ທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ໄດ້ລົບລ້າງ ແຜນການໄປຢ້ຽມຢາມໃນວັນຈັນມື້ນີ້ ເຂດຊາຍແດນໄທແລະກໍາປູເຈຍ ບ່ອນທີ່ການປະທະກັນທາງທະຫານລະຫວ່າງສອງປະເທດໄດ້ເຮັດໃຫ້ທະຫານເສຍຊີວິດໄປ 12 ຄົນ ນັບແຕ່ວັນສຸກແລ້ວນີ້ເປັນຕົ້ນມາ.
ທ່ານ Natalegawa ໄດ້ມີໝາຍກໍານົດການທີ່ຈະເຮັດໃຫ້ສໍາເລັດ ຂໍ້ຕົກລົງສະບັບ ນຶ່ງກັບພວກເຈົ້າໜ້າທີ່ໄທແລະກໍາປູເຈຍ ທີ່ຈະສົ່ງພວກນັກສັງເກດການອິນໂດເນເຊຍຈຸນຶ່ງ ໄປຍັງເຂດຊາຍແດນທີ່ເປັນບັນຫາຂັດແຍ້ງກັນ ແລະມີໝາຍກໍານົດທີ່ຈະພົບປະກັບບັນດາເຈົ້າໜ້າທີ່ໄທທີ່ບາງກອກນໍາ.
ໂຄສົກປະຈໍາກະຊວງການຕ່າງປະເທດອິນໂດເນເຊຍກ່າວວ່າ ການປ່ຽນແປງໃນແຜນການດັ່ງກ່າວ ອາດເປັນຍ້ອນວ່າຝ່າຍໄທບໍ່ຍອມຮັບເອົາຂໍ້ຕົກລົງກ່ຽວກັບການສົ່ງພວກນັກສັງເກດການໄປນັ້ນ ແລະກ່າວຕໍ່ໄປວ່າ ທ່ານ Natalegawa ຊຶ່ງເປັນປະທານໝຸນວຽນຂອງກຸ່ມອາຊ່ຽນສໍາລັບປີນີ້ ຍັງບໍ່ທັນໄດ້ປະກາດວັນເວລາການຢ້ຽມຢາມເຂດດັ່ງກ່າວໃໝ່ໃຫ້ຮູ້ເທື່ອ.
ໃນວັນຈັນມື້ນີ້ ບໍ່ໄດ້ຍິນສຽງປືນດັງຂຶ້ນໃນບໍລິເວນວັດ ຢູ່ເລາະຕາມຊາຍແດນ ບ່ອນທີ່ການສູ້ລົບກັນຄັ້ງຫລ້າສຸດໄດ້ເກີດຂຶ້ນນັ້ນ.