​ປະ​ເທດໄທ ກັບ​ຄືນ​ໄປ​ເໝືອນ ປີ 2014 ທີ່​ໄດ້​ຜູ້​ນຳ​ລັດ​ຖະ​ປະ​ຫານ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ນາຍ​ພົນ​ປ​ຣະ​ຍຸດ ຈັນ​ໂອ​ຊາ ​ຍົກ​ມື​ໃຫ້​ພວກ​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ເດີນ​ອອກ​ຈາກທຳ​ນຽບ​ລັດ​ຖະ​ບານ ​ທີ່​ບາງກອກ ປະ​ເທດ​ໄທ, 05 ມິ​ຖຸ​ນາ 2019.

ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ຂອງ​ໄທ ໄດ້​ຖືກ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ ​ໃຫ້​ເປັນ​ນາ​ຍົກ​
ລັດ​ຖະ​ມົນ​ຕີ ຫຼັງ​ຈາກ​ກະ​ສັດ ໄດ້ຊົງ​ໃຫ້​ການສະ​ໜັບ​ສະ​ໜຸນ​ ຕໍ່​ການ​ລົງ​ຄະ​ແນນ​ສຽງ
ຂອງ​ສະ​ພາ​ແຫ່ງ​ຊາດ ທີ່​ອະ​ນຸ​ຍາດ​ໃຫ້​ທ່ານ​ໄດ້ເຂົ້າ​ກຳ​ຕຳ​ແໜ່ງ​ຄືນ​ອີກ.

ນາຍ​ພົນ​ປ​ຣະ​ຍຸດ ຈັນ​ໂອ​ຊາ ໄດ້​ຄູ້​ເຂົ່າ​ລົງ​ເຄົາ​ລົບ​ສັນ​ຍາ​ລັກ​ຂອງ​ກະ​ສັດ​ມະ​ຫາ​ວາ​ຈິ​
ຣາລົງ​ກອນ ແລະກາບ​ໄຫວ້​ສາມ​ເທື່ອ ໃນ​ພິ​ທີ​ເຂົ້າ​ຮັບ​ຕຳ​ແ​ໜ່ງ​ ​ທີ່​ຕຶກ​ທຳ​ນຽບ​ລັດ​ຖະ​ບານ
ໃນ​ວັນ​ອັງ​ຄານ​ມື້​ນີ້ ເພື່ອ​ຢືນ​ຢັນ ເຖິງ​ການ​ແຕ່ງ​ຕັ້ງ​ຄັ້ງ​ນີ້.

ທ່ານ ປ​ຣະ​ຍຸດ ​ໄດ້​ຮັບ​ໃຊ້ຊາດເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນັບ​ຕັ້ງ​ແຕ່ ທ່ານ​ໄດ້​ນຳ​ພາ
​ການ​ກໍ່​ລັດຖະ​ປະ​ຫານ​ທາງ​ທະ​ຫານ ທີ່​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ ທີ່​ຖືກເລືອກ​ຕັ້ງຂຶ້ນ​ມາ
ໃນ​ປີ 2014. ທ່ານ ປ​ຣະ​ຍຸດ ​ໄດ້ປະ​ຕິ​ຍານ​ຕົນ​ວ່າ “ຈະ​ອຸ​ທິດ​ຕົນເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ
ດ້ວຍ​ຄວາມ​ຊື່​ສັດ​ ແລະ​ດ້ວຍ​ກຽດ​ຕິ​ຍົດ ​ສັກ​ສີ ເພື່ອ​ສະ​ແຫວງ​ຫາຄຸນ​ຄວາມ​ດີ​ໃຫ້​ແກ່​
ປະ​ເທດຊາດ ແລະ​ປະ​ຊາ​ຊົນຂອງ​ປະ​ເທດ​ໄທ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ບັນດາສະມາຊິກສະພາ ທີ່ເປັນຕົວແທນທີ່ສະໜັບສະນຸນ ພັກພະລັງປຣະຊາຣັດ ທີ່ພາກັນຍົກມື ຮັບຜ່ານເອົາທ່ານປຣະຍຸດ ຈັນໂອຊາ ໃຫ້ເປັນນາຍົກລັດຖະມົນຕີ ຄົນຕໍ່ໄປມ ນາງກອກມ ໄທ, 05 ມິຖຸນາ 2019.