ໄທ ລວບລວມ ຫຼັກຖານ ສຳຫລັບ ຄະດີ ວາງລະເບີດ ໃນບາງກອກ

ຕຳຫຼວດໄທ ຢືນຍາມ ໃນຂະນະທີ່ ປະຊາຊົນ ທຳການກາບໄຫວ້ ສານເຈົ້າ ໃນລະຫວ່າງ ການສະແດງເຫດການຄືນ ໃກ້ໆກັບສະຖານທີ່ວາງລະເບີດ ຢູ່ສານເຈົ້າ Erawan ໃນກາງເມືອງບາງກອກ ປະເທດໄທ, ວັນທີ 9 ສິງຫາ 2015.

ບັນດາ​ເຈົ້າໜ້າ​ທີ່​ໄທ ​ໄດ້​ກ່າວ​ຫາ ການວາງ​ລະ​ເບີດ ໃນ​ບາງ​ກອງ
​ເມື່ອ​ເດືອນ​ແລ້ວ​ນີ້ ທີ່​ຮ້າຍແຮງເຖິງແກ່ຊີວິດ ​ໃສ່ເຄືອ​ຂ່າຍ​ກຸ່ມລັກ
​ລອບ​ຄ້າ​ມະນຸດ ວີ​ເກີ້ ຢ່າງ​ເປັນ​ທາງ​ການ ຊຶ່ງ​ບັນດາ​ເຈົ້າໜ້າ​ທີ່
ກ່າວ​ວ່າ ​ພວກ​ເຂົາເກີດ​ຄວາມໂກດ​ແຄ້ນ ກ່ຽ​ວກັບ ການ​ປາບ
​ປາມ​ທຸລະ​ກິດ​ຂອງພວກເຂົາ ​ໂດຍ​ເຈົ້າໜ້າທີ່ຕຳຫຼວດ. ການ​ສືບ
ສວນ​ສອບ​ສວນ ​ໃນ​ການວາງ​ລະ​ເ​ບີ​ດ ​ໄດ້​ຖືກ​ຕຳ​ນິຕິ​ຕຽນ ວ່າ
ບໍ່ເປັນ​ລະບຽບ ເພາະໃນ​ບາງ​ຄັ້ງ​ບາງ​ຄາວ ​ຖະ​ແຫລ​ງການ ຂອງ
​ເຈົ້າໜ້າ​ທີ່​ຂັ້ນສູງ ແມ່ນເປັນໄປທາງກົງກັນຂ້າມ​. ຜູ້​ສື່​ຂ່າວ​ວີ​ໂອ​ເອ
Ron Corben ລາຍງານ​ຈາກ​ນະຄອນຫຼວງຂອງ​ໄທ ​ຊຶ່ງ​
ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ໄທ ລວບລວມ ຫຼັກຖານ ສຳຫລັບ ຄະດີ ວາງລະເບີດ ໃນບາງກອກ.

ການ​ໂຈມ​ຕີຄັ້ງນຶ່ງ​ຄັ້ງດຽວທີ່​ຮ້າຍ​ແຮງ​ທີ່​ສຸດ ໂດຍ​ພວກ​ກໍ່​ການ​ຮ້າຍ ​ເມື່ອ​ວັນ​ທີ 17 ສິງຫາ​
ຜ່ານ​ມາ ​ໄດ້​ສັງຫານຫຼາຍກວ່າ 20 ຄົນ ​ແລະ ຫຼາຍກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ ຊຶ່ງໄດ້​
ເຮັດ​ໃຫ້ປະຊາຊົນ​ຊາວ​ໄທ ຢ້ານ​ກົວ ​ແລະ ​ເປັນ​ຫ່ວງ​ວ່າ ຈະ​ມີ​ການ​ໂຈມ​ຕີ​ອີກ.

ສ່ວນ​ພວກເຈົ້າໜ້າ​ທີ່ ກໍ​ແມ່ນພະຍາຍາມ​ໃຫ້​ຄວາມ​ໝັ້ນໃຈ ຢ່າງ​ວ່ອງ​ໄວ ​ແກ່​ມະຫາຊົນ ​
ແລະ ອຸດ​ສາ​ຫະກຳ​ທ່ອງ​ທ່ຽວ​ ທີ່​ສຳຄັນຂອງ​ປະ​ເທດ ຊຶ່ງເຫດການນັ້ນ ບໍ່ແມ່ນການກະທຳ
ຂອງພວກກໍ່ການຮ້າຍ ເຖິງແມ່ນວ່າ ພວກເຂົາຈະຍອມຮັບວ່າ ພວກເຂົາບໍ່ຮູ້ຈັກ​ເລີຍວ່າ
ຜູ້ໃດເປັນຜູ້ປະຕິບັດການໂຈມຕີດັ່ງກ່າວ.

ການສືບສວນສອບສວນ ໃນເບື້ອງຕົ້ນ ແມ່ນນຳພາໂດຍ ຕຳຫລວດນະຄອນຫລວງ ທີ່
ປະກອບດ້ວຍເຈົ້າໜ້າທີ່ ຕຳຫລວດຈາກທ້ອງຖິ່ນ ແລະ ພະ​ແນກໜ່ວຍພິເສດຂອງໄທ
ທີ່ເພັ່ງເລັງໃສ່ກໍລະນີ ລະດັບສູງຕ່າງໆ.

ຜູ້ບັນຊາການ ຕຳຫຼວດແຫ່ງຊາດໄທ ຄົນຕໍ່ໄປ ທ່ານ Chakthip Chaijinda (ຊ້າຍ) ໂອ້ລົມກັບ ຜູ້ບັນຊາການ ຕຳຫຼວດແຫ່ງຊາດໄທ ຄົນປັດຈຸບັນ ທ່ານ Somyot Poompanmuang (ຂວາ) ໃນລະຫວ່າງ ພິທີທາງສາສະໜາ ໃກ້ໆ ກັບສານເຈົ້າ Erawan ຢູ່ກາງນະຄອນບາງກອກ, ວັນທີ 21ສິງຫາ 2015.

ຄວາມເປັນ​ຫ່ວງ​ເປັນ​ໃຍ ກ່ຽວກັບ​ການ​ສືບສວນ​ສອບ​ສວນ​ ຂອງ​ຕຳຫຼວດ ​ເກີດ​ຂຶ້ນ ບໍ່ເຖິງ
ນຶ່ງ​ມື້ ຫຼັງຈາກ​ການລະ​ເບີດ ​ໃນ​ເວລາ​ທີ່​ຕຳຫຼວດ​ໄດ້​ປະກາດ​ວ່າ ພວກ​ເຂົາ​ເຈົ້າ​ ໄດ້​ສຳ​ເລັດ
​ການ​ສືບສວນ​ສອບ​ສວນ ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ຢູ່​ທີ່​ສະຖານ​ທີ່​ເກີດ​ເຫດ ​ໃນ​ກາງ​ເມືອງ
​ແລະ ​ໄດ້​ສົ່ງ​ໜ່ວຍ​ງານ ​ເພື່ອ​ທຳ​ຄວາມ​ສະອາດ ​ລ້າງ​ຖູ​ບໍລິ​ເວນ​ທັງ​ໝົດ. ບັນດາ​ນັກວິ​ເຄາະ
ກ່າວ ​ວ່າ ພາບ​ພົດຂອງ​ຕຳຫຼວດ​ໄທ ໄດ້​ມີ​ຈຸດ​ບົກ​ຜ່ອງ ​ໃນ​ເວລາ​ທີ່ ລາງວັນ ມູນ​ຄ່າ 85,000 ​
ໂດ​ລາ ທີ່​ສະ​ເໜີ​ໃຫ້​ໂດຍ ຫົວໜ້າ​ຕຳຫຼວດ​ແຫ່ງ​ຊາດ ສຳ​ຫລັບ​ຂໍ້​ມູນ ທີ່​ນຳ​ໄປ​ສູ່​ການ​ຈັບ​ກຸມ ພວກວາງ​ລະ​ເບີດນັ້ນ ຊຶ່ງໄດ້​ຖືກ​ອ້າງ​ເອົາ​ໂດຍ​ພວກຕຳຫຼວດ​ເອງ.

ຫຼັງຈາກ​ມີ​ການ​ຕຳ​ໜິ​ແລ້ວ ຜູ້ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດ ທ່ານ Somyot Poompanmuang
​ຈຶ່ງໄດ້​ມອບ​ການ​ຄວບ​ຄຸມ ຂອງ​ການ​ສື​ບສວນ​ສອບ​ສວນ ​ໃຫ້​ແກ່ ທິມງານໜ່ວຍ​ພິ​ເສດ.

ພາບນີ້ ເຜີຍແຜ່ໂດຍ ຕຳຫຼວດຣາຊະອານາຈັກໄທ ສະແດງໃຫ້ເຫັນຊາຍຜູ້ຖືກຈັບກຸມ ຢູ່ທີ່ບ້ານພັກ ອາພາດເມັນ ເມື່ອວັນທີ 29 ສິງຫາ 2015 ໃນບາງກອກ ພ້ອມດ້ວຍຫຼັກຖານ ທີ່ຕຳຫຼວດກ່າວວ່າ ລວມມີອຸປະກອນ ໃຊ້ໃນການເຮັດລະເບີດ.

ທ່ານ Tony Davis ນັກວິ​ເຄາະ ຈາກ IHS Janes ກ່າວ​ວ່າ ການສື​ບສວນ​ສອບ​ສວນ ​ໄດ້​
ກ້າວໜ້າ​ໄປ ເມື່ອ​ວັນທີ 29 ສິງຫາ ດ້ວຍ​ການ​ຈັບ​ກຸມ ຊາຍ​ຊົນ​ເຜົ່າ​ວີ​ເກີ້ ຄົນ​ນຶ່ງ​ຢູ່​ໃນ​ຊານ​
ເມືອງ​ຂອງ​ບາງກອກ ທີ່​ໄດ້​ພົບ​ເຫັນ ໜັງສື​ເດີນທາງປອມ​ແປງ ຂອງ​ປະ​ເທດ​ເທີ​ກີ ​ຫຼາຍສິບຫົວ ​ແລະ ວັດຖຸ​ລະ​ເບີດ​ຕ່າງໆ.

ທ່ານ Davis ​ເວົ້າວ່າ “​ໃນ​ເມື່ອ​ພວກ​ເຂົາ ຈັບ​ຊາຍ​ຄົນ​ນຶ່ງ​ໄດ້​ແລ້ວ ບັດ​ນີ້ ພວກ​ເຮົາ​
ຈຶ່ງຮູ້ຈັກ​ວ່າ ​ເປັນ​ຄົນ​ສັນຊາດ​ເທີ​ກີ ​ຊົນ​ເຜົ່າ​ວີ​ເກີ້ ທີ່​ອອກ​ມາ​ຈາກ ບ້ານ​ພັກອາພາດ​
ເມັນ ​ໃນ​ເຂດ Nong Chok ພວກ​ເຂົາ​ໄດ້​ເລີ້ມ​ມີຄວາມກ້າວໜ້າ ​ແລະ ​ໃນ​ເມື່ອ​
ການ​ຈັບ​ນັ້ນ ນຳ​ໄປ​ສູ່​ການ​ຈັບ​ໄດ້​ອີກ​ຄົນ​ນຶ່ງ ​ແນ່ນອນແລ້ວ​ວ່າ ການ​ທຳ​ງານ​ຂອງ​
ຕຳຫຼວດ ​ໄດ້​ເລັ່ງຂຶ້ນ ​ແລະ ​ໄດ້​ມີ​ຄວາມກ້າວໜ້າ​ທີ່​ສຳຄັນໆ ​ໃນ​ສອງ​ສາມ​ອາທິດ​
ຕໍ່​ມາ.”

ນັບ​ຕັ້ງ​ແຕ່​ນັ້ນມາ ຕຳຫຼວດສາມາດ​ຈັບ​ໄດ້​ອີກ​ຢ່າງ​ນ້ອຍ 3 ຄົນ ດ້ວຍ​ການ​ຕິດຕາມ​ເບິ່ງ​
ບັນດາ​ຜູ້​ຕ້ອງ​ສົງ​ໄສ ທີ່​ເດີນທາງ​ຜ່ານ​ປະ​ເທດ​ຫວຽດນາມ ໄປ​ຍັງ ລາວ ​ແລະ ມາ​ເລ​ເຊຍ
ພ້ອມ​ກັນ​ກັບ ບັງ​ກລາ​ແດັສ. ຫ້ອງການ​ຕໍ່ຕ້ານ​ການ​ຟອກ​ເງິນ ຍັງ​ໄດ້​ລາຍງານ​ ​ເຖິງ​ການ​
ຕິດຕາມ​ຮ່ອງຮອຍ​ຂອງ​ເງິນ​ນັ້ນ ທີ່​ເຊື່ອມ​ໂຍງໄປ​ເຖິງ​ຄູ່ສົມຮູ້​ຮ່ວມ​ຄິດ​ທັງຫຼາຍ ທີ່​ໃຫ້​ທຶນ
ນຳ​ໃຊ້​ສຳ​ຫລັບ​ປະຕິບັດ​ການ ລັກລອບ​ຄ້າ​ມະນຸດ​ເຜົ່າ​ວີ​ເກີ້.

​ແຕ່​ກໍ​ຍັງ​ມີການ​ສົງ​ໄສ​ຢູ່​ ກ່ຽວ​ກັບ​ວ່າ​ອັນ​ໃດ​ເປັນ​ເຫດຜົນ​ຫຼັກທີ່​ພາ​ໃຫ້ເກີດການ​ໂຈມ​ຕີນັ້ນ. ​
ບັນດາ​ເຈົ້າໜ້າ​ທີ່ ຢືນ​ຢັດ​ວ່າ ມັນ​ເປັນ​ການ​ແກ້​ແຄ້ນ ສຳ​ຫລັບ​ການ​ປາບ​ປາມ​ ​ການ​ລັກລອບ
​ຄ້າຂາຍ​ມະນຸດ ​ໂດຍ​ພວກຕຳຫລວດ. ​ແຕ່​ບັນດານັກວິ​ເຄາະ ຊີ້​ໄປ​ໃສ່ ​ການ​ຕັດສິນ​ໃຈ
​ຂອງ​ລັດຖະບານ ​ໃນ​ເດືອນ​ກໍລະກົດ ຜ່ານ​ມາ ​ທີ່​ສົ່ງຊາວ​ວີ​ເກີ້ ຈຳນວນ 109 ຄົນ​ກັບ​ຄືນ
​ໄປ​ຈີນ ຫຼັງຈາກ​ທີ່​ໄດ້​ອະນຸຍາດ​ໃຫ້ ຫຼາຍກວ່າ 170 ຄົນອື່ນໆ ​ເດີນທາງ​ຜ່ານ​ຕໍ່​ໄປ​ຍັງ​ເທີ​ກີ.

ພວກ​ເຂົາ​ເຫຼົ່ານັ້ນ ​ແມ່ນ​ລວມຢູ່​ໃນ​ກຸ່ມ ຊາວ​ວີ​ເກີ ຈຳນວນ 400 ຄົນ ຜູ້​ທີ່​ໄດ້​ຫລົບໜີເຂົ້າໄປ ​
ໃນ​ໄທ ​ເມື່ອ​ເດືອນ​ມີນາ ປີ 2014 ທ່າມກາງ​ການ​ປາບ​ປາມ​ ຊຸມ​ຊົນບັນດາ​ເຜົ່າ ​ໃນແຂວງ
​ຊິນ​ຈຽງທາງ​ພາກ​ຕາ​ເວັນ​ຕົກຂອງ​ຈີນ. ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ຕ່າງໆ ​ແລະ ບັນດາລັດຖະບານ
​ຕາ​ເວັນ​ຕົກ ​ໄດ້​ຮຽກຮ້ອງໃຫ້​ໄທ ບໍ່​ໃຫ້​ສົ່ງ​ພວກ​ຊົນ​ເຜົ່າ​ວີ​ເກີ້​ກັບ​ຄືນ ​ໄປຈີນ ບ່ອນ​ທີ່​ພວກເຂົາ​
ອາດ​ປະ​ເຊີນ​ໜ້າ ກັບ​ການ​ແກ້​ແຄ້ນ.

ການ​ບັງຄັບ​ສົ່ງ​ກັບ​ຄືນ​ນັ້ນ ​ໄດ້​ກາຍ​ເປັນ​ການ​ຕຳ​ໜິຕິ​ຕຽນ​ຢ່າງ​ໜັກ ຈາກ​ນານາ​ຊາດ ​ແລະ
ມີ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ ​ໃນ​ເທີ​ກີ ບ່ອນ​ທີ່​ພວກ​ປະ​ທ້ວງ​ໄດ້​ໂຈມ​ຕີ ກົງສຸນ​ຂອງ​ໄທ.

ທ່ານ ທິຕິ​ນັນ ພົງ​ສຸ​ດທິຣັກ ນັກ​ລັດຖະສາດ ຢູ່​ທີ່​ມະຫາວິທະຍາ​ໄລ ຈຸລາ​ລົງ​ກອນ ກ່າວ​ວ່າ
ລັດຖະບານ​ໄທ ຕົກ​ຢູ່​ໃນ​ສະພາບ​ທີ່​ຕັດສິນ​ໃຈ​ໄດ້​ຍາກ ຫຼັງຈາກ​ໄດ້​ຖືກ​ກົດ​ດັນ​ຈາກ​ຈີນ ເພື່ອ​ໃຫ້
​ສົ່ງ​ພວກ​ຜູ້​ຊາຍ​ຊາວ​ວີ​ເກີ້ ກັບ​ຄືນ​ໄປ​ແຂວງ​ຊິນ​ຈຽງ ທີ່ຕ້ານ​ກັບຄວາມ​ປະສົງຂອງພວກ​ເຂົານັ້ນ​.

ທ່ານ ທິຕິ​ນັນ ​ເວົ້າວ່າ “ສະນັ້ນ ລັດຖະບານ ​ແມ່ນ​ຢູ່​ໃນ​ຖານະ​ທີ່​ຫຍຸ້ງຍາກ ​ເພາະວ່າ ຖ້າ​
ຕົນ​ຍອມ​ຮັບ​ວ່າ ​ໄດ້​ຜິດພາດ​ໃນ​ການເນລະ​ເທດ ຊາວ​ວີ​ເກີ້ ມັນ​ກໍ​ໝາຍຄວາມ​ວ່າ
ຕົນ​ໄດ້​ເຂົ້າຫາ​ຈີນ​ໃກ້​ເກີນໄປ ​ເພາະວ່າ ຈີນ​ຮັບ​ຮູ້​ການ​ກໍ່​ລັດຖະປະຫານ​ຂອງ​ທະຫານ​ ເມື່ອປີ​ແລ້ວ​ນີ້. ​ໃນ​ຂະນະ​ດຽວ​ກັນ ລັດຖະບານ ບໍ່​ຢາກອອກໄປ​ໄກ​ເກີນ​ໄປ ​ໃນ​ການ​ຍອມຮັບ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດນັ້ນ ​ແມ່ນ​ເປັນປະຕິບັດ​ການ ກໍ່​ການ​ຮ້າຍ ​ເພາະວ່າ ​ໄທກາງ​ຕໍ່​ນຳການທ່ອງທ່ຽວ.”

ໃນ​ເວລາ​ນີ້ ຊາວ​ວີ​ເກີ້​ຈຳນວນ 98 ຄົນ ຍັງ​ຄົງ​ຢູ່​ໃນ ການ​ກັກ​ຕົວ​ໄວ້​ໂດຍ​ກົມ​ກວດ​ຄົນ​ເຂົ້າ​ເມືອງ​ຂອງໄທ ທີ່​ປະ​ເຊີນ​ໜ້າ​ກັບ ສະ​ຕາ​ກຳ​ອັນ​ທີ່​ບໍ່​ແນ່ນອນ​ ວ່າ ພວກ​ເຂົາຈະ​ຖືກ​ເນລະ​ເທດ ​ໄປ​ເທີ​ກີ ຫຼື ຈະຖືກ​ສົ່ງ​ກັບ​ຄືນ​ໄປ​ຈີນ.

Your browser doesn’t support HTML5

Thailand Blast