ມຽນມາບໍ່ຕ້ອງການ ຄວາມຊ່ອຍເຫຼືອຈາກໄທ

  • ໄພສານ ວໍຣະຈັກ

ຜູ້ນຳລັດຖະບານ ທະຫານມຽນມາ ນາຍພົນ Than Shwe (ຊ້າຍ) ຈັບມືກັບ ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະ ທີ່ ນະຄອນຫຼວງ ເນປີດໍ (11 ຕຸລາ 2010)

ນາຍົກລັດຖະມົນຕີໄທທ່ານອະພິຊິດ ເວດຊາຊີວະກ່າວວ່າ ພວກຜູ້ນຳຂອງມຽນມາ
ໄດ້ປະຕິເສດຕໍ່ການສະເໜີທີ່ຈະໃຫ້ຄວາມຊ່ອຍເຫຼືອຂອງທ່ານ ກ່ຽວກັບການເລືອກຕັ້ງ
ຂອງມຽນມາໃນ ວັນທີ 7 ພະຈິກ ເດືອນໜ້າ​ນີ້.

ທ່ານອະພິຊິດ ກ່າວຕໍ່ພວກນັກຂ່າວທີ່ບາງກອກ ໃນວັນອັງຄານມື້ນີ້ວ່າ ທ່ານໄດ້ສະເໜີໃນ ລະຫວ່າງການເດີນທາງໄປຢ້ຽມຢາມມຽນມາເປັນເວລານຶ່ງມື້ ໃນວັນຈັນວານນີ້. ທ່ານເວົ້າວ່າ ທາງມຽນມາໄດ້ແຈ້ງໃຫ້ທ່ານຊາບວ່າ ພວກເຂົາເຈົ້າຮູ້ດີ ເຖິງຄວາມວິຕົກກັງວົນຂອງນາໆ ຊາດກ່ຽວກັບການເລືອກຕັ້ງ ໃນຄັ້ງນີ້ ແຕ່ບໍ່ຕ້ອງການການຊ່ອຍເຫຼືອໃດໆ ຈາກພາຍນອກ.

ທ່ານອະພິຊິດ ທີ່ໄດ້ພົບປະກັບນາຍພົນອະວຸໂສ Than Shwe ແລະນາຍົກລັດຖະມົນຕີ Thein Sein ​ໃນ​ມື້ວານ​ນີ້ ກ່າວວ່າ ທ່ານໄດ້ບັນລຸຂໍ້ຕົກລົງ ໃຫ້ປະເທດທັງສອງທຳການ ພັດທະນາຮ່ວມກັນທ່າເຮືອນໍ້າເລິກ Dawei ທີ່ຕັ້ງຢູ່ແຄມຝັ່ງທະເລອັນດາມັນນັ້ນ. ທ່ານເວົ້າ ວ່າ ການສົນທະນາຫາລືຍັງໄດ້ກວມເຖິງເລື່ອງການພັດທະນາໃນ​ເຂດຊາຍແດນ ​ເລື່ອງການ ຄ້າ ແລະການລົງທຶນສອງຝ່າຍ ຕະຫຼອດທັງຖານະຂອງພວກຄົນງານມຽນມາ ທີ່ເຮັດວຽກຢູ່ ໃນປະເທດໄທ.