ໄທແລະກຳປູເຈຍ ສູ້ລົບກັນຮອບໃໝ່

  • ໄພສານ ວໍຣະຈັກ

ລົດຫຸ້ມເກາະຂອງກຳປູເຈຍ ກຽມພ້ອມໃນເຂດເມືອງ Ampel ແຂວງ Udor Meanchey ບໍ່ໄກຈາກບໍລິເວນ ຊາຍແດນທີ່ມີການຂັດແຍ້ງ (25 ເມສາ 2011)

ມີທະຫານໄທຄົນນຶ່ງເສຍຊີວິດ ແລະອີກ 4 ຄົນໄດ້ຮັບ
ບາດເຈັບ ໃນການສູ້ລົບກັນຮອບໃໝ່ ທີ່ໄດ້ລະເບີດຂຶ້ນ
ໃນບໍລິເວນຊາຍແດນໄທກຳປູເຈຍບໍ່ເທົ່າໃດຊົ່ວໂມງລຸນ
ຫຼັງທີ່ປະເທດທັງສອງໄດ້ຕົກລົງທຳການຢຸດຍິງ.

ໂຄສົກຄົນນຶ່ງຂອງກອງທັບໄທກ່າວວ່າ ຝ່າຍກຳປູເຈຍ
ເປັນຜູ້ເລີ່ມຍິງກ່ອນຂະນະທີ່ໜັງສືພິມທາງອິນເຕີແນັດ
ກຳປູເຈຍ Phnom Penh Kampuchea Thmey
ເວົ້າວ່າຝ່າຍໄທເປັນຜູ້ທຳລາຍການຢຸດຍິງຢ່າງສິ້ນເຊີງ.

ເຈົ້າໜ້າທີ່ກຳປູເຈຍກ່າວວ່າ ການຢຸດຍິງໄດ້ມີການເຈລະ
ຈາຫາລືກັນໃນວັນພະຫັດວານນີ້ ລະຫວ່າງການພົບ
ປະຂອງພວກຜູ້ບັນຊາການສະໜາມລຸນຫຼັງທີ່ໄດ້ເກີດ
ການສູ້ລົບກັນ ຮ້າຍແຮງສຸດ ນັບແຕ່ການປະທະກັນ
ໄດ້ເລີ່ມຂຶ້ນແຕ່ວັນທີ 22 ເມສາເປັນຕົ້ນມາ. ພວກເຈົ້າໜ້າທີ່ເວົ້າວ່າທັງສອງຝ່າຍໄດ້ຕົກລົງກັນທີ່ຈະເປີດຈຸດຂ້າມ
ຊາຍແດນຂຶ້ນບ່ອນນຶ່ງ ເພື່ອອຳນວຍໃຫ້ພວກຊາວບ້ານທີ່ອົບພະຍົບຫຼົບໜີສາມາດກັບຄືນ
ໄປຍັງເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ ແລະຈະພົບປະກັນເປັນປະຈຳເພື່ອຫຼີກລ່ຽງ
ບໍ່ໃຫ້ມີການເຂົ້າໃຈຜິດເກີດຂຶ້ນ.