ໄທ-ຈີນ ຈະຂະຫຍາຍມູນຄ່າ ການຄ້າສອງຝ່າຍ ເພີ້ມຂຶ້ນ

  • ທອງປານ ເທບວົງສາ

ທ່ານ ເຫວິນ ເຈຍບາວ ນາຍົກລັດຖະມົນຕີຈີນ ພາທ່ານນາງຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ຍ່າງກວດກອງທະຫານກຽດຕິຍົດຈີນ ໃນໂອກາດເດີນທາງຢ້ຽມຢາມຈີນ ສີ່ວັນ ເມື່ອກາງເດືອນເມສາ 2012 ນີ້.

ໄທ​ແລະ​ຈີນ​ຕ້ອງການ​ຈະ​ເສີມ​ຂະຫຍາຍ​ ມູນ​ຄ່າ​ການ​ຄ້າ​​ສອງ​ຝ່າຍ​ປະ​ຈໍາ​ປີ​​ ຂຶ້ນ​​ເປັນນຶ່ງ​ພັນ​ລ້ານ​ໂດ​ລາ​ໃຫ້​ໄດ້ ພາຍ​ໃນ​ປີ 2015. ຜູ້​ສື່​ຂ່າວ​ວີ​ໂອ​ເອ Ron Corben ລາຍ​ງານ​ຈາກ​ບາງກອກ​ວ່າ ການ​ໄປ​ຢ້ຽມຢາມ​ປັກ​ກິ່ງ​ຂອງ ນາຍົກລັດຖະມົນຕີ​ໄທ​ເມື່ອ​ອາທິດ​ຜ່ານ​ມາ​ນີ້ ​ແມ່ນ​ເພື່ອ​ການ​ເຈລະຈາ​ກັນ ​ເລຶ່ອ​ງ​ເສດຖະກິດ​ແລະ​ຍຸດ​ທະ​ສາດ. ທອງປານມີ​ລາຍ​ລະອຽດ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ໃນ​ລະຫວ່າງ​ການ​ຢ້ຽມຢາມ​ປັກ​ກິ່ງຢ່າງ​ເປັນ​ທາງ​ການ​ສີ່​ວັນ ​ຂອງທ່ານ​ນາງ ຢິ່ງລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທນັ້ນ ທັງ​ສອງ​ປະ​ເທດໄດ້​ປຶກສາ​ຫາ​ລີ​ກັນ​ກ່ຽວ​ກັບການເສີມ​ຂະຫຍາຍ
ການ​ຮ່ວມ​ມື​ ໃນ​ດ້ານ​ການ​ເງິນ ການທ່ອງທ່ຽວ ການ​ກະ​ເສດ ​ແລະ​ການ​ຂົນ​ສົ່ງ.

ນອກ​ນັ້ນ ທັງ​ສອງ​ຝ່າຍ​ຍັງ​ໄດ້​ສົນທະນາ​ຫາລື​ກັນ ກ່ຽວ​ກັບ​ໂຄງ​ການ​ຕ່າງໆ ອັນ​ໂຮມ​ທັງ​ໂຄງການກໍ່​ສ້າງ​ຕາ​ນ່າງ​ລົດໄຟ​ຄວາມ​ໄວ​ສູງສໍາລັບ​ຂົງ​ເຂດ ທີ່​ໄດ້​ມີ​ການວາງ​ແຜນ​ກັນ​ໄວ້​ ຊຶ່ງ​ຈະ​ເຊື່ອມ​ຕໍ່​ພາກ​ໃຕ້​ຂອງ​ປະ​ເທດ​ຈີນ ກັບ ປະເທດລາວ, ປະ​ເທດ​ໄທ, ມາ​ເລ​ເຊຍ, ​ແລະ​ສິງກະ​ໂປ.

ທ່ານ ທິຕິ​ນັນ ພົງ​ສຸດທິ​ຣັກ ນັກ​ລັດຖະ​ສາດ​ການ​ເມືອງ​ປະ​ຈໍາ​ມະຫາ​ວິທະ ຍາ​ໄລ​ຈຸລາ​ລົງ​ກອນ​ ກ່າວ​ວ່າ ການ​ໄປ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ນາງ​ນາຍົກ ລັດຖະມົນຕີ​ຢິ່ງລັກ ​ໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ເນ້ນ​ໜັກ​ເຖິງ​ສະຖານະ​ພາບຂອງ​ຈີນ​ ວ່າ​ຢູ່​ໃນ​ຖັ້ນ​ແຖວ​ໜ້າ​ຂອງ​ຄວາມ​ສໍາພັນ​ຕ່າງໆ​ ຢູ່​ໃນ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນັ້ນ.

ທ່ານ ທິຕິ​ນັນ ກ່າວ​ວ່າ ການ​ຢ້ຽມຢາມ​ດັ່ງກ່າວ​ນີ້ ຍັງ​ເປັນການເສີມ​ສ້າງ​ຄວາມ​ສໍາພັນ ທີ່​ໄດ້​ພັດທະນາ​ຂຶ້ນມາ​ ໃນ​ລະຫວ່າງສະໄໝ​ລັດຖະບານ​ຂອງ​ອະດີດ​ນາຍົກລັດຖະມົນຕີ​ ທັກສິນ ຊິນນະ​ວັດ ​ອ້າຍ​ຂອງ​ທ່ານ​ນາງ​ຢິ່ງລັກ ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ​ຈາກ​ອໍານາດ ໂດຍ​ການ​ລັດຖະປະຫານ​ເມື່ອ​ປີ 2006 ຍ້ອນ​ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ສໍ້ລາດ​ບັງ​ຫລວງ. ທ່ານ ທິຕິ​ນັນ ກ່າວ​ວ່າ:

ຈີນ​ມີ​ອິດ​ທິພົນ​ຫລາຍ ຢູ່ໃນ​ມຽນມາ ລາວ ກໍາປູ​ເຈຍ ​ແລະຢູ່​ໃນ ຫວຽດນາມ ແຕ່​ໃນລະດັບ​ນ້ອຍ​ກວ່າ ​ແຕ່ໄທ​ກໍ​ເປັນ​ປະ​ເທດ​ທີ່​ສໍາຄັນ. ໄທໄດ້ເອນອ່ຽງ​ໄປ​ຫາຈີນ ໃນໄລຍະປະມານສິບ​ປີຜ່ານມານີ້ ໂດຍ​ສະ​ເພາະ​ຫລັງ​ຈາກ​ການກໍ່ລັດຖະປະຫານ ​ແລະ​ການ​ແບ່ງແຍກ​ເປັນ​ສອງ​ກໍ້າ​ສອງ​ຝ່າຍໃນ​ປະ​ເທດ​ໄ. ​ແຕ່​ທັງ​ສອງ​ຝ່າຍ ຄືທັກສິນ ກັບ ພວກ​ສັດຕູ​ຂອງເພິ່ນຕ່າງ​ກໍ​ໄດ້​ເອນອ່ຽງ​ໄປ​ຫາຈີນ.

ບັນດາ​ຜູ້​ນໍາ​ທຸລະ​ກິດ​ໄທ​ຫລາຍໆ​ຄົນ ​ໄດ້​ຮ່ວມ​ເດີນທາງ​ໄປ​ກັບ​ນາຍົກລັດຖະ ມົນຕີ​ໃນ​ຄັ້ງ​ນີ້. ຄະນະ​ກໍາມະການ​ສົ່ງ​ເສີມ​ການ​ລົງທຶນ​ຂອງໄທ ປະກາດວ່າ​ຫ້າ​ບໍລິສັດ​ຈີນ ໃນ​ພາກສ່ວນ​ຍານ​ຍົນ ​ເຄຶ່ອງຈັກ ​ເຄຶ່ອງປະກອບ​ຣົດຊາດ ອາຫານ ແລະ​ອະສັງຫາລິ​ມະ​ຊັບ ກໍາລັງ​ພິດ​ຈາລະ​ນາ​ຈະ​ທໍາການ​ລົງ​ທຶນໃນ​ມູນ​ຄ່າ​ຫລາຍ​ກວ່າ 2 ພັນ​ລ້ານ​ໂດ​ລາ​ ໃນ​ປະ​ເທດ​ໄທ. ວົງ​ການ​ທຸລະ​ກິດ​ຂອງ​ໄທ ພາຍ​ໃຕ້​ຂໍ້​ຕົກລົງ​ເປັນ​ພາຄີ​ການ​ຄ້າ​ກັບ​ບໍລິສັດ​ຕ່າງໆ​ຂອງ​ຈີນ ກໍ​ກໍາລັງພາກັນ​ສຶກສາ​ເບິ່ງ​ຊ່ອງ​ທາງ​ທີ່ຈະ​ລົງ​ທຶນ ຫລາຍ​ເຖິງ 2400 ​ລ້ານ​ໂດ​ລາ.

ທ່ານ ທິຕິ​ນັນ ກ່າວ​ວ່າ ບົດບາດ​ຂອງ​ຈີນ​ຢູ່​ໃນ​ຂົງ​ເຂດ​ໃນ​ຕອນ​ນີ້ ໄດ້ເປັນ​ຕົວ​ເດັ່ນ​ຂຶ້ນມາ​ ກໍຍ້ອນ​ບົດບາດ​ສໍາຄັນ​ຂອງ​ຈີນ ​ໃນ​ຖານະ​ເປັນ​ຕົວ​ຂັບ​ດັນ ຄວາມ​ຈະເຣີນເຕີ​ບ​ໂຕຂອງ​ເສດຖະກິດ​ຂອງຂົງ​ເຂດ ຊຶ່ງ​ທ່ານ​ທິຕິ​ນັນຊີ້​ແຈງ​ວ່າ:

“ຈີນ​ໄດ້​ກາຍເປັນເຄື່ອງ​ຈັກຂັບ​ດັນທີ່ສໍາຄັນຫລາຍ​ຂຶ້ນ​ນັບ​ມື້ ຕໍ່ການ​ເຕີບ​ໂຕ​ດ້ານເສດຖະກິດ​ຂອງຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ. ດັ່ງນັ້ນ​ ມັນ​ບໍ່​ແມ່ນມີຄວາມສໍາຄັນ ແຕ່​ພຽງ​ໃນດ້ານການເປັນ​ສັນ​ຍະລັກຂອງທາງ​ຍຸດ​ທະ​ສາດ​ການ​ເມືອງ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຂອບ​ເຂດດ້ານ​ຜົນ​ປະ​ໂຫຍດທາງການ​ຄ້າ​ ແລະ​ການ​ລົງທຶນ​ຢ່າງໃຫຍ່ຫລວງ ​ນໍາດ້ວຍ.”

ໄທ​ເປັນ​ປະ​ເທດ​ທໍາ​ອິດ​ໃນກຸ່ມ​ 10 ປະ​ເທດຂອງສະມາຄົມ​ປະຊາ​ຊາດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື​ອາ​ຊ່ຽນ​ ທີ່​ໄດ້ລົງ​ນາມ​ໃນ​ຂໍ້ຕົກລົງກ່ຽວກັບ ກອບ ຫລືໂຄງຮ່າງ ​ການ​ຮ່ວມ​ມື​ໄລຍະ​ຍາວ​ກັບ​ຈີ​ນ ເມື່ອສິບ​ປີມາແລ້ວ.

ທ່ານ Carl Thayer ນັກວິ​ເຄາະ​ການ​ເມືອ​ງທີ່​ມະຫາ​ວິ​ທະຍາ​ໄລ New South Wales ຂອງ​ອອສ​ເຕຣ​ເລຍ ກ່າວ​ວ່າ ການ​ຍົກ​ລະດັບຄວາມສໍາ ພັນກັນ ຂຶ້ນ​ເປັນ​ພາຄີຮ່ວມ​ມື​ຍຸດ​ທະ​ສາດແບບ​ຮອບດ້ານ​ນັ້ນ ​ແມ່ນ​ສ້າງ​ຄວາມ​ເຂັ້ມແຂງ​ຍິ່ງຂຶ້ນ ໃຫ້​ແກ່​ຄວາມ​ສໍາພັນ​ລະຫວ່າງສອງປະເທດນີ້.

“ການ​ມອບ​ຕໍາ​ແໜ່​ງແບບນັ້ນ​ ເທົ່າກັບເປັນການຈັດຕັ້ງລະດັບຄວາມສໍາຄັນ ຂອງສະຖານະພາບ ແລະ​ຢ່າງ​ໜ້ອຍ​ກໍ​ຊ່ວຍໃຫ້​ພວກເຮົາ​ຮູ້​ມຸມ​ມອງ​ຂອງ​ຈີນ​ກ່ຽວກັບ​ໄທ ​ແລະ​ເພາະສະ​ນັ້ນ ເວົ້າສຸດໆແລ້ວ​ ກໍ​ແມ່ນວ່າຄວາມສໍາພັນນັ້ນຈະ​ບໍ່​ມີບັນຫາ​ໃດໆ ໃນສ່ວນທີ່ກ່ຽວກັບເລື້ອງຕ່າງໆທີ່ມີຄວາມສໍາຄັນ​ຕໍ່​ຈີນ​.”

ນອກຈາກ​ການ​ເຊື່​ອມ​ໂຍງ​ດ້ານ​ເສດຖະກິດ​ທີ່​ເພີ່ມ​ຂຶ້ນ​ແລ້ວ​ນັ້ນ ທັງ​ສອງ​ຝ່າຍ ​ຍັງໄດ້​ຕົກລົງ​ກັນ​ທີ່​ຈະ​ເສີມ​ຂະຫຍາຍ​ ພາລະກິດ​ການ​ລາດຕະ​ເວນ​ຮ່ວມ​ກັນ ຕາມ​ລໍາ​ແມ່​ນໍ້າຂອງ ​ຢູ່ໃນເຂດ​ຊາຍ​ແດນ​ຈີນ ​ໄທ ລາວ ​ແລະ​ມຽນມາ ນັ້ນ.

ໃນ​ເດືອນ​ຕຸລາ​ຂອງ​ປີຜ່ານ​ມາ ລູກ​ເຮືອຊາວ​ຈີນ 13 ຄົນ​ ຖືກ​ຂ້າ​ຕາຍ​ຢູ່ແມ່​ນໍ້າຂອງ ​ໃນ​ການ​ໂຈມ​ຕີ​ທີ່​ຖິ້ມ​ໂທດ​ໃສ່​ພວກ​ລັກລອບ​ຄ້າ​ຢາ​ເສບ​ຕິດ. ​ເຫດ ການ​ນອງ​ເລືອດ​ຄັ້ງ​ນັ້ນ ​ໄດ້ນໍາ​ໄປ​ສູ່​ການ​ຍຸຕິລົງຊົ່ວຄາວ ໃນ​ການ​ຄ້າຂາຍ​ຕາມ​ລໍາ​ແມ່​ນໍ້າ​ຂອງ ທີ່​ບັດນີ້ ໂດຍສ່ວນ​ໃຫຍ່​ ແມ່ນໄດ້​ກັບຄືນມາສູ່​ລະດັບ ​ກ່ອນເຫດການ​ສັງຫານ​ດັ່ງກ່າວ​ນັ້ນແລ້ວ.