ໄທໄດ້ອອກກົດໝາຍວ່າດ້ວຍຄ່າແຮງງານຕໍ່າສຸດແຫ່ງຊາດ
ທີ່ບັງຄັບໃຫ້ປັບອັດຕາຄ່າຈ້າງປະຈໍາວັນ ຂຶ້ນເປັນເກືອບ 10
ໂດລ່າຕໍ່ມື້. ໃນຂະນະທີ່ພວກ ຄົນງານທົ່ວປະເທດໄທພາກັນ
ຍິນດີນໍາການເພີ່ມຂຶ້ນໃນລາຍໄດ້ດັ່ງກ່າວນັ້ນ ວົງການທຸລະ
ກິດບາງແຫ່ງ ກັບໄດ້ເລີກຈ້າງ ຫລືສັ່ງພັກງານຊົ່ວຄາວພວກ
ຄົນງານຂອງຕົນ ໂດຍຈົ່ມທຸກວ່າ ພວກເຂົາເຈົ້າບໍ່ມີເງິນຈ່າຍ.
ຜູ້ສື່ຂ່າວວີໂອເອ Ron Corben ມີລາຍລະອຽດມາຈາກບາງ
ກອກ ຊຶ່ງທອງປານຈະນໍາມາ ສະເໜີທ່ານ.
ນະໂຍບາຍປັບຂຶ້ນຄ່າແຮງງານຕໍ່າສຸດແຫ່ງຊາດຂອງໄທ ໄດ້
ເປັນນະໂຍບາຍຫຼັກຂອງພັກ ເພື່ອໄທຂອງນາຍົກລັດຖະມົນຕີ
ຢິ່ງລັກ ຊິນນະວັດ ທີ່ປົກຄອງປະເທດຢູ່ໃນເວລານີ້ ໃນຕອນທີ່
ພັກດັ່ງກ່າວໂຄສນະຫາສຽງ ສໍາລັບການເລືອກຕັ້ງທົ່ວປະເທດ
ເມື່ອປີ 2011 ນັ້ນ.
ການຕັ້ງຄ່າແຮງງານຕໍ່າສຸດແຫ່ງຊາດດັ່ງກ່າວນີ້ ແມ່ນເປັນການຫັນເຫຢ່າງໃຫຍ່ອອກຈາກ
ນະໂຍບາຍຄ່າແຮງງານໃນອະດີດຜ່ານມາ ທີ່ໄດ້ຕັ້ງຄ່າແຮງງານຢູ່ໃນເຂດແຂວງຕ່າງໆ ໃນອັດຕາທີ່ຕໍ່າກວ່າຄ່າແຮງ ຢູ່ໃນເຂດອຸດສາຫະກໍາທີ່ຢູ່ໃກ້ເມືອງຫຼວງບາງກອກນັ້ນ.
ນັບຕັ້ງແຕ່ກົດໝາຍສະບັບດັ່ງກ່າວເລີ່ມມີຜົນບັງຄັບໃຊ້ເມື່ອວັນທີ 1 ມັງກອນ ປີນີ້ເປັນຕົ້ນມາ
ກະຊວງແຮງງານຂອງໄທເວົ້າວ່າ ມີພວກຄົນງານ ຫຼາຍເຖິງ 2,500 ຄົນ ຖືກສັ່ງພັກງານ
ແລ້ວ.
ຊິວັດ ວິທິດທໍາມະວົງ ປະທານສະຫະພັນອຸດສາຫະກໍາໄທຂອງຈັງຫວັດຕາກ ທາງພາກ ຕາເວັນຕົກສຽງເໜືອຂອງໄທ ທີ່ຢູ່ໃກ້ຊາຍແດນຕິດກັບມຽນມານັ້ນ ເວົ້າວ່າ ອັດຕາຄ່າແຮງ ທີ່ສູງຂຶ້ນ ໄດ້ຍັງຜົນເຮັດໃຫ້ໂຮງງານ ຈໍານວນນຶ່ງ ຕ້ອງປິດລົງ.
ທ່ານ ຊິວັດ ເວົ້າວ່າ ອຸດສາຫະກໍາລະດັບຈັງຫວັດ ກໍຕ້ອງໄດ້ຮັບເອົາອັດຕາ ທີ່ເພີ່ມຂຶ້ນ ໃນເບື້ອງຕົ້ນ ຄືຈາກ 5 ໂດລ່າ 40 ເຊັນຕໍ່ມື້ ເປັນ 7 ໂດລ່າ 44 ເຊັນ ຕໍ່ມື້ ຫຼືຄິດທຽບເທົ່າ
ເງິນກີບ ກໍເປັນປະມານຈາກ 43,000 ກີບ ຂຶ້ນເປັນປະມານ 60,000 ກີບຕໍ່ມື້ ແລະບັດນີ້
ຂຶ້ນເປັນອັດຕາທີ່ສູງກວ່າອີກ ຄື 9 ໂດລ່າ 87 ເຊັນ ຫຼືເກືອບຮອດ 80,000 ກີບ ຕໍ່ມື້.
ວົງການທຸລະກິດໃນຈັງຫວັດຕາກ ສ່ວນໃຫຍ່ເປັນໂຮງງານທໍຜ້າ ແລະອຸດສາຫະກໍາເຄຶ່ອງ
ປັ້ນດິນເຜົາ ຊຶ່ງຫລາຍຮອດ 80 ເປີເຊັນໃນນັ້ນ ແມ່ນວ່າຈ້າງຄົນງານແມ່ຍິງ.
ສຸພະວຸດ ແຊ່ເຊື້ອ ຜູ້ອໍານວຍການບໍລິສັດຫຼັກຊັບພັດຕຣາ ເວົ້າວ່າ ແມ່ຍິງຫຼາຍໆຄົນຢູ່ໃນ ວົງການອຸດສາຫະກໍາ ເຊັ່ນໂຮງງານທໍຜ້ານັ້ນ ມັກຈະຖືກວ່າງງານໄດ້ງ່າຍ ໂດຍສະເພາະ
ແລ້ວ ກໍແມ່ນເປັນຍ້ອນວ່າ ມີການແຂ່ງຂັນກັນຫຼາຍຂຶ້ນໃນພວກບໍລິສັດຜູ້ຜະລິດທີ່ໃຊ້ຄ່າ
ແຮງງານຕໍ່າກວ່າ ເຊັ່ນກໍາປູເຈຍ ເປັນຕົ້ນ. ອຸດສາຫະກໍາແບບນັ້ນ ເອີ້ນກັນວ່າ ຕາເວັນ
ຕົກດິນ ຍ້ອນວ່າ ຄວາມຫວັງດ້ານໜ້າວຽກຂອງພວກຄົນງານ ເລືອນລາງລົງໄປນັບມື້.
ທ່ານ ສຸພະວຸດ ເວົ້າວ່າ: “ສິ່ງທີ່ເສົ້າໃຈນັ້ນກໍຄືວ່າ ອຸດສາຫະກໍາພວກນີ້ຮູ້ດີວ່າ ພວກ
ເຂົາເຈົ້າເປັນພວກອຸດສາຫະກໍາຕາເວັນຕົກດິນ ແລະຄົງກໍາລັງພາກັນພະຍາຍາມ
ປັບປ່ຽນໂຄງຮ່າງການຈັດຕັ້ງ ແລະພະຍາຍາມຍ້າຍໄປ ບ່ອນອື່ນ. ອັດຕາຄ່າແຮງ
ທີ່ເພີ່ມຂຶ້ນນີ້ ອາດໄດ້ເລັ່ງລັດໃຫ້ພວກເຂົາເຈົ້າອັດລົງໄວຂຶ້ນ ແຕ່ເຮົາກໍຕ້ອງຖາມ
ເຮົາເອງວ່າ ພວກບໍລິສັດເຫຼົ່ານີ້ວ່າ ຈ້າງພວກແມ່ຍິງໄວກາງຄົນ ພວກທີ່ ແທ້ໆແລ້ວ ບໍ່ມີຄວາມຊໍານານຢ່າງອື່ນເລີຍນັ້ນ ຫລືບໍ່?”
ທ່ານສຸພະວຸດເວົ້າອີກວ່າ ການເພີ່ມຄ່າແຮງງານນີ້ ມີຂຶ້ນທ່າມກາງທີ່ພວກບໍລິສັດທັງຫຼາຍ ຍັງກໍາລັງຟື້ນຕົວຄືນຈາກໄພນໍ້າຖ້ວມເມື່ອປີ 2011 ແລະ ບວກກັບສະພາວະເສດຖະກິດ
ທີ່ຍັງຊົບເຊົາຢູ່ໃນຂະນະນີ້.
ແຕ່ ທ່ານນາງ ຜາສຸກ ພົງໄພຈິດ ນັກເສດຖະສາດການເມືອງປະຈໍາມະຫາວິທະຍາໄລຈຸ ລາລົງກອນ ເວົ້າວ່າ ຄ່າແຮງງານໃນປະເທດໄທໄດ້ຢູ່ສໍ່າເກົ່າ ບໍ່ຂຶ້ນບໍ່ລົງເປັນແບບນັ້ນມາ
ແຕ່ດົນນານ ເຖິງແມ່ນເສດຖະກິດມີການຂະຫຍາຍໂຕຂຶ້ນກໍຕາມ. ທ່ານນາງຜາສຸກເວົ້າ
ອີກວ່າ ຕໍ່ໜ້າສະພາບການທີ່ບໍ່ມີຂະບວນການສະຫະພັນກໍາມະບານທີ່ເຂັ້ມແຂງຂອງໄທນັ້ນ ການເຄຶ່ອນໄຫວເພື່ອຂຶ້ນຄ່າແຮງງານນັ້ນ ແມ່ນເຖິງເວລາແລ້ວ.
ທ່ານນາງຜາສຸກເວົ້າວ່າ: “ໄທແມ່ນກ້າວມາເຖິງຂັ້ນທີ່ວ່າ ບໍ່ໄດ້ເປັນປະເທດພວມ
ພັດທະນາທີ່ຕ້ອງເພິ່ງພາຄ່າແຮງງານຕໍ່າອີກຕໍ່ໄປແລ້ວ. ໄທຕ້ອງປັບຕົນເອງໃຫ້
ຂຶ້ນໄປຢູ່ໃນອີກລະດັບນຶ່ງ ເພື່ອຍົກລະດັບມາດຕະຖານການຄອງຊີບຂອງປະຊາ
ຊົນ ໃຫ້ສູງຂຶ້ນໄປກວ່ານີ້ອີກ ຊຶ່ງໃນຂະນະດຽວກັນ ເສດຖະກິດກໍດໍາເນີນໄປໄດ້
ດີຫຼາຍພໍສົມຄວນ. ສະນັ້ນ ເວລານີ້ ຈຶ່ງນັບວ່າເປັນຊ່ວງເວລາທີ່ເໝາະສົມແລ້ວ ທີ່ຄ່າແຮງງານໃນໄທຈະສູງຂຶ້ນໄປ.”
ທ່ານນາງ ຜາສຸກ ເວົ້າຕໍ່ໄປວ່າ ບັນດານາຍຈ້າງໄທໄດ້ເພີ່ງພາອາໄສຄ່າແຮງງານຖືກໆ ມາດົນນານແລ້ວ ໂຮມທັງດຶງດູດເອົາພວກແຮງງານຊາວຕ່າງດ້າວ ໂດຍສະເພາະຈາກ ມຽນມາ ແຕ່ວ່າຄວາມກ້າວໜ້າໃນດ້ານເສດຖະກິດຢູ່ໃນມຽນມາໃນເວລານີ້ ອາດເປັນຜົນ ໃຫ້ມີຈໍານວນຄົນງານຊາວຕ່າງດ້າວ ຫລຸດໜ້ອຍລົງໃນອະນາຄົດໄດ້.
ລາຍງານສະບັບນຶ່ງຂອງອົງການແຮງງານສາກົນຂອງສະຫະປະຊາຊາດ ຫລື ILO ເມື່ອ ເດືອນທັນວາຜ່ານມານີ້ ເວົ້າວ່າ ຄ່າແຮງງານໃນຂົງເຂດເອເຊຍໄດ້ຖີບຂຶ້ນ ເກືອບວ່າ ສອງເທົ່າຕົວໃນໄລຍະສິບປີ ມາຮອດປີ 2011 ນັ້ນ ສູງກ່ວາອັດຕາໂດຍສະເລ່ຍຂອງ
ໂລກຢ່າງຫລວງຫລາຍ ຊຶ່ງສ່ວນໃຫຍ່ແມ່ນເປັນຍ້ອນ ອັດຕາຄ່າແຮງສູງຢູ່ໃນຈີນນັ້ນເອງ.
ທ່ານ Malte Leubker ຊ່ຽວຊານອາວຸໂສດ້ານຄ່າແຮງງານສໍາລັບຂົງເຂດເອເຊຍຂອງ
ອົງການ ILO ເວົ້າວ່າ ການຂຶ້ນຄ່າແຮງງານ ຈະເປັນຜົນໃຫ້ມີການປັບໂຄງຮ່າງຂອງວົງ
ການອຸດສາຫະກໍາໄທ.
ທ່ານ Leubker ເວົ້າວ່າ: “ແນ່ນອນວ່າ ພວກເຮົາຈະເຫັນການປັບປ່ຽນດ້ານ
ໂຄງຮ່າງໃນໄທ ໄປສູ່ພວກອຸດສາຫະກໍາທີ່ອາໃສຄວາມຊໍານິຊໍານານ ເປັນ
ດ້ານຫຼັກ ພວກໂຮງງານຜະລິດສິນຄ້າຄຸນນະພາບສູງ ແລະຫັນເຫ ອອກ
ຈາກການຜະລິດ ເສື້ອຍືດ t-shirt ແລະເຄຶ່ອງອີເລັກໂທຣນິກ ຊຶ່ງຂ້າພະເຈົ້າ
ເວົ້າໄດ້ວ່າ ແທ້ໆແລ້ວ ມັນເປັນຮ່ອງຮອຍຂອງຜົນສໍາເລັດທາງເສດຖະກິດ
ປະການນຶ່ງ ຄືເຮົາກໍາລັງມຸ້ງເຂົ້າສູ່ວົງການອຸດສາຫະກໍາທີ່ຜະລິດຜະລິດຕະ
ພັນ ທີ່ມີຄ່າສູງຂຶ້ນໄປອີກນັ້ນເອງ.”
ລັດຖະບານໄທໄດ້ປ້ອງກັນນະໂຍບາຍການຂຶ້ນອັດຕາຄ່າແຮງງານຂອງຕົນຢ່າງແຂງຂັນ ພ້ອມກັບສະໜອງງົບປະມານຊ່ວຍເຫຼືອດ້ານເສດຖະກິດ ທີ່ລັດຖະບານໄດ້ປະກາດອອກ
ໄປ ໃຫ້ແກ່ວິສາຫະກິດຂະໜາດປານກາງ ແລະຂະໜາດນ້ອຍ 3 ແສນແຫ່ງ ອັນມີໂຮມ
ທັງການຜ່ອນຜັນພາສີ ແລະໂຄງການເຝິກອົບລົມພະນັກງານຄືນໃໝ່. ນອກນີ້ແລ້ວ ລັດ ຖະບານ ກໍຍັງຫວັງວ່າອັດຕາຄ່າແຮງງານທີ່ສູງຂຶ້ນນັ້ນ ອາດຊ່ວຍຊຸກຍູ້ການອຸບປະໂພກ ບໍລິໂພກຢູ່ພາຍໃນປະເທດໃຫ້ສູງຂຶ້ນ ພ້ອມກັບຊ່ວຍຄໍ້າຈຸນການເສດຖະກິດ ທີ່ຊົບເຊົາ
ຂອງໂລກນັ້ນໄປໃນຕົວ.