ໜຸ່ມນ້ອຍໄທ ປະເຊີນກັບການຕິດຄຸກ ຍ້ອນຖືກ່າວຫາ ໃສ່ຮ້າຍປ້າຍສີກະສັດ

ພວກນັກເຄື່ອນໄຫວປະຊາທິປະໄຕ ຍົກສາມນີ້ວມື ທີ່ເປັນສັນຍາ ລັກຕ້ານ ໃນຂະນະທີ່ເດີນຂະບວນຢູ່ໃນບາງກອກ ປະເທດໄທ ວັນພຸດທີ 24 ມີນາ 2021.

ຊາວໜຸ່ມໄທອາຍຸ 16 ປີ ຄົນນຶ່ງ ມີໂອກາດທີ່ຈະປະເຊີນໜ້າກັບການຕິດຄຸກ ຍ້ອນຖືກກ່າວຫາວ່າ ໝິ່ນປະໝາດກະສັດມະຫາວາຈີຣາລົງກອນໂດຍນຸ່ງເສື້ອ ຍືດໃນຂະນະທີ່ພວກຊາວໜຸ່ມໄທພາກັນປະທ້ວງສະໜັບສະໜູນປະຊາທິປະໄຕ ກຳລັງຖືກປາບປາມໂດຍກຳລັງທີ່ຈົງຮັກພັກດີຕໍ່ກະສັດ ດ້ວຍກົດໝາຍ
ຄຸ້ມຄອງກະສັດທີ່ເຄັ່ງຄັດ.

ກົດໝາຍໝິ່ນພະບໍລົມເດຊານຸພາບທີ່ຮູ້ກັນດີໃນຊື່ມາດຕາ “112” ຫຼັງຈາກມາດ ຕາຂອງ
ກົດໝາຍອາຍາໄທດັ່ງກ່າວມີໂທດຕິດຄຸກແຕ່ 3 ຫາ 15 ປີ ໃນແຕ່ລະ ຂໍ້ຫາຂອງການ
“ໃສ່ຮ້າຍປ້າຍສີ ໝິ່ນປະໝາດ ຫຼືຂົ່ມຂູ່” ຕໍ່ບັນດາຜູ້ສຳຄັນຢູ່ໃນ ພະຣາຊະວັງ ເພື່ອປົກປ້ອງ
ສະຖາບັນກະສັດທີ່ມີອິດທິພົນຂອງປະເທດຈາກການ ຕຳໜິຕິຕຽນ.

ກົດໝາຍໝິ່ນປະໝາດພະບໍລົມເດຊານຸພາບຂອງປະເທດ ໄດ້ຍື່ນຟ້ອງ ຕໍ່ພວກ ປະທ້ວງ
ຢ່າງໜ້ອຍ 71 ຄົນ ພ້ອມດ້ວຍຜູ້ນຳທີ່ສຳຄັນ 7 ຄົນ ໄດ້ຖືກປະຕິເສດ ບໍ່ໃຫ້ປະກັນໂຕ ໃນ
ຂະນະທີ່ພວກເຂົາເຈົ້າລໍຖ້າການດຳເນີນຄະດີ.

ຄວາມຜິດທີ່ຖືກກ່າວຫາຕໍ່ໜຸ່ມນ້ອຍ ຜູ້ທີ່ອົງການຂ່າວວີໂອເອ ບໍ່ໄດ້ເປີດເຜີຍ ໃນຂະນະ
ທີ່ລາວອາຍຸຍັງບໍ່ເຖິງກະສຽນ ເວລາລາວນຸ່ງເສື້ອຍຶດ ຢູ່ບ່ອນປະທ້ວງ ພ້ອມດ້ວຍປ້າຍຄຳ
ຂວັນຕໍ່ຕ້ານກະສັດທີ່ຂຽນໃສ່ຢູ່ທ້ອງຂອງລາວ.


ນັ້ນແມ່ນຖືວ່າເປັນການໝິ່ນປະໝາດຕໍ່ກະສັດ ຜູ້ທີ່ໄດ້ສະແດງໃຫ້ເຫັນຊໍ້າແລ້ວ ຊໍ້າອີກ
ຢູ່ສື່ມວນຊົນໃນຢູໂຣບ ນຸ່ງເສື້ອຍຶດ ໃນຂະນະທີ່ຢູ່ນອກປະເທດນັ້ນ.

ອ່ານຂ້າວນີ້ເພີ້ມເປັນພາສາອັງກິດ