ຊາວນາປູກເຂົ້າ ໃນໄທ ໄດ້ຮັບຄວາມກົດດັນ ຍ້ອນບັນຫາ ໄພແຫ້ງແລ້ງ

Your browser doesn’t support HTML5

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ໄພແຫ້ງແລ້ງໃນໄທ ໄດ້ຈຳກັດລະດູການປູກເຂົ້າທີ່ສຳຄັນຂອງ
ປະເທດ. ບັນດາຊາວນາ ໄດ້ກ່າວໂທດໃສ່ລັດຖະບານ ສຳລັບ
ການທີ່ບໍ່ໄດ້ພະຍາຍາມເພີ່ມເຕີມ ເພື່ອປົກປ້ອງການ ສົ່ງອອກ
ທີ່ສຳຄັນສຸດຂອງປະເທດ. Steve Sandford ມີລາຍງານຈາກ
ຈັງຫວັດ ຊຽງໃໝ່ ປະເທດໄທ ເຊິ່ງ ພຸດທະສອນ ມີລາຍລະອຽດ
ມາສະເໜີທ່ານ.

Your browser doesn’t support HTML5

ຟັງລາຍງານ ຊາວນາ ປູກເຂົ້າ ໃນໄທ ໄດ້ຮັບ ຄວາມກົດດັນ ຍ້ອນບັນຫາ ໄພແຫ້ງແລ້ງ

ນາເຂົ້າໃນປະເທດ ໄທ, ຊາວນາເລີ່ມໝົດຫວັງຍິ່ງຂຶ້ນກວ່າເກົ່າ
ໃນ​ຂະ​ນະ​ທີ່ພວກເຂົາລໍຖ້າ ລະດູຝົນໃຫ້ມາຮອດໄວໆ.

ທ້າວ ນັດ ເຊິ່ງເປັນຊາວນາ ກ່າວວ່າ “ນີ້ແມ່ນໄພແຫ້ງແລ້ງທີ່
ຮ້າຍແຮງທີ່ສຸດຕັ້ງແຕ່ເຄີຍ ມີມາ.”

ເພື່ອປົກປັກຮັກສາສານ້ຳເອົາໄວ້, ລັດຖະບານຕ້ອງຫຼຸດຜ່ອນການ ປ່ອຍນ້ຳອອກຈາກອ່າງ ເກັບນ້ຳ, ຫັນປ່ຽນຄອງນ້ຳໃຫ້ກາຍເປັນ ດິນຕົມ.

ສຳລັບຊາວນາ ເຊັ່ນທ້າວ ອ​ະນັນ ສີຈັນເພັງ, ການຫາຂໍ້ແກ້ໄຂ ຖາວອນເພີ່ມເຕີມແມ່ນໝົດ ກຳນົດມາດົນນານແລ້ວ.

ທ້າວ ອະນັນ ກ່າວວ່າ “ພວກເຮົາຕ້ອງການຄວາມຊ່ວຍເ​ຫຼືອໃນ ການສ້າງເຂື່ອນ ຫຼື ອ່າງ ເກັບນ້ຳເພື່ອຮັກສານ້ຳໄວ້ໃຫ້ພວກເຮົາ ນຳໃຊ້ໃນການປູກເຂົ້າ ໃນຂະນະທີ່ ພວກເຮົາ ລໍຖ້າໃຫ້ຝົນຕົກ… ເພື່ອເກັບນ້ຳໄວ້ເດືອນໜຶ່ງ ຫຼື ຫຼາຍກວ່າ ກ່ອນລະດູ ຝົນ ຈະເລີ່ມຂຶ້ນ.”

ຕອນນີ້ບາງຄົນກໍເລີ່ມເຈາະເອົານ້ຳບາດານ, ເຊິ່ງເຮັດໃຫ້ອ່າງ​ນ້ຳ​ໃຕ້ດິນ​ຕົກ​ຢູ່​ໃນຄວາມ ສ່ຽງ.

ປີກາຍນີ້ ເຈົ້າໜ້າທີ່ໄດ້ເຕືອນວ່າອ່າງ​ນ້ຳ​ໃຕ້ດິນຈະແຫ້ງລົງ, ແຕ່ວ່າຊາວນາຫຼາຍຄົນບໍ່ໄດ້ ພາກັນຕຽມໂຕໄວ້.

ນັກວິເຄາະບາງຄົນກ່າວວ່າ ຊາວນາ ໄທ ຕ້ອງການຄວາມຊ່ວຍເຫຼືອ ໃນການຮຽນຮູ້ເອົາ ເທັກນິກໃໝ່ເພື່ອຮັບມືກັບການມີນ້ຳໜ້ອຍລົງ.

ທ່ານ ສັນ​ສະ​ນີ ກະ​ຈ່າງ​ໂສມ ຜູ້ຊ່ຽວຊານດ້ານກະສິກຳໄດ້ ກ່າວວ່າ “ບັນດາຊາວນາບໍ່ມີ ຄວາມຮູ້ພຽງພໍໃນການຮັບມືກັບໄພ ແຫ້ງ ແລ້ງ. ພວກເຂົາບອກຂ້າພະເຈົ້າວ່າ ພວກ ເຂົາຕ້ອງການຄວາມຊ່ວຍເຫຼືອຈາກລັດຖະບານ ເພື່ອສົ່ງພວກເຂົາໃຫ້ໄປສຶກສາໃນ ປະເທດທີ່ເຄີຍປະສົບບັນຫາທີ່ຄ້າຍຄືກັນ ກ່ຽວກັບການຜະລິດເຂົ້າ ເພື່ອຫາວິທີ
ຈັດການ ແລະ ຮັບມືກັບບັນຫານີ້.”

ສຳລັບຕອນນີ້, ໄທ ຄາດຄະເນວ່າ ​ຈະ​ມີການຫຼຸດ 43 ເປີເຊັນໃນການຜະລິດເຂົ້ານອກລະດູ ຊຶ່ງ​ເປັນລະດັບທີ່ຕ່ຳທີ່ສຸດໃນຮອບ 15 ປີ.

ສຳລັບຫຼາຍຄົນ​ແລ້ວ, ໄພແຫ້ງແລ້ງແມ່ນພຽງການເພີ່ມຂຶ້ນຂອງຄວາມກົດດັນ, ລັດຖະບານ ທະຫານທີ່ກຳລັງປົກຄອງປະເທດຢູ່ໃນຕອນນີ້ໄດ້ຍົກເລີກໂຄງການຊື້ເຂົ້າທີ່ ເປັນບັນຫານີ້ແລ້ວ, ເຊິ່ງໄດ້ເຮັດໃຫ້ລັດຖະບານເສຍລາຍໄດ້ນັບ​ເປັນຫຼາຍຕື້. ແຕ່ບັນດາ ເຈົ້າໜ້າທີ່ໄດ້ປະຕິຍານ ຕົນວ່າ ວິກິດການໃນປະຈຸບັນນີ້ ຈະເປັນບັນ ຫາບູລິມະສິດ, ໂດຍຈັດກອງປະຊຸມສຸກເສີນເພື່ອ ປຶກສາຫາລືກ່ຽວ ກັບນະໂຍບາຍການປັນ​ສ່ວນນ້ຳ.

ທ່ານ ສຸດ​ທິສັກ ຢູ່ສຳລານ ເຈົ້າໜ້າທີ່ຊົນລະປະທານລັດຖະບານ ໄທ ໄດ້ກ່າວວ່າ “ພວກເຮົາ ໄດ້ຮ້ອງຂໍໃຫ້ປະຊາຊົນປູກເຂົ້າຊ້າລົງ, ພວກເຮົາໄດ້ຂໍໃຫ້ພວກເຂົາເລື່ອນການປູກ ເຂົ້າຂອງພວກເຂົາອອກໄປເພື່ອ ປ້ອງກັນບໍ່ໃຫ້ພວກເຂົາຕໍ່ສູ້ກັນ ຍາດແຍ່ງເອົານ້ຳ.”

ສຳລັບປະເທດທີ່ເປັນໜຶ່ງໃນຜູ້ຜະລິດເຂົ້າທີ່ໃຫຍ່ທີ່ສຸດໃນໂລກ, ຫຼາຍຄົນກໍຫວັງວ່າຄວາມ ຜິດຫວັງໃນປີນີ້ ຈະເປັນປະກົດການທີ່ບໍ່ຄ່ອຍ​ເຫັນມາ​ກ່ອນ​.