ກໍາມະການຄະນະນຶ່ງທີ່ແຕ່ງຕັ້ງໂດຍລັດຖະບານໄທ ໄດ້ອະນຸມັດການຈ່າຍເງິນຊົດເຊີຍໃນຈໍານວນຫລາຍເຖິງ 2 ແສນຫ້າໝື່ນບາດ ໃຫ້ແຕ່ລະຄົນທີ່ໄດ້ຮັບຜົນກະທົບຈາກເຫດ ການກໍ່ຄວາມຮຸນແຮງໃນເຂດພາກໃຕ້ສຸດຂອງໄທ. ໃນນັ້ນແມ່ນມີໂຮມທັງພວກຍາດພີ່ນ້ອງຂອງຜູ້ທີ່ຖືກຂ້າຕາຍ ໂດຍກໍາລັງຮັກສາຄວາມປອດໄພຂອງໄທໃນເຫດຮ້າຍທີ່ພວກນັກວິ ເຄາະກ່າວວ່າ ຊ່ວຍເປັນເຊື້ອໄຟໃຫ້ແກ່ການກໍ່ກະບົດ ທີ່ໄດ້ເຂັ່ນຂ້າປະຊາຊົນໄປຫລາຍກວ່າ 5,000 ຄົນ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ.
ພວກຄອບຄົວທີ່ຈະໄດ້ຮັບເງິນຊົດເຊີຍນັ້ນແມ່ນໂຮມທັງພວກຍາດພີ່ນ້ອງ ຂອງພວກທີ່ຖືກ ຂ້າຕາຍໃນປີ 2004 ເວລາກໍາລັງຮັກສາຄວາມປອດໄພຂອງໄທ ບຸກເຂົ້າໂຈມຕີພວກຫົວ
ຮຸນແຮງມຸສລິມ ທີ່ເຂົ້າໄປຫລົບໄພທີ່ວັດມຸສລິມ Krue Se ໃນຈັງຫວັດປັດຕານີນັ້ນ
ສອງສາມເດືອນຕໍ່ມາ ພວກປະທ້ວງຕໍ່ຕ້ານລັດຖະບານ 78 ຄົນໄດ້ເສຍຊີວິດຍ້ອນຂາດອາກາດຫາຍໃຈບໍ່ໄດ້ ຫລັງຈາກພວກເຂົາເຈົ້າຖືກຈັບແລະຍັດບຽດກັນຢູ່ໃນລົດບັນທຸກ.
ພາຍໃຕ້ແຜນການໃໝ່ດັ່ງກ່າວນີ້ ພວກຍາດພີ່ນ້ອງຂອງພວກທີ່ເສຍຊີວິດ ຈະໄດ້ຮັບເງິນຄ່າຊົດເຊີຍ.
ຄອບຄົວໃດທີ່ເຊື່ອວ່າຍາດພີ່ນ້ອງຂອງຕົນໄດ້ຫາຍສາບສູນໄປ ໂດຍກໍາລັງຮັກສາຄວາມ
ປອດໄພຂອງປະເທດນັ້ນກໍຈະໄດ້ຮັບເງິນຊົດເຊີຍເຊັ່ນດຽວກັນ.
ພວກຜູ້ຊາຍມຸສລິມຫາມຊາຍຄົນນຶ່ງ ທີ່ໄດ້ຮັບບາດ ເຈັບໃນເຫດການຍິງຕໍ່ສູ້ກັນກັບທະຫານໄທ ຢູ່ໃກ້ໆ ເມືອງປັດຕານີ ໃນພາກໃຕ້ຂອງໄທ, ວັນທີ 13 ເມສາ 2007.
ທ່ານ ສຸໄນ ຜາສຸກ ນັກວິໄຈປະຈໍາກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານຢູ່ນະຄອນນີວຢ໊ອກ ກ່າວວ່າ ພວກເຂົາເຈົ້າມີບັນທຶກ 39 ກໍລະນີ ທີ່ຖືກບັງຄັບໃຫ້ຫາຍສາບສູນ. ທ່ານ ສຸໄນ ກ່າວຕໍ່ໄປວ່າ ຜົນເສຍຫາຍຕ່າງໆ ສໍາລັບພວກເຄາະຮ້າຍ ຢູ່ໃນເຂດພາກໃຕ້ສຸດຂອງໄທ ນັບວ່າສູງທີ່ສຸດທີ່ລັດຖະບານໄດ້ສະເໜີຈ່າຍໃຫ້ ແລະມັນເປັນການສໍາ ຄັນຫຼາຍ ໃນການຮັບຮູ້ພວກເຄາະຮ້າຍຂອງກໍາລັງຮັກສາຄວາມປອດໄພຂອງປະເທດ.
ທີ່ທ່ານສຸໄນເວົ້າວ່າ “ສໍາຄັນໄປກວ່າການໃຫ້ເງິນຊົດເຊີຍນັ້ນ ກໍຄືຕ້ອງໃຫ້ມີການສືບສວນສອບສວນ ຕ້ອງໃຫ້ມີຄວາມຮັບຜິດຊອບ. ແລະພວກເຮົາຫວັງວ່າ ນີ້ເປັນບາດກ້າວທີ່ສໍາຄັນທີ່ສຸດບາດກ້າວນຶ່ງ ທີ່ຈະນໍາໄປສູ່ການສືບສວນສອບສວນ ຢ່າງກວ້າງຂວາງ ຕໍ່ເຫດການກໍ່ຄວາມຮຸນແຮງໂດຍລັດຖະບານ ໃນເຂດພາກໃຕ້ສຸດຂອງໄທ ທີ່ໄດ້ດໍາເນີນມາໄດ້ຫລາຍໆປີແລ້ວນັ້ນ.”
ການຕັດສິນໃຈໃນການຈ່າຍເງິນຊົດເຊີຍໃຫ້ແກ່ພວກເຄາະຮ້າຍເຂດພາກໃຕ້ໄດ້ມີຂຶ້ນລຸນຫຼັງການຕົກລົງກັນໃນທໍານອງດຽວກັນນີ້ໃນເດືອນມັງກອນຜ່ານມາ ເພື່ອຈ່າຍເງິນຊົດເຊີຍແກ່ພວກເຄາະຮ້າຍຈາກເຫດການຄວາມຮຸນແຮງທາງດ້ານການເມືອງຂອງປະເທດ ທີ່ໄດ້ເກີດຂຶ້ນ ຢູ່ທີ່ບາງກອກເປັນບາງຄັ້ງບາງຄາວ ມາຕັ້ງແຕ່ປີ 2005. ພວກນັກວິເຄາະກ່າວວ່າ ແຜນການຈ່າຍເງິນຊົດເຊີຍດັ່ງກ່າວນີ້ ແມ່ນສ້າງຄວາມກົດດັນໃຫ້ແກ່ລັດຖະບານເພື່ອ
ແກ້ໄຂບັນຫາຄວາມບໍ່ພໍໃຈມາເປັນເວລາຍາວນານໃນເຂດພາກໃຕ້ສຸດຂອງໄທ.
ກໍາມະການອີກຄະນະນຶ່ງ ຄາດວ່າຈະຕັດສິນໃຈໃນເວລາຕໍ່ມາ ສໍາລັບເງິນຄ່າຊົດເຊີຍສຳຫຼັບຍາດພີ່ນ້ອງຂອງພວກເຈົ້າໜ້າທີ່ກໍາລັງຮັກສາຄວາມປອດໄພທີ່ໄດ້ຖືກຂ້າຕາຍໃນເຫດຮ້າຍຕ່າງໆ ຢູ່ໃນເຂດພາກໃຕ້ຂອງໄທນັ້ນ.
ທ່ານ Benjamin Zawacki ຈາກອົງການນີລະໂທດກຳສາກົນປະຈໍາປະເທດໄທກ່າວວ່າ ກໍລະນີຂໍ້ຂັດແຍ້ງກັນຢູ່ໃນເຂດພາກໃຕ້ນັ້ນນັບວ່າເປັນບັນຫາລ່ວງລະເມີດສິດທິມະນຸດທີ່ຮ້າຍແຮງທີ່ສຸດຂອງໄທ.
ທ່ານ Zawacki ເວົ້າວ່າ “ກ່ຽວກັບກໍລະນີນີ້ ບໍ່ເຫັນມີເຈົ້າໜ້າຈັກຄົນເລີຍທີ່ຕ້ອງ
ຮັບຜິດຊອບ ໃນການລ່ວງລະເມີດຕ່າງໆດ້ານສິດທິມະນຸດໃນເຂດພາກໃຕ້
ສຸດຂອງໄທ ຄືໃນລະຫວ່າງເວລານັ້ນ ເຖິງແມ່ນມີມູນຄວາມຈິງຢູ່ວ່າ ມີພວກ
ກະບົດຢ່າງໜ້ອຍປະມານ 50 ເປີເຊັນທີ່ຖືກດໍາເນີນຄະດີ ໄດ້ຖືກຕັດສິນວ່າ
ກະທໍາຜິດ ແລະດັ່ງນັ້ນກໍເປັນທີ່ແນ່ນອນວ່າ ມັນຍັງຂາດຄວາມຍຸຕິທໍາຢູ່ໃນ
ພາກໃຕ້ສຸດຂອງໄທນັ້ນ."
ພວກທະຫານໄທພາກັນກູ້ເອົາສົບພະສົງອົງນຶ່ງ ທີ່ຖືກພວກກະບົດ ມຸສລິມຍິງຕາຍ ໃນຈັງວັດຢະລາ ທາງພາກໃຕ້ຂອງໄທ, ວັນທີ 16 ເດືອນພຶດສະພາ 2011.
ພຽງບໍ່ເທົ່າໃດຊົ່ວໂມງຈາກຫາດຊາຍທ່ອງທ່ຽວທີ່ມີຊື່ສຽງແຫ່ງຕ່າງໆຂອງໄທ ການກໍ່ກະບົດກໍຍັງຄົງແນໃສ່ ແຕ່ໃນສາມຈັງ ຫວັດພາກໃຕ້ສຸດຂອງໄທ ຄືຈັງຫວັດ ນະຣາທິວາດ ປັດຕານີ ແລະຢະລາ. ເຂດພາກໃຕ້ຂອງໄທເຄີຍ ເປັນສຸນລະຕານເອກກະລາດຂອງພວກມຸສລິມມາເລ ກ່ອນລາດຊະອານາຈັກໄທ ທີ່ນັບຖືສາສະໜາພຸດ ຍຶດເອົາເຂດດັ່ງກ່າວ ເມື່ອນຶ່ງຮ້ອຍປີ ຜ່ານມາ.
ພວກມຸສລິມມາເລ ທີ່ບໍ່ພໍໃຈຈະຢູ່ພາຍໃຕ້ການປົກຄອງຂອງໄທທີ່ນັບຖືສາສນາພຸດນັ້ນ ໄດ້ທຳການສູ້ລົບໃນການກໍ່ກະບົດເປັນໄລຍະໆ ທີ່ເຊື່ອວ່າແນໃສ່ເພື່ອຢາກໄດ້ຮັບປົກຄອງຕົນເອງໃນຮູບໃດ ຮູບນຶ່ງ.
ແຕ່ວັດຖຸປະສົງຂອງພວກກະບົດນັ້ນ ຍັງຄົງບໍ່ເປັນທີ່ແຈ່ມແຈ້ງເທື່ອ ເພາະພວກເຂົາເຈົ້າບໍ່ມີການຖະແຫຼງໃຫ້ຜູ້ຄົນຮູ້ຈັກ ແລະບໍ່ມີເປົ້າໝາຍທີ່ຕັ້ງໄວ້ຢ່າງຈະແຈ້ງ.
ພວກກະບົດແມ່ນແນເປົ້າໝາຍໃສ່ພວກທະຫານແລະຕໍາຫລວດ ແຕ່ກໍຍັງເຂັ່ນຂ້າພວກເປົ້າໝາຍທີ່ງ່າຍໆທັງຫລາຍເຊັ່ນພວກນາຍຄູ ພະສົງ ແລະ ພວກຊາວນາ ທີ່ເຫັນວ່າເປັນຕົວແທນຂອງລັດຖະບານສາສນາພຸດຂອງໄທ ນັ້ນ.
ພວກກຸ່ມປົກປ້ອງສິດທິມະນຸດກ່າວວ່າ ກຸ່ມກໍາລັງຮັກສາຄວາມປອດໄພທີ່ລຶກລັບ ໄດ້ໃຊ້ມາດຕະການທໍລະມານ ແລະຈັບກຸມຄຸມຂັງຕາມອໍາເພີໃຈ.