ໄທຈະເປີດປະຕູນໍ້າ ໃນເຂດບາງກອກ ໃຫ້ນໍ້າທີ່ຖ້ວມ ໄຫຼລົງທະເລ

  • ໄພສານ ວໍຣະຈັກ

ທະຫານໃຊ້ສອບຊາຍສ້າງຄູກັ້ນນໍ້າທີ່ຈັງຫວັດປະທຸມທານີ ທີ່ປະສົບກັບໄພນໍ້າຖ້ວມ ໃນເຂດຊານເມືອງ ຂອງນະຄອນຫຼວງຂອງໄທ (20 ຕຸລາ 2011)

ເຈົ້າໜ້າທີ່ໄທກ່າວວ່າ ຕົນບໍ່ສາມາດຕ້ານຢັນກັບໄພນໍ້າຖ້ວມ ທີ່ພວມມຸ່ງໜ້າສູ່ເຂດນະຄອນ
ຫຼວງຂອງໄທນັ້ນ ໄດ້ອີກຕໍ່ໄປແລ້ວ.

ນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດທີ່ປະເຊີນກັບວິກິດການເທື່ອທຳອິດນັບແຕ່ທ່ານນາງ
ໄດ້ເຂົ້າຮັບຕຳແໜ່ງໃນເດືອນສິງຫາຜ່ານມາ ກ່າວໃນວັນພະຫັດມື້ນີ້ວ່າ ທ່ານນາງໄດ້ສັ່ງໃຫ້
ພວກເຈົ້າໜ້າທີ່ເປີດປະຕູນໍ້າແຫ່ງຕ່າງໆໃນເຂດບາງກອກແລະປ່ອຍໃຫ້ນໍ້າໄຫຼຜ່ານຄອງລົງ
ສູ່ທະເລ.

ເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າຍັງບໍ່ແນ່ໃຈເທື່ອວ່າ ລະດັບນໍ້າຈະລົ້ນຄອງຂຶ້ນມາຖ້ວມຖະ
ໜົນຫົນທາງສາຍຕ່າງໆຫຼືບໍ່ ຊຶ່ງເປັນຮູບພາບທີ່ອາດເກີດຂຶ້ນຊໍ້າອີກຂອງຄວາມເສຍຫາຍ ທີ່ໄດ້ເກີດຂຶ້ນໃນເຂດຊານເມືອງກໍ້າເໜືອຂອງນະຄອນຫຼວງໄທນັ້ນ.

ການຕັດສິນເປີດປະຕູນໍ້າຢູ່ໃນເຂດບາງກອກນີ້ ໄດ້ພາໃຫ້ຜູ້ຄົນຫຼັ່ງໄປຊື້ອາຫານການກິນ ແລະປັດໄຈຕ່າງໆເພື່ອກະກຽມໄວ້ຊຶ່ງເຮັດໃຫ້ພວກເຈົ້າໜ້າທີ່ໄດ້ອອກຄຳເຕືອນຫ້າມບໍ່ໃຫ້
ມີການກັກຕຸນສິນຄ້າ. ນອກນັ້ນແລ້ວຍັງໄດ້ມີຄຳສັ່ງໃຫ້ປະຊາຊົນ ຍ້າຍລົດຂອງຕົນອອກ ຈາກຂົວແລະທາງດ່ວນແຫ່ງຕ່າງໆ.

ໃນເຂດຊານເມືອງກໍ້າເໜືອສຸດຂອງບາງກອກນັ້ນ ລະດັບນໍ້າໄດ້ລົ້ນຂຶ້ນມາຖ້ວມຖະໜົນ
ຫົນທາງສາຍຕ່າງໆຂະນະທີ່ລະດັບນໍ້າຖ້ວມທີ່ສູງຂຶ້ນໄດ້ຫຼັ່ງໄຫຼມາຈາກເຂດພາກກາງໄດ້
ເພີ່ມຄວາມກົດດັນຫຼາຍຂຶ້ນຕໍ່ຄູກັນນໍ້າ. ນໍ້າໄດ້ໄຫຼເຂົ້າຖ້ວມເຂດອຸດສາຫະກຳຫຼາຍບ່ອນ
ແລ້ວໂດຍຄາດວ່າລະດັບນໍ້າຈະສູງຂຶ້ນສຸດຂີດໃນໄລຍະສອງສາມມື້ຂ້າງໜ້ານີ້.

ໂຕເລກຜູ້ເສຍຊີວິດ ໃນທົ່ວປະເທດໄທ ຈາກໄພນໍ້າຖ້ວມທີ່ຮ້າຍແຮງສຸດໃນຮອບ 50 ປີ
ແມ່ນໄດ້ເພີ່ມຂຶ້ນເປັນ 320 ຄົນ ໂດຍມີຜູ້ໄດ້ຮັບຜົນກະທົບທັງໝົດ 9 ລ້ານຄົນ. ນອກ ນັ້ນໄພນໍ້າຖ້ວມຍັງໄດ້ສ້າງຜົນກະທົບຕໍ່ຫວຽດນາມ ກຳປູເຈຍ ສປປ ລາວ ໂດຍເຮັດໃຫ້ ມີຜູ້ເສຍຊີວິດຕື່ມອີກຫຼາຍຮ້ອຍຄົນຢູ່ໃນບັນດາປະເທດເຫຼົ່ານີ້.