນການຢັ່ງຫາງສຽງຂອງປະຊາຊົນ ແລະທ່ານ
ກໍເຫັນດີ​ນໍາການຈັດການເລືອກຕັ້ງແບບ ​ເສລີແລະຍຸດຕິທຳຂຶ້ນ ໂດຍໄວເທົ່າທີ່ຈະໄວໄດ້.

ການໄດ້ຮັບໄຊຊະນະໃນການເລືອກຕັ້ງ ແມ່ນຈະເປັນເທື່ອທຳອິດໃນຮອບສອງທົດສະວັດ
ສຳລັບພັກຂອງທ່ານອະພິຊິດ ຊຶ່ງໄດ້ເຂົ້າກຳອຳນາດໂດຍການລົງຄະແນນສຽງຂອງສະ
ພາແຫ່ງຊາດ ລຸນຫຼັງທີ່ລັດຖະບານຊຸດກ່ອນໄດ້ຖືກຍຸບໂດຍຄຳສັ່ງຂອງສານ.

ພວກນັກວິເຄາະກ່າວວ່າ ຫົນທາງສຳລັບການເລືອກຕັ້ງຄັ້ງໃໝ່​ແມ່ນຈະເປັນ​ໄປ​ໄດ້ ຫລັງ
ຈາກມີການຮັບຜ່ານຮ່າງກົດໝາຍປະຕິຮູບການເລືອກຕັ້ງ ຊຶ່ງຄາດວ່າຈະມີຂຶ້ນພາຍໃນ
ທ້າຍເດືອນນີ້ ແລະການຮັບຮອງເອົາງົບປະມານແຫ່ງຊາດໃນເດືອນໜ້າ.

ແຕ່ແນວໃດກໍຕາມ ພັກຝ່າຍຄ້ານຂອງໄທຂົ່ມຂູ່ວ່າ ຈະຍື່ນມະຕິບໍ່ໄວ້ວາງໃຈລັດ ຖະບານ ຊຶ່ງອາດຈະເຮັດໃຫ້ສະຖານະການມີຄວາມສະລັບຊັບຊ້ອນຕື່ມຂຶ້ນ. ນອກນັ້ນແລ້ວ ທ່ານ
ອະພິຊິດຍັງໄດ້ປະເຊີນກັບ ການຕຳໜິຕິຕຽນເພີ່ມຂຶ້ນຈາກ ຂະບວນການຫົວຊາດນິຍົມ
ຂອງຫຼືພວກເສື້ອເຫຼືອງ ທີ່ໃຫ້ການສະໜັບສະໜຸນຕໍ່ການຂຶ້ນກຳອຳນາດຂອງທ່ານ.

ພວກເສື້ອເຫຼືອງໄດ້ທຳການປະທ້ວງຢູ່ຕາມຖະໜົນຫົນທາງສາຍຕ່າງໆມາໄດ້ ດົນກວ່າ
ນຶ່ງອາທິດແລ້ວ ແລະຂູ່ວ່າຈະເພີ່ມທະວີການປະທ້ວງຂອງຕົນ ຖ້າລັດຖະບານຫາກບໍ່ສາ
ມາດ ຊ່ອຍໃຫ້ມີການປ່ອຍຊາວໄທ 2 ຄົນ ທີ່ຖືກຕັດສິນໂທດ ຈຳຄຸກຢູ່ກຳປູເຈຍໃນຕົ້ນ
ອາທິດນີ້ ພາຍໃນມື້ວັນເສົາຈະມາ.