230 ກວ່າຄົນເສຍຊີວິດ ໃນໄພນໍ້າຖ້ວມຢູ່ໄທ

  • ໄພສານ ວໍຣະຈັກ

ປະຊາຊົນພວມພາກັນລຸຍນໍ້າທີ່ຖ້ວມ ໃນເຂດເທດສະບານຫາດໃຫຍ່ ຈັງຫວັດສົງຂລາ ທາງພາກໃຕ້ຂອງໄທ.

ໄພນໍ້າຖ້ວມໃນທ້າຍປີກາຍນີ້ ໄດ້ທຳລາຍປະຊາຄົມຫຼາຍພັນແຫ່ງໃນທົ່ວປະເທດໄທ ແລະ ສ້າງຄວາມເສຍຫາຍຕໍ່ໂຄງລ່າງພື້ນຖານແລະເສດຖະກິດ ໃນມູນຄ່າຫຼາຍຮ້ອຍລ້ານໂດລາ. ໄພນໍ້າຖ້ວມດັ່ງກ່າວ ແມ່ນມີຂະໜາດໃຫຍ່ຜິດປົກກະຕິ ຈາກໄພນໍ້າຖ້ວມທີ່ເກີດຂຶ້ນຢູ່ເປັນ ປະຈຳຢູ່ແລ້ວໃນປະເທດໄທນັ້ນ. ອິງຕາມລາຍງານ ທີ່ນັກຂ່າວວີໂອເອ Ron Corben ລາຍງານມາຈາກບາງກອກນັ້ນບັນດານັກວິທະຍາສາດກ່າວວ່າ ປະເທດໄທຕ້ອງໄດ້ພັດທະ ນາແຜນການໄລຍະຍາວ ເພື່ອຄຸ້ມຄອງນຶ່ງໃນບັນດາຊັບສິນ ອັນໃຫຍ່ຫລວງທີ່ສຸດຂອງຕົນ ແລະເປັນໄພອັນຕະລາຍທີ່ໃຫຍ່ທີ່ສຸດຂອງຕົນເຊ່ນກັນ ຊຶ່ງກໍຄືນ້ຳນັ້ນເອງ.

// ສຽງປະກາດຂ່າວເປັນພາສາອັງກິດ //

ໄພນໍ້າຖ້ວມຮ້າຍແຮງສຸດໃນຮອບເກືອບ 50 ປີທີ່ປະເທດ
ໄທໃນທ້າຍປີກາຍນີ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 230
ຄົນ ສ້າງຄວາມເສຍຫາຍຫຼາຍກວ່າ 1 ພັນ 700 ລ້ານ
ໂດລາແລະໄດ້ຖ້ວມໄຮ່ນາຮົ້ວສວນຫຼາຍສິບພັນເຮັກຕາ.

ໄພນໍ້າຖ້ວມທີ່ໄດ້ເລີ້ມມາແຕ່ເດືອນຕຸລາທ້າຍປີກາຍ ແມ່ນ
ມີຜົນກະທົບຕໍ່​ເຄິ່ງນຶ່ງ​ຂອງ​ທັງ​ໝົດ 76 ຈັງຫວັດຂອງໄທ.
ຈົນມາຮອດເດືອນນີ້ ບັນດາຈັງຫວັດໃນເຂດພາກໃຕ້ຂອງ
ໄທກໍ​ຍັງໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມແລະດິນຖະຫຼົ່ມ
ຮອບໄໝ່.

ພວກນັກພະຍາກອນອາກາດເວົ້າວ່າ ອຸ​ທົກ​ກະໄພທີ່ວ່ານີ້ແມ່ນ​ໄດ້​ຖືກ​ເຮັດ​ໃຫ້​ຮ້າຍ​ແຮງ​ໜັກ​
ຂຶ້ນ ຍ້ອນຈາກປາກົດການລາ-ນີ-ຍາ ທີ່ເກີດຂຶ້ນເວລາອຸ​ນະ​ຫະພູມໃນໜ້ານໍ້າຂ​ອງມະຫາສະ
ມຸດປາຊີຟິກ ຕໍ່າກວ່າປົກກະຕິ ຊຶ່ງພາໃຫ້ມີຝົນຕົກ ໃສ່ພື້ນດິນໜັກຫຼາຍກວ່າສະເລ່ຍ.

ແຕ່ໄພນໍ້າຖ້ວມຢູ່ປະເທດໄທ ກໍບໍ່ເປັນເລື່ອງແປກປະຫຼາດຫຍັງເລີຍ ແມ່ນ​ແຕ່ໃນເວລາທີ່ບໍ່ມີ
ປາກົດການລາ-ນີ-ຍາ. ດັ່ງດຽວກັນກັບບໍລິເວນສ່ວນໃຫຍ່ຂອງຂົງເຂດເອເຊຍຕາເວັນອອກ
ສຽງໃຕ້ແລະພາກໃຕ້ຂອງຈີນ ລະດູຝົນຈາກລົມມໍລະສຸມ​ ແມ່ນເລີ້ມມາຮອດມາເຖິງໃນເດືອນ
ເມສາຫຼືບໍ່ກໍພຶດສະພາ ລຸນຫຼັງລະດູ ແລ້ງທີ່ຍາວນານໄດ້ສິ້ນສຸດລົງແລະມັກຈະພາເອົາໄພນໍ້າ
ຖ້ວມມານຳດ້ວຍ.

ທ່ານ Danai Thaitukoo ນັກບັນຍາຍກ່ຽວກັບວິຊາສະຖາປັດທີ່ຈຸລາລົງກອນມະຫາວິທະ
ຍາໄລກ່າວວ່າ ການເກີດໄພນໍ້າຖ້ວມເປັນປະຈຳນັ້ນແມ່ນໄດ້ເນັ້ນໃຫ້ ເຫັນເຖິງຄວາມຈຳເປັນ ​
ໃນ​ການ​ທີ່​ຈະ​ຕ້ອງ​ມີນະໂຍບາຍຄຸ້ມຄອງນໍ້າແບບມີປະ ສິດທິຜົນໄລຍະຍາວ ໃນທົ່ວປະເທດ.
ທ່ານ Danai ກ່າວກ່ຽວກັບເລື່ອງນີ້ວ່າ:

“ພວກເຮົາພາກັນແກ້ໄຂບັນຫາສະເພາະຕໍ່ໜ້າພວກເຮົາເທົ່ານັ້ນ ແຕ່ພວກເຮົາ
ບໍ່ໄດ້ກຽມການແກ້ໄຂໃນເຫດການອື່ນໆໃນໄລຍະຍາວເລີຍ. ມັນເບິ່ງຄືວ່າພວກ
ເຮົາມີວິທີການແກ້ໄຂບັນຫາຢູ່ ແຕ່ພວກເຮົາບໍ່ໄດ້ປະຕິບັດ ຢ່າງແທ້ຈິງເວລານີ້
ໄທຕ້ອງໄດ້ສຶກສາເບິ່ງບັນຫານໍ້າດື່ມນໍ້າໃຊ້ໃຫ້ເປັນຄວາມໝັ້ນຄົງຂອງປະເທດ
ຊາດ ດັ່ງນັ້ນມັນຈຶ່ງບໍ່ແມ່ນເປັນພຽງເລື່ອງຄວາມໝັ້ນຄົງ ດ້ານອາຫານເທົ່ານັ້ນ
ແຕ່ມັນຍັງແມ່ນຄວາມໝັ້ນຄົງເລຶ່ອງນໍ້ານຳດ້ວຍ. ແຕ່ແນວໃດກໍຕາມໃນລະດັບ
ນະໂຍບາຍສູງສຸດແລ້ວນັ້ນ ກະຊວງຕ່າງໆທັງໝົດຍັງບໍ່ທັນຖືເອົາເລື່ອງນີ້ເປັນ
ເລຶ່ອງຈິງຈັງແຕ່ຢ່າງໃດ.”


ພວກນັກວິທະຍາສາດແລະນັກວາງແຜນປະຊາຄົມທີ່ບາງກອກ ກ່າວວ່າ ນອກ ນັ້ນລະ
ດູແລ້ງທີ່ຍືດຍາວຂອງໄທຍັງຈຳເປັນຈະຕ້ອງໄດ້ຮັບການແກ້ໄຂນຳດ້ວຍ ຍ້ອນວ່າ ປະຊາ
ຄົມໃນເຂດຕ່າງໆມັກຈະມີການຂາດແຄນນໍ້າໃນໄລຍະຊຸມເດືອນລະດູແລ້ງນີ້.

ທ່ານອານົນ ຊະນິດວົງ ເປັນນັກຊ່ຽວຊານດ້ານອາກາດ ທີ່ຈຸລາລົງກອນມະຫາວິທະຍາ
ໄລ.

// ສຽງທ່ານອານົນ //

ທ່ານອານົນເວົ້າວ່າ ພວກ​ເຮົາ​ມັກມອງເບິ່ງນໍ້າ ໃນລະດູຝົນວ່າ ມີຫຼາຍເກີນຄວາມຕ້ອງ
ການເປັນສິ່ງທີ່ບໍ່ຕ້ອງການ ແລະເປັນສິ່ງທີ່ຈຳເປັນຕ້ອງໄດ້ຫາທາງກຳຈັດ ແລະໃນລະດູ
ແລ້ງຊໍ້າພັດມີການຈົ່ມວ່າບໍ່ມີນໍ້າໃຊ້ພຽງພໍ ພວກເຮົາຈຳເປັນຕ້ອງໄດ້ປ່ຽນທັດສະນະທ່າ
ທີໃໝ່ກ່ຽວກັບເລື່ອງນໍ້າ ຄືບໍ່ຕ້ອງພາກັນເບິ່ງນໍ້າວ່າເປັນສິ່ງ ທີ່ບໍ່ຕ້ອງການ ແຕ່ເປັນຊັບ
ສິນຕ່າງຫາກ. ທ່ານອານົນກ່າວຕື່ມວ່າ ຄວນຈະມີການດຳເນີນຄວາມພະຍາຍາມ ເພື່ອ
ໃຫ້ມີນໍ້າໃຊ້ພຽງພໍໃນລະດູແລ້ງ ໂດຍທຳການກໍ່ສ້າງອ່າງເກັບນໍ້າບໍ່ໍແມ່ນເຂື່ອນຂະໜາດ
ໃຫຍ່ ເພື່ອເກັບກັກນໍ້າໄວ້ໃນລະຫວ່າງລະດູຝົນ.

ປະເທດໄທໄດ້ປະສົບຄວາມສຳເລັດຈຳນວນນຶ່ງ ໃນການຄວບ​ຄຸມ​ການ​ຫລັ່ງ ໄຫລ​ຂອງ​
ແມ່ນໍ້າ. ການກໍ່ສ້າງທາງວິສະວະກຳທີ່ສຳຄັນໆໃນຮອບທົດສະວັດຜ່ານມາໄດ້ພາໃຫ້ນະ
ຄອນຫຼວງຂອງໄທມີຄວາມສ່ຽງຕໍ່ການທີ່ຈະຖືກນໍ້າຖ້ວມໜ້ອຍລົງ ຄືບາງກອກໄດ້ສ້າງ
ຄູກັ້ນນໍ້າ ຍາວກວ່າ 70 ຫຼັກກິໂລແມັດເລາະລຽບຕາມແຄມແມ່ນໍ້າເຈົ້າພະຍາແລະຄູກັ້ນ
ນໍ້າອີກຈຳນວນນຶ່ງ ກາຍເຂດບາງກອກອອກໄປອີກ.

ໄພນໍ້າຖ້ວມໃນປີກາຍນີ້ພາໃຫ້ລັດຖະບານຂອງນາຍົກລັດຖະມົນຕີອະພິຊິດ ເວດຊາຊີວະ ຊັ່ງຊາຕີລາຄາຄືນໃໝ່ເບິ່ງການບັນເທົາທຸກໄພນໍ້າຖ້ວມ ແລະລະບົບຊົນລະປະທານທີ່ມີຢູ່.
ລັດຖະບານຫວັງວ່າ ຈະນຳເອົາໂຄງການຄຸ້ມຄອງນໍ້າທັງໝົດ ເຂົ້າມາໄວ້ຢູ່ສູນກາງ. ທ່ານ
ປະນິທານ ວັດຕະນະຍາກອນ ຊຶ່ງເປັນໂຄສົກຂອງລັດຖະບານໄທກ່າວກ່ຽວກັບເລື່ອງນີ້
ວ່າ:

“ເວລານີ້ ນາຍົກລັດຖະມົນຕີກໍາລັງຂໍຮ້ອງໃຫ້ກະຊວງຕ່າງໆທັງໝົດ ທີ່ມີ
ສ່ວນກ່ຽວຂ້ອງກັບການຄຸ້ມຄອງນໍ້າໃຫ້ປະສານງານໃນແຜນການຂອງພວກ
ເຂົາເຈົ້າ ທີ່ມີສູນກາງຢູ່ສໍານັກນາຍົກລັດຖະມົນຕີ. ປັດຈຸບັນນີ້ແຜນການຄຸ້ມ
ຄອງນໍ້າໂດຍທົ່ວໄປສໍາລັບພາກສ່ວນການກະເສດໄດ້ມີການປະສານງານ
ກັນພາຍໃຕ້ແຜນການແມ່ບົດໃໝ່ແລະນັບເປັນເທື່ອທໍາອິດ ທີ່ພວກເຮົາໄດ້
ມີການລົງທຶນຄັ້ງໃຫຍ່ທີ່ເພັ່ງເລັງໃສ່ບັນຫານີ້ໂດຍສະເພາະແທນທີ່ຈະໃຫ້
ກະຊວງຕ່າງໆຄຸ້ມຄອງລະບົບນໍ້າ ຂອງພວກເຂົາເຈົ້າເອງ.”

ພວກຜູ້ນຳທາງທຸລະກິດ ແລະເຈົ້າຂອງຟາມຕ່າງໆ ຕະຫຼອດທັງພວກນັກຊ່ຽວຊານ
ໃນການຄຸ້ມຄອງນໍ້າຕ່າງກໍພາກັນກ່າວວ່າການຄຸ້ມຄອງນໍ້າແບບມີປະສິດທິຜົນແມ່ນ
ມີຄວາມສຳຄັນຫຼາຍສຳລັບປະເທດໄທ ທີ່ເປັນປະເທດນຳໜ້າໃນການສົ່ງເຂົ້າອອກໄປ
ຂາຍຢູ່ຕ່າງປະເທດນັ້ນ.

ພວກເຂົາເຈົ້າກ່າວວ່າ ການມີລະບົບຄຸ້ມຄອງນໍ້າທີ່ດີຂຶ້ນຈະເພີ່ມແລະຈະນຳໄປສູ່ການ
ມີຜົນຜະລິດ​ການ​ກະ​ເສດທີ່ຫຼາກຫຼາຍ ແລະຈະພາໃຫ້ມີລາຍໄດ້ເພີ່ມຂຶ້ນຈາກການນຳ
ໃຊ້ນໍ້າທີ່ຖືວ່າເປັນຊັບສິນແທນທີ່ຈະເປັນສິ່ງທີ່ບໍ່ຕ້ອງການນັ້ນ.