ປະເທດໄທ ລົງໂທດ ປະຫານຊີວິດ ຄັ້ງທຳອິດ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ

ອະດີດນາຍົກລັດຖະມົນຕີຂອງໄທ ທ່ານນາງຍິ່ງລັກ ຊິນນະວັດ ສັງເກດເບິ່ງໂສ້ ທີ່ສູນກາງຄຸມຂັງ ບາງຂວາງ, 15 ພຶດສະພາ 2013.

ອົງການນິລະໂທດກຳສາກົນ ປະນາມ ການປະຫານຊີວິດ ເທື່ອທຳອິດ ຂອງໄທ ນັບແຕ່ປີ
2009 ເປັນຕົ້ນມາ.

ກົມຄຸ້ມຄອງ​ພວກນັກໂທດຂອງໄທ ກ່າວ​ວ່າ ທ້າວ​ທີຣະສັກ ລອງ ​ໄວ 26 ປີ ​ໄດ້​ຖືກ​ໂທດ​
ສັ່ງ​ໃຫ້​ປະຫານ​ຊີວິດດ້ວຍ​ການ​ໃຊ້​ຢາ​ສັກ​ເຂົ້າ​ໃສ່ຮ່າງກາຍ ທີ່​ຄຸກແຫ່ງນຶ່ງໃນເຂດຊານ
ເມືອງຂອງບາງກອກ ​ໃນ​ວັນ​ຈັນ​ວານ​ນີ້. ລາວ​ໄດ້​ຖືກ​ປະຫານຊີວິດຍ້ອນ​ການ​ສັງຫານ​
ໂຫດໃນ​ປີ 2012 ​ໂດຍ​ໃຊ້​ມີດ​ແທງ​ຜູ້​ຊາຍ​ໄວ 17 ປີຄົນນຶ່ງຕາຍ ຍ້ອນ​ຢາກ​ໄດ້​ໂທລະສັບ
ມື​ຖືລາວ.

ກົມ​ດັ່ງກ່າວ ​ໄດ້​ອອກ​ຖະ​ແຫຼ​ງການວ່າ ຕົນ​ຫວັງວ່າ ​ການ​ລົງ​ໂທດ​ປະຫານ​ໃນ​ວັນ​ຈັນ​
ວານ​ນີ້ຈະ​ເປັນ​ການເຕືອນ​ໃຫ້​ພວກ​ທີ່​ຄິດ​ ຢາກ​ຈະ​ກໍ່​ອາຊະຍາ​ກຳທີ່​ຮ້າຍ​ແຮງ​ແບບ​ນີ້
ຫຼື ​ລະ​ເມີດ​ກົດໝາຍໃດໆນັ້ນ ຄຶດທົບທວນຄືນໃໝ່.

ທ່ານ​ນາງ​ແຄັດ​ເທີຣີນ ​ເກີ​ສັນ (Katherine Gerson) ​ເຈົ້າ​ໜ້າ​ທີ່​ກຳກັບໃນ​ການ​ປຸກລະດົມ
ຂອງ​ອົງການ​ນິລະ​ໂທດ​ກຳ​ສາກົນ ທີ່​ປະ​ເທດ​ໄທ ​ໄດ້​ກ່າວຢູ່ໃນ​ຖະ​ແຫຼ​ງການໃນ​ວັນ​ອັງຄານ​
ມື້​ນີ້​ວ່າ “ນີ້ແມ່ນ​ການລະ​ເມີດຕໍ່​ສິດ​ ໃນ​ການ​ມີ​ຊີວິດ ຢ່າງໜ້າ​ເສົ້າໃຈ” ທ່ານ​ນາງ​ເກີ​ສັນໄດ້
​ກ່າວ​ຕື່ມວ່າ ປະ​ເທດ​ໄທ “​ແມ່ນ​ຕົກ​ໃຈ ຕໍ່​ການ​ບໍ່ກະທຳ​ຕາມ ​ຄວາມໝັ້ນໝາຍຂອງ​ຕົນ
ທີ່​ຈະລົບ​ລ້າງໂທດ​ປະຫານ​ຊີວິດ...​ແລະ​ເຮັດ​ໃຫ້​ປະ​ເທດ​ດັ່ງກ່າວ ​ເດີນ​ອອກ​ຈາກ​ເສັ້ນ
ທາງ ຂອງ​ການ​ປ່ຽນ​ແປງ​ຈາກ​ການ​ລົງ​ໂທດ​ປະຫານ​ຂອງ​ໂລກ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ ອົງການ​ນິລະ​ໂທດ​ກຳ​ສາກົນ ​ແມ່ນ​ພ້ອມແລ້ວ​ທີ່​ຈະ​ຈັດ​ໃຫ້​ປະ​ເທດ​
ໄທ ເປັນ​ປະ​ເທດ​ທີ່​ຍົກ​ເລີກ​ໂທດ​ປະຫານ ​ໃນ​ພາກ​ປະຕິບັດ, ນັບ​ຕັ້ງ​ແຕ່ປະເທດດັ່ງກ່າວ
ໄດ້​ຍັບ​ໃກ້​ເຂົ້າໄປເຖິງ​ເປົ້າໝາຍ​ທີ່​ສຳຄັນ ໂດຍ​ປາດ​ສະ​ຈາກການ​ປະຫານຊີວິດ ໃນຮອບນຶ່ງທົດສະວັດ ​ໃນ​ປີ 2019 ​ນີ້.

​ມີ​ພວກ​ນັກ​ໂທດ ຫຼາຍ​ກວ່າ 500 ຄົນ ​ຢູ່ໃນ​ປະ​ເທດ​ໄທ ທີ່​ລໍຖ້າ​ການ​ຖືກ​ປະຫານ​ຊີວິດ
ທີ່​ຮວມທັງພວກແມ່ຍິງ 94 ຄົນ. ທ້າວທີຣະສັກ ​ແມ່ນ​ຜູ້​ທີ່​ເຈັດ​ທີ່ໄດ້ຖືກປະຫານຊີວິດ
​ດ້ວຍ​ການ​ຊີດ​ຢາ ນັບ​ຕັ້ງ​ແຕ່ປະ​ເທດ​ໄທ ​ໄດ້​ປ່ຽນ​ວິທີ​ການປະຫານ ​ໃນ​ປີ 2003
ຈາກ​ການ​ຍິງ​ເປົ້າ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ