ພວກຫົວຊາດນິຍົມໄທ ຈະທໍາການປະທ້ວງຄັ້ງໃຫຍ່ ເພື່ອຕັດສິນອານາຄົດ ຂອງລັດຖະບານ

  • ບົວສະຫວັນ

ສະມາຊິກຂອງກຸ່ມເສື້ອເຫລືອງ ຫລື PAD ຜູ້ນຶ່ງ ທີ່ໄດ້ເຂົ້າຮ່ວມການປະທ້ວງມາຕັ້ງແຕ່ອາທິດແລ້ວນີ້ ນອນຢູ່ກາງຖະໜົນ ໃກ້ທໍານຽບລັດຖະບານ ທີ່ນະຄອນຫລວງບາງກອກ, ວັນທີ 27 ມັງກອນ 2011.

ກຸ່ມ​ເຄື່ອນໄຫວ​ຂອງ​ພວກ​ຫົວຊາດ​ນິຍົມ​ໄທເວົ້າວ່າ ຕົນຈະ
ຮຽກຮ້ອງໃຫ້​ມີການ​ປະ​ທ້ວງ​ຄັ້ງ​ໃຫຍ່ ​ເພື່ອ​ຕັດສິນ​ຊີ້ຂາດ
ກ່ຽວກັບອານາ​ຄົດ​ຂອງລັດຖະບານ ຖ້າ​ຫາກ​ວ່າ​ລັດຖະ
ບານບໍ່ສາມາດ​ເຮັດໃຫ້ມີການປ່ອຍໂຕຄົນ​ໄທ 2 ຄົນ​ທີ່​ຖືກ ​ຈຳ​ຄຸກ​ຢູ່​ໃນ​ກຳປູ​ເຈຍ ​ພາຍ​ໃນ​ສາມ​ວັນ.

ໂຄສົກກຸ່ມພັນທະ​ມິດປະຊາຊົນເພື່ອປະຊາທິປະໄຕ ຫລື People's Alliance for Democracy ຊຶ່ງ​ເອີ້ນອີກ​ຢ່າງ​ນຶ່ງ​ວ່າ ພວກເສື້ອ​ເຫລືອງ​ນັ້ນ ໄດ້​ເວົ້າ​ໃນ​ວັນ​ພຸດ​ມື້ນີ້ວ່າ
ພວກຕົນ​ຈະ​ເຊື້ອ​ເຊີນ​ປະຊາ​ຊົນ​ ​ໄປ​ໂຮມຊຸມນຸມ​ກັນ​ຢູ່ໃກ້ໆ
ທຳນຽບລັດຖະບານໃນ​ມື້ວັນ​ເສົາຈະ​ມາ​ເຖິງ​ນີ້ ​ເພື່ອ​ຈະ​ຕັດ
ສິນ​ວ່າ “ລັດຖະບານ​ຄວນ​ມີ​ຄວາມຮັບຜິດ​ຊອບ​ແນວ​ໃດ”
ຖ້າ​ຫາກ​ວ່າລັດຖະບານ​ບໍ່ສາມາດສະໜອງຕອບຕໍ່​ຄໍາຮຽກ ຮ້ອງຂອງ​ພວກຕົນ.

ບັນດາ​ສະມາຊິກ​ຂອງ​ກຸ່ມ​ເສື້ອ​ເຫລືອງ ​ຫລື PAD ​ໄດ້​ພາກັນ​ທຳ​ການ​ປະ​ທ້ວງ​ມາ ຕັ້ງ​ແຕ່
ອາທິດ​ແລ້ວນີ້ ​ເພື່ອຮຽກຮ້ອງ​ໃຫ້ລັດຖະບານເອົາ​ທ່າ​ທີ​ທີ່​ແຂງ​ຂັນຂຶ້ນກວ່າ​ເກົ່າ​ ໃນ​ການແກ້​
ໄຂ​ບັນຫາ​ຜິດ​ຖຽງ​ກັນເລື້ອງຊາຍ​ແດນກັບ​ກໍາປູ​ເຈຍນັ້ນ. ຄວາມ​ໂກດ​ແຄ້ນ​ຂອງ​ພວກ​ເຂົາ​ເຈົ້າ
ໄດ້​ເພີ້​ມທະວີຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ເມື່ອ​ສານ​ກໍາປູ​ເຈ​ຍ​ໄດ້​ຕັດສິນຈໍາຄຸກອະດີດ​ຜູ້ນໍາຂອງ
ກຸ່ມ​ດັ່ງກ່າວ ​ແລະ​ເລຂານຸການຂອງ​ທ່ານ ​ເປັນ​ໄລຍະ​ຍາວນານ ຍ້ອນ​ຂໍ້​ຫາ​ຖານຈາລະ​ກໍາ.

ທ່ານວິຣະ ສົມ​ຄວາມຄິດ​ ແລະ​ເລຂານຸການຂອງ​ທ່ານ ແມ່ນຮວມ​ຢູ່​ໃນ 7 ຄົນ​ທີ່​ໄດ້​ຖືກ​ຈັບ ​ກຸມ​ໃນ​ທ້າຍ​ເດືອນ​ທັນວາ ​ເມື່ອ​ພວກ​ເຂົາ​ເຈົ້າ​ໄດ້ຫລົງ​ທາງ​ເຂົ້າ​ໄປ​ໃນ​ເຂດ​ທີ່​ຢູ່​ພາຍໃຕ້​ການ​ຄວບຄຸມ​ຂອງທະຫານ​ກຳປູ​ເຈ​ຍ​ ໃນ​ຂະນະ​ທີ່​ກຳລັງ​ໄປ​ກວດກາເບິ່ງເຂດຊາຍ​ແດນ ທີ່ຕິດກັບ​ກໍາປູ​ເຈຍ ບອນທີ່​ເປັນບັນຫາ​ຜິດ​ຖຽງ​ກັນນັ້ນ.