ນາຍົກລັດຖະມົນຕີຄົນໃໝ່ຂອງໄທ ປະເຊີນກັບ ບັນຫາທ້າທາຍຫລາຍຢ່າງ (ເບິ່ງວີດີໂອ)

  • Ron Corben

ກອງປະຊຸມສະພາແຫ່ງຊາດຂອງໄທ ໃນນະຄອນຫລວງບາງກອກ ໄດ້ເລືອກຕັ້ງເອົານາຍົກລັດຖະມົນຕີຄົນໃໝ່ ໃນວັນສຸກ, ທີ 5 ສິງຫາ 2011 (REUTERS/Chaiwat Subprasom)

ອາທິດນີ້ ສະພາແຫ່ງຊາດຊຸດໃໝ່ຂອງໄທ ໄຂກອງປະຊຸມນັດປະຖົມມະເລີກຂຶ້ນ ນັບຕັ້ງ ແຕ່ມີການເລືອກຕັ້ງທົ່ວໄປໃນວັນທີ 3 ກໍລະກົດຜ່ານມາ ແລະກໍໄດ້ເລືອກເອົາ ທ່ານນາງ ຢິ່ງລັກ ຊິນນະວັດ ຜູ້ນໍາພັກເພື່ອໄທ ທີ່ໄດ້ຮັບໄຊຊະນະດ້ວຍສຽງສ່ວນຫລາຍຢ່າງແຈ້ງຂາວ ໃນການເລືອກຕັ້ງຄັ້ງວັນທີ 3 ກໍລະກົດນັ້ນ. ແຕ່ຢ່າງໃດກໍຕາມ ດັງທີ່ ສື່ຂ່າວວີໂອເອ Ron Corben ລາຍງານມາຈາກບາງກອກ ກໍແມ່ນວ່າ ທ່ານນາງຢິ່ງລັກປະເຊີນກັບຂໍ້ຫຍຸ້ງຍາກ ຫລາຍອັນ ຫລາຍຢ່າງ ນັບຕັ້ງແຕ່ການຄັດເລືອກເອົາຄະນະບໍລິຫານງານລັດຖະບານຂອງ ທ່ານນາງ ຕະຫລອດຮອດການປະຕິບັດຕາມຄໍາໝັ້ນສັນຍາ ທີ່ເຫັນແກ່ປະຊາຊົນທໍາມະດາ ສາມັນ ທີ່ທ່ານນາງໄດ້ໃຫ້ໄວ້ໃນຕອນໂຄສະນາຫາສຽງເລືອກຕັ້ງນັ້ນ.

ສະພາແຫ່ງຊາດຂອງໄທ​ໄດ້ເລືອກເອົາທ່ານນາງ ຢິ່ງລັກ ຊິນນະວັດ, ໄວ 44 ປີ ເປັນ
ນາຍົກລັດຖະມົນຕີແມ່ຍິງຄົນທໍາອິດຂອງປະເທດ ໃນວັນສຸກມື້ນີ້. ພັກເພື່ອໄທຂອງ​ທ່ານ
ນາງ ທີ່ໄດ້ຮັບ​ບ່ອນ​ນັ່ງ 265 ບ່ອນ​ ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ວັນ​ທີ 3 ກໍລະກົດ​ຜ່ານ​ມາ​ນັ້ນ
ໄດ້ດຶງ​ເອົາ​ພັກ​ນ້ອຍໆ​ເຂົ້າ​ມາ​ຮ່ວມ​ນໍາ ​ເພື່ອໃຫ້​ໄດ້​ເປັນ​ພັກ​ສຽງ​ສ່ວນ​ຫລາຍ​ຢ່າງ​ເດັດຂາດ
ຊຶ່ງເວລາ​ນີ້​ ແມ່ນ​ຄອບ​ຄອງ​ບ່ອນ​ນັ່ງລວມກັນເປັນ 300 ບ່ອນ​ໃນສະພາຜູ້ແທນທີ່ມີສະມາ
ຊິກທັງໝົດ 500 ທ່ານນັ້ນ.

ໃນ​ພິທີ​ໄຂ​ກອງ​ປະຊຸມ​ໃນ​ຕອນ​ແລງ​ວັນ​ຈັນ​ທີ່ຜ່ານມານີ້ ອົງ​ມົງກຸດ​ລາດຊະ​ກຸມມານ ມະຫາ
ວະ​ຊີີ​ລາ​ລົງ​ກອນ ຊຶ່ງຊົງໃຫ້ໂອວາດໃນນາມພະບິດາຂອງພະອົງ ກໍຄືກະສັດ​ພູມີ​ພົນ ​ອະດຸນ
ຍະ​ເດດນັ້ນ ໄດ້ຊົງຮຽກຮ້ອງໃຫ້ບັນດາຜູ້​ແທນ​ໃໝ່ສະແດງຄວາມຮັບຜິດຊອບໃນການປະຕິ
ບັດວຽກງານລັດຖະການຂອງຕົນ.

// ສຽງພາສາໄທ //

ອົງ​ມົງກຸດ​ລາດຊະ​ກຸມມານ ມະຫາວະ​ຊີີ​ລາ​ລົງ​ກອນ ຊົງກ່າວຕໍ່ຜູ້ແທນສະພາເກືອບ 500
ຄົນນັ້ນວ່າ ພະ​ອົງ​ເຊື່ອ​ວ່າ ພວກ​ເຂົາ​ເຈົ້າ​ຄົງ​ຮູ້​ດີ​ວ່າ ​ເຂົາ​ເຈົ້າ​ຕ້ອງ​ໄດ້ທໍາໜ້າທີ່ດ້ວຍຄວາມ
ຊື່ສັດສຸດຈະລິດ, ຈິງ​ໃຈ ແລະດ້ວຍ​ຄວາມ​ຮັບຜິດຊອບ ເພື່ອຜົນປະໂຫຍດສ່ວນລວມຂອງ
ປະຊາຊົນ ຫລາຍ​ກວ່າຜົນປະໂຫຍດ​ສ່ວນ​ຕົວ.

ການເລືອກຕັ້ງໃນເດືອນກໍລະກົດທີ່ຜ່ານມາ ແມ່ນໄດ້ລະງັບຄວາມວຸ້ນວາຍ ທີ່​ເກີດ​ຈາກການ
ແຕກແຍກກັນ ລະຫວ່າງອະດີດນາຍົກລັດຖະມົນຕີ ທັກ​ສິນ ຊິນນະວັດ ກັບພວກທີ່ຕໍ່ຕ້ານ
ທ່ານ. ທ່ານທັກສິນ ຊຶ່ງເປັນອ້າຍຂອງທ່ານນາງຢິ່ງລັກ ເວລາ​ນີ້ຍັງລີ້​ໄພຢູ່ໃນ Dubai ​ນັບ
ຕັ້ງແຕ່ໄດ້ໂຕນໜີຈາກໄທ​ໄປ​ໃນປີ 2008 ເພື່ອຫລົບຫລີກໂທດຈໍາຄຸກ 2 ປີ ໃນຄະດີສໍ້ລາດ ບັງຫຼວງ.

ພວກເດີນຂະບວນປະທ້ວງເສື້ອເຫລືອງ ທີ່ພວກສະໜັບສະໜູນອະດີດ ນາຍົກລັດຖະມົນຕີ ອະພິສິດ ເວດຊາຊີວະ ໂຮມຊຸມນຸມກັນໃນ ນະຄອນຫລວງບາງກອກ ໃນ ວັນທີ 15 ພະຈິກ, 2009

ພວກພັກທີ່ສະໜັບສະໜູນທ່ານ
ທັກສິນໄດ້ຮັບໄຊຊະນະໃນການ
ເລືອກຕັ້ງປີ 2007. ແຕ່ວ່າການ
ຕັດສິນຂອງສານ ແລະການເດີນ
ຂະບວນປະທ້ວງ ຕໍ່ຕ້ານ​ລັດຖະ
ບານ​ຫລາຍໆ​ບັ້ນ ໄດ້ນໍາ​ໄປ​ສູ່ລັດ
ຖະບານປະສົມ ຊຶ່ງນໍາພາໂດຍຜູ້
ນໍາພັກປະຊາທິປັດທ່ານອະພິສິດ
ເວດຊາຊີວະ ໃນເດືອນທັນວາປີ
2008 ທີ່ໄດ້ຮັບການໜູນຫລັງ
ໂດຍກອງທັບ ​ແລະພວກເຈົ້າຂຸນ
ມຸນນາຍ ຢູ່ໃນນະຄອນຫລວງ​ ບາງກອກ.

ແຕ່ວ່າ ລັດຖະບານຂອງທ່ານ
ອະພິສິດ ກໍໄດ້ປະເຊີນກັບການ
ເດີນຂະບວນປະທ້ວງເປັນເວລາ
ສອງປີໂດຍພວກສະໜັບສະໜູນ
ທ່ານທັກສິນ ຫລື​ພວກເສື້ອແດງນັ້ນ. ການປະ​ທ້ວງໄດ້ກັບກາຍເປັນຄວາມຮຸນແຮງຂຶ້ນໃນປີ
ກາຍນີ້ ​ເຮັດໃຫ້ຫລາຍກວ່າ 90 ຄົນເສຍຊີວິດ ເວລາກໍາລັງຮັກສາຄວາມສະຫງົບເຄື່ອນເຂົ້າ
ໄປທັບມ້າງການໂຮມຊຸມນຸມ ໃຫ້ສະຫລາຍຕົວ.

ອະດີດໂຄສົກຂອງລັດຖະບານ ແລະສະມາຊິກພັກເພື່ອໄທ, ທ່ານ ກູເດັບ ໃສກຣະຈາງ ເວົ້າ
ວ່າ ເປັນທີ່ຄາດກັນວ່າ ລັດຖະບານທີ່ນໍາພາໂດຍທ່ານນາງຢິ່ງລັກ ຄົງ​ຈະເຄື່ອນ​ໄຫວ​ຢ່າງລະ
ມັດລະວັງ ແຕ່ກໍຈະໄດ້ຮັບການສະໜັບສະໜູນຢ່າງແຂງແຮງ. ທ່ານໃຫ້ຄໍາເຫັນດັ່ງນີ້:

ພວກຂະບວນການເສື້ອແດງໃຫ້ການສະໜັບສະໜູນທ່ານນາງ ຢິ່ງລັກ ຊິນນະວັດ ຢ່າງຖ້ວມລົ້ນໃນການໂຮມຊຸມນຸມເພື່ອຫາສຽງຂອງ ພັກເພື່ອໄທ ທີ່ນະຄອນບາງກອກໃນວັນທີ 1 ກໍລະກົດ, 2011. (AP Photo/Sakchai Lalit)

"ຂ້າພະເຈົ້າຄິດວ່າ ທ່ານນາງ
ຢິ່ງລັກ​ ເປັນ​ຄົນ​ທີ່ມີຄວາມລະ
ມັດລະວັງຫລາຍ ແລະ ທ່ານ
ທັກສິນກໍໄດ້ເລືອກທີ່ຈະດໍາ
ເນີນການໄປແບບນີ້ ​ເພື່ອ​ໂຕ
​ເອງແລະລັດຖະບານ. ຂ້າພະ
ເຈົ້າຄິດວ່າ ທ່ານນາງໄດ້ຮຽນ
ຮູ້ໃນວິທີທີ່ຈະປົກຄອງປະ
ເທດ, ວິທີ​ທີ່​ຈະ​ຂຶ້ນ​ຄອງອໍາ
ນາດໃນທາງທີ່ຢືດຢຸນຫລື
ຜ່ອນສັ້ນ ຜ່ອນຍາວຫລາຍ
ກວ່າ. ສະນັ້ນ ທ່ານນາງຈະ
ໄດ້ຮັບການແນະນໍາຈາກຜູ້
ທີ່ມີຄວາມເປັນຫ່ວງ ເປັນ
ໃຍນໍາຫລາຍໆທ່ານ. ຂ້າພະເຈົ້າຄິດວ່າ ທ່ານນາງຈະດໍາເນີນງານໄດ້ດີກວ່າ
ທີ່ພວກເຮົາຄາດຄິດໄວ້ອີກ."

ນັກວິເຄາະສະຖານະການເວົ້າວ່າ ທ່ານນາງຢິ່ງລັກ ປະເຊີນກັບຂໍ້ຫຍຸ້ງຍາກຫລາຍຢ່າງ ເຊິ່ງລວມທັງການຄັດເລືອກເອົາຜູ້ເຂົ້າຮັບຕໍາແໜ່ງໃນ ຄະນະລັດຖະບານຂອງທ່ານນາງ. ພວກນັກສັງເກດການທາງການເມືອງເວົ້າວ່າ ທ່ານນາງກໍາລັງພິຈາລະນາເລືອກເອົາຄົນ​
ຈາກນອກພັກຂອງທ່ານນາງ ເພື່ອເຂົ້າຮັບຕໍາແໜ່ງທີ່ສໍາຄັນ ໃນກະຊວງການເງິນ, ກະ
ຊວງການຕ່າງປະເທດ ແລະກະຊວງປ້ອງກັນຊາດນັ້ນ.

ນັກລັດຖະສາດການເມືອງ ທ່ານທິທິນັນ ພົງສຸດທີ່ຣັກ ຈາກມະຫາວິທະຍາໄລຈຸລາລົງ
ກອນ ໃຫ້ຂໍ້ຄິດເຫັນວ່າ ລັດຖະບານຊຸດໃໝ່ປະເຊີນກັບ​ການ​ທ້າ​ທາຍຢ່າງຫລວງຫລາຍ
ໃນການຈັດ​ຕັ້ງປະຕິບັດໂຄງການຕາມນະໂຍບາຍຂອງຕົນ ພ້ອມທັງການ​ທ້າ​ທາຍຈາກ
ພວກທີ່ຄັດຄ້ານຕໍ່ທ່ານທັກສິນ ໃນເວລາທີ່ທ່ານກໍາອໍານາດຢູ່ນັ້ນນໍາ. ທ່ານເວົ້າ​ວ່າ:

ທ່ານນາງຢິ່ງລັກ ຊິນນະວັດ, ນາຍົກລັດຖະມົນຕີໃໝ່ຂອງໄທ ສະແດງ ຄວາມຂອບໃຈຕໍ່ຜູ້ຄົນ ຢູ່ໃນສະມາຊິກສະພາແຫ່ງຊາດໄທ, ວັນສຸກ ທີ 5 ສິງຫາ, 20

"ຈະບໍ່ມີຊ່ວງ​ເວລາແຫ່ງການ
ດື່ມນໍ້າເຜີ້ງພະຈັນສໍາລັບທ່ານ
ນາງຢິ່ງລັກເລີຍ. ທ່ານນາງ
ຕ້ອງໄດ້ລົງມືລົງແຮງໃນທັນ
ທີ​ໂລດ. ມີຄໍາຖາມອັນມາກ
ມາຍຫລາຍຢ່າງ ແລະການ​
ທ້າ​ທາຍ​ຢ່າງ​ໃຫຍ່​ຫລວງປະ
​ເຊີນໜ້າທ່ານນາງຢູ່. ທ່ານ
ນາງຈະຕ້ອງໄດ້ເອົາຕົວອອກ
ຫ່າງ ​ແຕ່​ກໍຕ້ອງຮັກສາຄວາມ
ສໍາພັນ ທີ່ສາມາດເປັນໄປໄດ້
ກັບອ້າຍຂອງທ່ານນາງ, ອະ
ດີດນາຍົກລັດຖະມົນຕີ ທັກ
ສິນ ຊິນນະວັດທີ່ໄດ້ຖືກປົດ
ອອກຈາກອໍານາດນັ້ນ ແລະ
ພ້ອມດຽວກັນນັ້ນ ທ່ານນາງ
ຈະຕ້ອງຕອບສະໜອງຕໍ່ຂໍ້
ຮຽກຮ້ອງຫລາຍໆອັນ ທີ່ມີຕໍ່ທ່ານນາງອີກດ້ວຍ."


ທ່ານທິທິນັນເວົ້າວ່າ ຂໍ້ຮຽກຮ້ອງເຫລົ່ານັ້ນມີ ລວມທັງການເອົາ​ອົກເອົາ​ໃຈ​ພວກຂະບວນການ
ເສື້ອແດງ ທີ່ສະໜັບສະໜູນທ່ານທັກສິນ ຊຶ່ງສະມາຊິກຫລາຍຄົນໄດ້ຖືກເລືອກຕັ້ງໃຫ້ເຂົ້ານັ່ງ
ໃນສະພາ ແລະປະຕິບັດຕາມຄໍາສັນຍາທີ່ໄດ້ໃຫ້ໄວ້ໃນຕອນໂຄສະນາຫາສຽງເລືອກຕັ້ງນັ້ນ
ຊຶ່ງມີຮວມທັງການຂຶ້ນຄ່າແຮງງານຕໍ່າສຸດ ພ້ອມທັງຂຶ້ນລາຄາເຂົ້າໃຫ້ແກ່ຊາວນາອີກດ້ວຍ.

ແລ້ວກໍຍັງມີຄະດີສໍ້ລາດບັງຫລວງຕໍ່ທ່ານທັກສິນ ທີ່ຍັງຄ້າງຄາຢູ່ຫລາຍບັນຫາ. ໃນຂະນະ
ທີ່ຄະດີເຫລົ່ານີ້ຈະດໍາເນີນໄປໄດ້ ກໍຕໍ່ເມື່ອທ່ານທັກສິນໄດ້ກັບຄືນປະເທດໄທເທົ່ານັ້ນ, ພັກ
ເພື່ອໄທເວົ້າວ່າ ຕົນກໍາລັງພິຈາລະນາຮ່າງກົດໝາຍ ກ່ຽວກັບການນິລະໂທດກໍາ ສໍາລັບຜູ້
ທີ່ມີສ່ວນພົວພັນນໍາເຫດການຕ່າງໆທີ່ເກີດຂຶ້ນນັບຕັ້ງແຕ່ປີ 2006 ເປັນຕົ້ນມາ ທີ່ນັກວິເຄາະ
ທັງຫລາຍຕ່າງກໍເວົ້າວ່າ ການນິລະໂທດກໍານີ້ ມີຄວາມເປັນໄປໄດ້ຫລາຍ ທີ່ຈະໂຮມເອົາທ່ານ
ທັກສິນເຂົ້ານໍາ. ການດໍາເນີນບາດກ້າວດັ່ງກ່າວ ຊຶ່ງຈະເປັນການປູທາງໃຫ້ທ່ານທັກສິນໄດ້ກັບ
ຄືນປະເທດນັ້ນ ອາດສາມາດເປັນຊະນວນກໍ່ໃຫ້ເກີດການປະທ້ວງຈາກກຸ່ມທີ່ນິຍົມກະສັດ
ແລະຕໍ່ຕ້ານທ່ານທັກສິນ ຄັ້ງໃໝ່ຄືນອີກ.