ໄທຈະຂັບໄລ່ຊ່າງພາບຂ່າວ ທີ່ຂ້າມຊາຍແດນມາຈາກ ມຽນມາ

  • ບົວສະຫວັນ

ກຸ່ມປົກປ້ອງສິດທິມະນຸດຂອງສື່ມວນຊົນ Committee to Protect Journalists ຫລື CPJ ແຫ່ງນີວຢອກທີ່ໄດ້ປະທ້ວງຕໍ່ການປະກາດ ການເນລະເທດນາຍ Pascal Schatterman ແລະ ນາຍ John Sanlin ຂອງເຈົ້າໜ້າທີ່ໄທ.

ເຈົ້າໜ້າທີ່ໄທເວົ້າວ່າ ພວກ​ເຂົາ​ເຈົ້າມີ​ແຜນທີ່​ຈະ​ເນລະ​ເທດຊ່າງພາບຂ່າວສອງຄົນ ທີ່​ໄດ້ຂ້າມ​
ຊາຍ​ແດນມຽນມາ ​ກັບ​ເຂົ້າມາໃນປະ​ເທດໄທ​ອີກລຸນ​ຫລັງ​ທີ່​ໄດ້​ລາຍ​ງານ​ຂ່າວກ່ຽວກັບ​ການ
ປະ​ທະ​ກັນ​ລະຫວ່າງ​ພວກທະຫານ​ກັບ​ພວກ​ກະບົດມຽນມາ.

ພວກ​ເຈົ້າໜ້າ​ທີ່ໄທ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້ວ່າ ນາຍ Pascal Schatterman ຄົນເບັນຢຽມ
ຈະ​ໄດ້​ບິນ​ກັບ​ຄືນ​ໄປ​ປະ​ເທດ​ຂອງ​ລາວ ​ແລະຊ່າງພາບຂ່າວຜູ້​ທີ​ສອງ​ຄືນາຍ John Sanlin
ທີ່​ຖື​ພາສ​ປອດມຽນມາ ຈະ​ຖືກສົ່ງ​ມອບ​ໂຕໃຫ້​ແກ່​ພວກ​ເຈົ້າໜ້າທີ່​ມຽນມາ ຢູ່​ດ່ານ​ຂ້າມຊາຍ
ແດນ​ໄທ​-ມຽນມາ​ແຫ່ງ​ນຶ່ງ.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດຂອງ​ສື່​ມວນ​ຊົນ​ທີ່ມີ​ສຳນັກງານ​ຕັ້ງຢູ່ນະຄອນນີວຢອກ ຊຶ່ວ່າຄະນະ​
ກຳມະການ​ປົກ​ປ້ອງນັກ​ຂ່າວ ຫລື CPJ ນັ້ນ ​ໄດ້​ປະ​ທ້ວງ​ຕໍ່ການ​ປະກາດ​ການ​ເນລະ​ເທດ​
ຂອງ​ເຈົ້າໜ້າທີ່​ໄທ. ກຸ່ມ​ດັ່ງກ່າວ​ເວົ້າວ່າ ​ປະ​ເທດໄທ​ເຄີຍ​ໄດ້​ເປັນບ່ອນ​ພັກ​ພາ​ທີ່​ປອດ​ໄພສຳ
ລັບພວກ​ນັກ​ຂ່າວທີ່ໄປ​ເອົາ​ຂ່າວ​ກ່ຽວກັບ​ການ​ປົກຄອງ​ຂອງ​ພວກ​ທະຫານຢູ່​ໃນ​ມຽນມາ
ມາ​ໂດຍ​ຕະຫລອດ ແລະ​ວ່າ ນາຍ Sanlin ຈະ​ຖືກ​ແກ້ແຄ້ນໂດຍ​ລັດຖະບານ​ມຽນມາ ຖ້າ​
ຫາກ​ລາວ​ຖືກ​ບັງຄັບ​ໃຫ້​ກັບ​ຄືນ​ໄປ​ທີ່​ນັ້ນ.

ກຸ່ມ CPJ ​ເວົ້າວ່າ ຊ່າງ​ພາບຂ່າວ​ທັງ​ສອງ​ໄດ້​ຂ້າມ​ຊາຍແດນເຂົ້າໄປ​ໃນ​ມຽນມາ ​ເພື່ອ​ໄປ
ເອົາ​ຂ່າວ​ການ​ສູ້ລົບກັນ​ລະຫວ່າງ​ພວກ​ທະຫານມຽນມາກັບ​ພວກ​ກະບົດ​ເຜົ່າກະຫລ່ຽງ.
ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຈັບ​ໃນ​ວັນ​ພະຫັດແລ້ວນີ້ ​ໃນ​ຂະນະ​ທີ່​ກຳລັງ​ຂ້າມ​ຊາຍ​ແດນ​ກັບ​ເຂົ້າມາ​
ໄທ​ຄືນ ​ແລະພາບ​ວີ​ດີ​ໂອ​ທີ່​ພວກ​ເຂົາ​ເຈົ້າ​ໄດ້ຖ່າຍ​ເອົາ​ຢູ່​ມຽນມານັ້ນ ກໍໄດ້ຖືກ​ຢຶດ​ໄວ້. ທັງ​
ສອງ​ຄົນ​ຖືກ​ປັບ​ໄໝ $16 ຖານ​ລະ​ເມີດກົດໝາຍວ່າ​ດ້ວຍ​ການ​ເຂົ້າເມືອງຂອງ​ປະ​ເທດ​ໄທ.