ຄາດວ່າ ສານໂລກຈະຕັດສິນ ເລື້ອງພື້ນທີ່ອ້ອມ ວັດເຂົາພະວິຫານ ທ້າຍປີນີ້ (ວີດິໂອ ລາວ/ອັງກິດ)

  • Daniel Schearf

ຕຶກສານຍຸຕິທໍາສາກົນ ຫຼືສານໂລກ - International Court of Justice (ICJ) ຂອງອົງການສະຫະປະຊາຊາດ ທີ່ຕັ້ງຢູ່ນະຄອນ Hague, ປະເທດ Netherlands.

ຄາດວ່າ ໃນທ້າຍປີນີ້ ຄືປະມານເດືອນຕຸລາ ຫຼືພະຈິກ ສານສູງ
ສຸດຂອງ ອົງການສະຫະປະຊາຊາດ ຈະທໍາການຕັດສິນກ່ຽວ​ກັບ
ຄໍາຮ້ອງຂອງກໍາປູເຈຍ ທີ່ຂໍ​ໃຫ້​ລົງ​ຄວາມ​ເຫັນ​ກ່ຽວ​ກັບກໍາມະສິດ​ໃນເຂດຊາຍແດນທີ່ເປັນຂໍ້ຂັດ ແຍ້ງກັນ ລະຫວ່າງ​ຕົນ​ກັບປະ​
ເທດໄທ​ນັ້ນ. ໃນຊຸມປີ 1960 ສານໂລກ ທີ່ເອີ້ນວ່າ ສານ​ຍຸຕິ​ທໍາ
​ສາກົນ International Court of Justice ຫຼື ICJ ໄດ້ປະກາດ ໃຫ້ວັດໂບຮານແຫ່ງນຶ່ງຢູ່ແອ້ມແອ້ມເຂດຊາຍແດນນັ້ນເປັນຂອງ
ກໍາປູເຈຍ ແຕ່ກໍບໍ່ໄດ້ຕັດສິນວ່າ ດິນດອນຢູ່ບໍລິເວນອ້ອມແອ້ມ
ວັດດັ່ງກ່າວ ເປັນກໍາມະສິດຂອງຝ່າຍໃດ. ການຕັດສິນອອກ​ມາ
ຢ່າງແຈ້ງ ຂາວຂອງ​ສານ​ໂລກ ກ່ຽວກັບພື້ນທີ່ດັ່ງກ່າວ ກໍແມ່ນຈະ
ສ່ຽງໃຫ້ເກີດຄວາມ ເຄັ່ງຕຶງຂຶ້ນມາອີກໄດ້ ລະຫວ່າງສອງປະເທດ
ເພື່ອນບ້ານ ທີ່ໃນບໍ່ເທົ່າໃດປີຜ່ານມາ ​ໄດ້​ນໍາ​ໄປ​ສູ່ການປະທະກັນ
ທາງທະຫານຫຼາຍບັ້ນ ຈົນເຖິງຂັ້ນມີການເສຍຊີວິດ. Daniel
Schearf ຜູ້ສື່ຂ່າວວີໂອເອ ມີລາຍງານເລຶ່ອງນີ້ ຈາກບາງກອກ
ຊຶ່ງທອງປານ ຈະນໍາມາສະເໜີທ່ານໃນ ອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ສານໂລກຈະຕັດສິນເລຶ່ອງວັດເຂົາພະວິຫານ


ເບິ່ງວີດິໂອ ລາຍງານນີ້ ເປັນພາສາລາວ:

Your browser doesn’t support HTML5

ຄາດວ່າ ສານໂລກຈະຕັດສິນ ເລື້ອງພື້ນທີ່ອ້ອມ ວັດເຂົາພະວິຫານ ທ້າຍປີນີ້



ເມື່ອສອງປີຜ່ານມາ ພວກຊາວໄທຫົວຊາດນິຍົມ ໄດ້ທວງໃຫ້ຫ້ອງການວັດທະນະທໍາ ຂອງສະຫະປະຊາຊາດ ຖອນວັດແຫ່ງນຶ່ງຂອງກໍາປູເຈຍອອກ ຈາກບັນຊີພວກສະຖານ
ທີ່ມໍລະດົກໂລກ.

ພວກຊາວໄທຫົວຊາດນິຍົມ​ ຖື​ວ່າການຮັບຮູ້ດັ່ງກ່າວເປັນການສູນເສຍອະທິປະໄຕ ຂອງໄທ ທີ່ເກີດຈາກການຕັດສິນໂດຍສານສູງສຸດຂອງສະຫະ​ປະຊາ​ຊາດ ຫຼື ຢູເອັນ ເມື່ອປີ 1962.

ສານຍຸຕິທໍາສາກົນ ຫຼືສານໂລກ ໄດ້ຕັດສິນໃຫ້ວັດໂບຮານ​ດັ່ງກ່າວ​ ເປັນກໍາມະສິດຂອງ ກໍາປູເຈຍ ແຕ່​ໄດ້ປະຕິເສດ ຈົນມາຮອດປີນີ້ ທີ່ຈະຕັດສິນວ່າຝ່າຍໃດເປັນເຈົ້າຂອງພື້ນທີ່
ບໍລິເວນອ້ອມວັດນັ້ນແທ້.

ທ່ານ ທິຕິນັນ ພົງສຸດທີ່ຣັກ ແຫ່ງສະຖາບັນຄວາມໝັ້ນຄົງແລະການສຶກສາລະຫວ່າງ
ຊາດ ທີ່​ບາງກອກ ເວົ້າວ່າ ມັນຈະເປັນການດີທີ່ສຸດ ຖ້າຫາກສານປ່ອຍ​ເລື້ອງການເປັນ ກໍາມະສິດນັ້ນ ແບບຄຸມເຄືອໄວ້.

ທ່ານ ທິຕິນັນ ເວົ້າວ່າ: “ຂ້າພະເຈົ້າຫວັງວ່າ ເທື່ອນີ້ ພວກເຮົາຈະເຫັນການຕັດສິນ ​ແບບຄຸມເຄືອທໍານອງດຽວກັນ ຊຶ່ງຈະເປັນການບັງຄັບໃຫ້ລັດຖະບານ ກໍາປູເຈຍ
ແລະໄທ ມາ​ນັ່ງ​ລົງ​ເຈລະຈາຕົກລົງກັນເອົາເອງ ​ເພາະວ່າ ດຽວນີ້ພວກເຮົາມີສອງ
ລັດຖະບານ ທີ່ເບິ່ງຊົງວ່າພໍຈະເວົ້າກັນໄດ້.”


ຄວາມເຄ່ງຕຶງກ່ຽວກັບບັນຫາດັ່ງກ່າວນີ້ ພາໃຫ້ເກີດການປະທະກັນເປັນບາງຄັ້ງບາງຄາວ
ລະຫວ່າງໄທແລະກໍາປູເຈຍ ຢູ່ຕາມເຂດຊາຍແດນຕິດກັນນັ້ນ ທີ່ຍັງຜົນໃຫ້ມີຄົນເສຍຊີວິດ
ໄປປະມານ 20 ຄົນ ແລະຊາວບ້ານຢູ່ເຂດໃກ້ຄຽງຫຼາຍສິນພັນຄົນ ຕ້ອງໄດ້ພາກັນຫຼົບໜີ
ເພື່ອຄວາມປອດໄພ.

ເບິ່ງວີດິໂອພາສາອັງກິດ ກ່ຽວກັບລາຍງານນີ້:

Your browser doesn’t support HTML5

Thai-Cambodia Border Decision Risks Renewing Nationalist Protests


ວັດໂບຮານທີ່ວ່ານີ້ ຄືວັດຮິນດູຂະເໝນ ອາຍຸ 900 ປີ ທີ່ເອີ້ນເປັນພາສາຂະເໜນວ່າ Preah Vihear ແລະ ວັດເຂົາພະວິຫານ ໃນພາສາໄທ ແລະຖືກເພພັງໄປໃນການສູ້ ລົບກັນ.

ທ່ານ ທິຕິນັນ ເວົ້າອີກວ່າ ກໍລະນີພິພາດກັນຕາມເຂດຊາຍແດນນັ້ນ ແມ່ນ ຖືກຊຸກຍູ້ສົ່ງ ເສີມ ໂດຍພວກຝ່າຍຄ້ານຂອງອະດີດນາຍົກລັດຖະມົນຕີ ທັກ ສິນ ຊິນນະວັດ ທີ່ພັດຖິ່ນ ອາ​ໄສຢູ່ຕ່າງປະ​ເທດ ໃນຂະນະນີ້.

ທ່ານ ທິຕິນັນ ເວົ້າວ່າ: “ການ​ຍົກ​ເອົາ ເລື້ອງ​ການຈັດວັດພະວິຫານເຂົ້າຢູ່ໃນບັນຊີ ສະຖານທີ່ມໍລະດົກໂລກ ມາ​ເປັນ​ເລື້ອງທາງການເມືອງນັ້ນ ​ແມ່ນເປັນບົດບາດນຶ່ງ
ຂອງການ​ເມືອງພາຍໃນປະເທດຂອງໄທຢູ່​ແລ້ວ. ໃນຂະນະດຽວກັນ ຝ່າຍກໍາປູ
ເຈຍ ກໍຄືນາຍົກລັດຖະມົນຕີ ຮຸນເຊນ ນັ້ນ ກໍບໍ່​ໄດ້ຊ່ວຍຫຍັງ ​ໂດຍ​ການ​ເຂົ້າ​ຂ້າງ​ຢູ່ໃນການແບ່ງແຍກໃນໄທນັ້ນ ຄືດ້ວຍ​ການໄປເຂົ້າຂ້າງທ່ານທັກສິນ ຊິນນະວັດ.”


ອິນໂດເນເຊຍ​ໄດ້​ພະຍາຍາມ​ຈະເປັນຜູ້ໄກ່ເກ່ຍຂໍ້ຂັດແຍ້ງກັນນີ້ ແຕ່ກອງທັບໄທບໍ່ອະນຸຍາດ
ໃຫ້ພວກສັງເກດການ ເຂົ້າໄປໃນເຂດຊາຍແດນ.

ນັກວິເຄາະການເມືອງ ທິຕິນັນ ພົງສຸດທີ່ຣັກ ກ່າວຕໍ່ໄປວ່າ ແນວໃດກໍຕາມ ຄວາມສໍາພັນ ລະຫວ່າງໄທກັບກໍາປູເຈຍ ​ໄດ້ດີຂຶ້ນ ຫຼັງຈາກທີ່ນ້ອງສາວຂອງທ່ານທັກສິນ ກໍຄືທ່ານນາງ
ຢິ່ງລັກ ຊິນນະວັດ ໄດ້​ຖືກເລືອກຕັ້ງໃຫ້ເປັນນາຍົກລັດຖະມົນຕີ ແລະຝ່າຍກອງທັບໄທນັ້ນ
ກໍເກີດມີຄວາມລັງເລໃຈ ຂຶ້ນມາ.

ທ່ານ ທິຕິນັນ ເວົ້າວ່າ: “​ເວລາ​ນີ້ ແມ່ນວ່າບໍ່ມີການໜຸນຫຼັງ ຫຼືມີການໜຸນຫຼັງໂດຍກົງ ຈາກແຫຼ່ງອື່ນ​ໃດເພື່ອປຸກປັ່ນ ຍຸຍົງ​ໃຫ້ກອງທັບອອກມາຕໍ່ຕ້ານອີກ ສະນັ້ນ ຈຶ່ງ​ມີ​
ສະພາບ​ການ​ທີ່​ເອື້ອ​ອໍານວຍ ຫຼາຍກວ່າເມື່ອປີ 2011 ສໍາລັບ​ກອງທັບໄທ ທີ່ຈະ​
ເຄົາລົບຜົນການຕິດສິນຂອງສານໂລກ ບໍ່​ວ່າ​ມັນ​ຈະອອກມາ​ໃນ​ຮູບໃດກໍ​ຕາມ.”


ສໍາລັບພວກຄົນທ້ອງຖິ່ນທີ່ອາ​ໄສຢູ່ຕາມເຂດຊາຍແດນດັ່ງກ່າວນັ້ນ ບໍ່ວ່າສານໂລກຈະຕັດສິນ
ຢ່າງໃດກໍຕາມ ​ເຂົາ​ເຈົ້າ​ກໍ​ແມ່ນຕ້ອງການສັນຕິພາບ ຫຼາຍກ່ວາການເມືອງ ເພື່ອວ່າການ
ດໍາລົງຊີວິດ ແລະການຄ້າຂາຍ ຈະ​ສາມາດກັບຄືນສູ່ ສະພາບປົກກະຕິໄດ້.