ຄົນຕິດເຊື້ອ HIV ມີອາການ ຕໍ່ຕ້ານຢາ​ຫລາຍຂຶ້ນ ໃນໄທ

  • ທອງປານ ເທບວົງສາ

ນາງພະຍາບານກຽມໃຫ້ຢາຕໍ່ຕ້ານເຊື້ອໄວຣັສເອັຊໄອວີ ແກ່ຜູ້ຕິດເຊື້ອໄວຮັສດັ່ງກ່າວ ທີ່ບາງກອກ, ປະເທດໄທ, ເດືອນພະຈິກ 2010.

ພວກຄົນເຈັບທີ່ຕິດເຊື້ອໄວຣັສເອັຊໄອວີ ທີ່ພາໃຫ້ເປັນໂຣກເອດສ໌ນັ້ນ ຫລາຍໆຄົນມີປະຕິ ກິລິຍາໃນທາງລົບ ຕໍ່ຢາຕໍ່ຕ້ານເຊື້ອໄວຣັສ ຫລື ARV ແລະພວກອື່ນໆອີກກໍບໍ່ພາກັນກິນ ຢາ ໃຫ້ຖືກຕ້ອງຕາມທີ່ນາຍແພດບອກ ຊຶ່ງກໍໝາຍຄວາມວ່າສະພາວະຕໍ່ຕ້ານຢາ ອາດຈະ ເພີ່ມທະວີຂຶ້ນ. ມາບັດນີ້ ຢູ່ໃນປະເທດໄທ ລັດຖະບານກໍາລັງວາງແຜນທີ່ຈະກວດ DNA ໃຫ້ພວກຕິດເຊື້ອເອັຊໄອວີຟຣີ ເພື່ອກວດຫາປະຕິກິລິຍາໃນທາງລົບ ເພື່ອຊ່ວຍລຸດຜ່ອນ ໄພຂອງການຕໍ່ຕ້ານຢານັ້ນ.

ຜູ້​ຊາຍ​ຄົນ​ນຶ່ງທີ່ຕິດເຊື້ອ HIV ມີປະຕິກິ​ລະ​ຍາ​ໃນທາງລົບ​ຕໍ່​ຢາ​ຕ້ານ​ເຊື້ອ​ໄວ​ຣັສ ທີ່ໃຊ້​ເພື່ອ​ຖ່ວງ​ເວລາ​ທີ່ລາວ​ຈະເລີ່​ມ​ເປັນ​ໂຣກ​ເອດ​ສ໌ນັ້ນ ລາວ​ກ່າວ​ວ່າ ລາວ​ເກີດ​ຕົກ​ໃຈເມື່ອ​ລາວ​ເຫັນ​ມີ​ຕຸ່ມຄັນເປັນຜືນແດງ​ຢູ່​ຕາມ​ໂຕ​ລາວ.

ສິ່ງ​ທີ່​ພາ​ໃຫ້​ພວກ​ຊ່ຽວຊານ​ທັງຫລາຍ​ເປັນ​ຫ່ວງ​ນັ້ນ​ກໍ​ແມ່ນ​ວ່າ ປະຕິກິ​ລິຍາທີ່ວ່າ​ນີ້​ຈະເຮັດ​ໃຫ້​ພວກ​ຄົນ​ເຈັບ​ເຊົາ​ປິ່ນປົວ​ຕໍ່​ໄປ ຊຶ່ງຈະສ້າງ​ຄວາມສ່ຽງຂື້ນ​ມາ​ວ່າ ​ພວກ​ຄົນ​ເຈັບ​ເຫລົ່າ​ນັ້ນ​ຈະ​ເກີດ​ມີ​ພູມ​ຕ້ານ​ຕໍ່​ຢາ​ປິ່ນປົວ​ເຊື້ອເອັຊ​ໄອ​ວີ ທີ່ມີ​ປະສິດທິ​ຜົນ​ສູງ​ແລະ​ມີ​ລາຄາຖືກນັ້ນ. ນາຍ​ວະສັນ ຈັນ​ທຣາທິດ ປະ​ຈໍາ ໂຮງພະຍາບານ​ມະຫິ​ດົນ ​ໃນ​ປະ​ເທດ​ໄທ ​ໄດ້​ສຶກສາ​ຕົວຢ່າງ DNA ຂອງ​ພວກ​ຄົນ​ເຈ​ັບ ຕິດ​ເຊື້​ອ​ເອັຊ​ໄອ​ວີ ທີ່​ມີ​ປະຕິ​ກິລິ​ຍາ​ສົ່ງ​ຜົນ​ຮ້າຍ​ ຕໍ່​ຢາ​ຕ້ານ​ເຊື້ອ​ໄວ​ຣັສ ຫລື ARVs ນັ້ນ.

ຢາ​ຕ້ານ​ເຊື້ອ​ໄວຣັສ ຫລື ARVs ຈະໃຊ້​ຄວາມ​ກົດ​ດັນຕໍ່
ເຊື້ອ​ໄວຣັສ​ ບໍ່ໃຫ້ຂະຫຍາຍໂຕອອກໄວໄດ້ ຫາກ​ກິນ​ຕາມ
ເວລາ ​ແຕ່​ການ​ຜ່ອນ​ເບົາ​ຄວາມ​ກົດ​ດັນ​ລົງ​ ​ໂດຍ​ຢຸດ​ການ​ປິ່ນປົວເປັນໄລຍະໆ ຫລືບໍ່ຮັບ
ການປິ່ນປົວເປັນປະຈໍາ ກໍ​ໝາຍ​ຄວາມ​ວ່າ ​ເນື້ອ​ເຍື່ອ​ໃນ​ຮ່າງກາຍ​ທີ່​ດື້​ຕໍ່​ຢາ​ນັ້ນ​ ອາດ​ສາ
ມາດ​ຂະຫຍາ​ຍຕົວ​ໄດ້ໄວ​ຂຶ້ນ. ນາຍ​ວະສັນ​ກ່າ​ວ ການ​ຂາດ​ການ​ປິ່ນປົວພຽງ​ສອງ​ສາມ
ເທື່ອ ກໍສາມາດ​ສ້າງ​ພູມ​ຕ້ານ​ຢາ​ໄດ້ ຊຶ່ງ​ນາຍ​ວະ​ສັນ​ກ່າວ​ຕໍ່​ໄປ​ວ່າ ສະພາວະການ​ດື້​ຕໍ່​ຢາ
ນັ້ນ ​ເວລາ​ມັນ​ເກີດ​ຂຶ້ນ ມັນ​ໝາຍ​ຄວາມ​ວ່າ ຢາ​ນັ້ນ​ກໍບໍ່​ສາມາດຄວບ​ຄຸມ​ເຊື້ອ​ໄວຣັສ​ໄດ້ອີກ ຕໍ່ໄປ.

ປະ​ເທດ​ໄທ​ມີ​ອັດຕາ​ການ​ດື້​ຕໍ່​ຢາ​ຕໍ່າ​ຫລາຍ ຄື​ປະມານ 2 ​ເປີ​ເຊັນ ສົມ​ທຽບ​ໃສ່ກັບ 10 ​ເປີ​
ເຊັນ​ໃນ​ບາງ​ປະ​ເທດ​. ນາງ Laura Birmingham ຜູ້​ຕາງໜ້າ​ອົງການ​ອະນາ​ໄມໂລກ​
ປະ​ຈໍາ​ປະ​ເທດ​ໄທ​ກ່າວ​ວ່າ:

“ແຕ່ວ່າ ອັດຕາການຕ້ານຢັນທີ່ຕໍ່າຫລາຍນີ້ ແມ່ນສຳຄັນຫລາຍ ເພາະວ່າ ເຮົາມີ
ຄົນຫລາຍຮອດ 216 ພັນຄົນ ກຳລັງກິນຢານີ້ຢູ່ ແລະພວກເຮົາກໍຢາກໃຫ້ເອົາ
ພວກເຂົາເຈົ້າໄວ້ໃນແຖວໜ້າຂອງລະບົບການປິ່ນປົວ ດົນເທົ່າທີ່ຈະດົນໄດ້ ບໍ່
ແມ່ນພຽງ ເພື່ອຜົນປະໂຫຍດຂອງພວກເຂົາເຈົ້າເອງເທົ່ານັ້ນ ແຕ່ຍ້ອນວ່າລະບົບ
ການວາງຢາ ແບບນີ້ ມັນກິນງ່າຍກວ່າອັນອື່ນ ແຕ່ຖ້າເວົ້າເຖິງລາຄາແລ້ວ ມັນກໍ ບໍ່ແພງອີກ.”

ປະ​ເທດ​ໄທ ກໍຄືກັນກັບປະ​ເທດ​ອື່ນໆ ທີ່​ຜະລິດ​ຢາຕ້ານ​ເຊື້ອໄວຣັສທີ່​ໃຊ້ຕໍາລາ​ດຽວ​ກັບ​ຢາ
ຕົວ​ຈິງ​ມີ​ຍີ່​ຫໍ້ແຕ່ລາຄາຖືກກວ່າ ຊຶ່ງອໍານວຍໃຫ້​ລັດຖະບານ​ສາມາດ​ສະໜອງ​ການ​ປິ່ນປົວ
ໂດຍໃຊ້ຢາຕ້ານ​ເຊື້ອ​ໄວຣັສ​ນີ້ຟຣີ ​ໂດຍ​ການ​ນໍາ​ໃຊ້​ຢາ​ທີ່​ເອີ້ນ​ວ່າ ຢາ​ສໍາລັບໃຊ້ກ່ອນຫລືຢາ
ຊຸດທໍາອິດ ໃນ​ລາຄາປະມານ 450 ​ໂດ​ລາຕໍ່​ປີ​ຕໍ່​ຄົນ​ເຈັບ​ຜູ້​ນຶ່ງ. ນາຍ​ວະສັນ ຈັນທຣາທິດ
ປະ​ຈໍາໂຮງ ​ພະຍາບານ​ມະຫິ​ດົນ ກ່າວ​ວ່າ

“ຖ້າ​ພະຍາດ​ດື້​ຕໍ່​ຢາ​ຊະນິດທໍາ​ອິດ ​ແລ້ວ​ເຮົາ​ກໍ​ຈະ​ໃຊ້​ຢາຊຸດທີ່​ສອງ ທີ່​ມີລາຄາ​ສູງ​ກວ່າ​ຊຸດ​ທໍາ​ອິດ 2 ຫາ 9 ​ເທື່ອ ແພງກວ່າ​ທີ່​ເຮົາ​ຈ່າຍ​ກັນ​ໃນ​ປັດຈຸບັນ​ນີ້."

ເມື່ອ​ໝໍ່ໆ​ມາ​ນີ້ ກຸ່ມພວກ​ມື​ອາຊີບ​ດ້ານ​ສຸຂະພາບ​ຂອງ​ໄທ ໄດ້ສະແຫວງ​ຫາ​ຄວາມຊ່ວຍ​ເຫລືອ
ຈາກ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ ​ເພື່ອ​ກໍາຈັດ​ປະຕິກິ​ລິຍາໃນທາງລົບ​ຕໍ່​ຢາແລະການດື້ຕໍ່ຢານັ້ນ ​
ເພື່ອ​ຮັກສາ​ພວກຢາ​ປິ່ນປົວ​ຄຸນ​ນະພາ​ບລອງທີ່​ມີ​ລາຄາ​ຖືກເອົາໄວ້ ໃຫ້ໃຊ້ໄດ້ປະ​ໂຍດເປັນ ເວລາຍາວ​ນານຕໍ່ໄປ.

ສາດສະດາຈານ Chen Yuan-Tsong ປະ​ຈໍາ ສະ​ຖາ​ບັນ Academia Sinica ​ໄດ້ມີ
ສ່ວນ​ຊ່ວຍ​ໃນການຄົ້ນພົບຕົວ​ຊີ້​ບອກ DNA ທີ່​ສາມາດ​ບອກ​ໄດ້​ວ່າ ​ຄົນ​ເຈັບ​ຄົນ​ໃດ​ຈະມີ
ປະຕິ​ກິລິຍາ​ໃນ​ທາງ​ລົບ​ນັ້ນ. ສາດສະດາຈານ Chen Yuan-Tsong ກ່າວວ່າ:

“ພວກ​ເຮົາ​ໝົດ​ທຸກ​ຄົນ​ມີ​ຄວາມ​ແຕກ​ຕ່າງ​ກັນ ​ແລະ​ບຸກຄົນ​ໆ​ນຶ່ງ​ກໍມີ​ຄວາມ​ຮູ້ສຶກ​
ໄວ​ຕໍ່​ຢາບາງຊະນິດ​ຫລາຍກວ່າຄົນອື່ນໆ ຊຶ່ງ​ນີ້​ກໍ​ເນື່ອງມາຈາກ​ອົງປະກອບໃນ
ກໍາມະພັນຂອງໃຜລາວ ​ເມື່ອ​ໃດ​ທີ່​ພວກ​ເຮົາ​ຫາກຄົ້ນພົບໄດ້ວ່າ ກໍາມະພັນ
ແບບໃດດື້ຕໍ່ຢາແລ້ວ ​ເຮົາ​ກໍຈະ​ສາມາດ​ກວດເບິ່ງ​ຄົນ​ເຈັບ​ໄດ້.

ການກວດ DNA ຂອງ​ພວກ​ຄົນ​ເຈັບ ອໍານວຍໃຫ້ພວກ​ນາຍ​ໝໍ​ສາມາດ​ຫລີກ​ລ່ຽງການສັ່ງ​ ຢາ​ທີ່​ຈະ​ສ້າງ​ຜົນ​ຮ້າຍ​ນັ້ນ​ໄດ້.

ພວກ​ນາຍ​ຊ່າງ​ການ​ແພດ​ປະ​ຈໍາ​ມະຫາ​ວິດ​ທະ​ຍ​າ​ໄລ​ມະຫິ​ດົນ ກໍາລັງ​ທົດລອງ​ເຄຶ່ອງອຸບປະ
ກອນ​ນ້ອຍໆ​ອັນ​ນຶ່ງ ທີ່​ສາມາດ​ຈັບ​ຄວາມຮູ້ສຶກໄວ​ຕໍ່​ຢາ​ຕ້ານເຊື້ອ​ໄວ​ຣັສ ຫລື ARV ນັ້ນໄດ້.
ພວກ​ເຂົາເຈົ້າ​ຫວັງ​ທີ່​ຈະ​ນໍາ​ເອົາ​ເທັກໂນໂລຈີ ການກວດດັ່ງກ່າວນີ້ ໄປໃຊ້ຢູ່ໃນໂຮງ​ພະຍາ
ບານ​ແລະ​ສຸກສາລາ​ທັງຫລາຍ​ໃນ​ເຂດ​ຊົນນະບົດຂອງໄທ.