ສານປົກຄອງສູງສຸດຂອງໄທ ຮັບຮອງເອົາການຟ້ອງຮ້ອງຂອງ
ປະຊາຊົນໄທ ທີ່ຄັດຄ້ານການຮັບຊື້ກະແສໄຟຟ້າຈາກໂຄງການ
ເຂື່ອນໄຊຍະບູລີໃນລາວທີ່ຖືກມອງວ່າເປັນສັນຍາທີ່ຜິດກົດໝາຍ.
Your browser doesn’t support HTML5
ຄະນະຕຸລາການສານປົກຄອງສູງສຸດຂອງໄທ ໄດ້ມີມະຕິຮັບຮອງເອົາການຟ້ອງຮ້ອງ
ຂອງປະຊາຊົນໄທ ທີ່ສະແດງການຄັດຄ້ານການຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນ
ໄຊຍະບູລີໃນລາວ ໂດຍການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ຢ່າງເປັນທາງ
ການເມື່ອບໍ່ນານມານີ້.
ໂດຍມະຕິຮັບຮອງດັ່ງກ່າວນີ້ ຈະເປັນຜົນເຮັດໃຫ້ຄະນະຕຸລາການສານປົກຄອງສູງສຸດຂອງໄທ ຕ້ອງດຳເນີນການໄຕ່ສວນເພື່ອພິຈາລະນາ ຕັດສິນວ່າສັນຍາຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຊຍະບູລີທີ່ EGAT ໄດ້ຕົກລົງໄວ້ກັບລັດຖະບານລາວ ແລະ ກຸ່ມຜູ້ລົງທຶນໃນໂຄງການເຂື່ອນໄຊຍະບູລີນັ້ນ ເປັນການກະທຳທີ່ຂັດຕໍ່ກົດໝາຍລັດຖະທຳມະນູນຂອງໄທຫຼືບໍ່.
ທັງນີ້ກໍເນື່ອງຈາກວ່າ ປະຊາຊົນໄທທີ່ໄດ້ຮ່ວມກັນຮ້ອງຟ້ອງຕໍ່
ສານປົກຄອງສູງສຸດຂອງໄທ ໃນຄັ້ງນີ້ໃຫ້ເຫດຜົນວ່າ EGAT
ໄດ້ຕົກລົງຮັບຊື້ກະແສໄຟຟ້າ ຈາກໂຄງການເຂື່ອນ ໄຊຍະບູລີ
ຂອງລາວ ໂດຍບໍ່ໄດ້ດຳເນີນຂະບວນການ ປຶກສາຫາລືກັບປະ
ຊາຊົນໄທ ທີ່ຈະຕ້ອງແບກຮັບພາລະ ໃນການຊຳລະຄ່າໄຟຟ້າ
ທີ່ຮັບຊື້ຈາກໂຄງການເຂື່ອນໄຊຍະບູລີແຕ່ຢ່າງໃດ ໃນຂະນະທີ່
ລັດຖະທຳມະນູນ ໄດ້ກຳນົດໃຫ້ ຕ້ອງດຳເນີນຂະບວນການປຶກ
ສາຫາລື ກ່ອນທີ່ຈະທຳສັນຍາດັ່ງກ່າວ.
ເພາະສະນັ້ນ ຖ້າຫາກວ່າການຈັດທຳສັນຍາຮັບຊື້ກະແສໄຟຟ້າ ຈາກໂຄງການເຂື່ອນ
ໄຊຍະບູລີຂອງລາວ ເປັນໄປຕາມການສະແດງເຫດຜົນຂອງປະຊາຊົນໄທດັ່ງກ່າວ ກໍ
ຈະເຮັດໃຫ້ສັນຍາຕ້ອງຕົກເປັນໂມຂະທັນທີ ໝາຍຄວາມວ່າ EGAT ຂອງໄທບໍ່ສາມາດ
ທີ່ຈະຮັບຊື້ກະແສໄຟຟ້າ ຈາກໂຄງການເຂື່ອນໄຊຍະບູລີຂອງລາວ ໄດ້ຕາມສັນຍາດັ່ງກ່າວ
ນັ້ນເອງ.
ແຕ່ຢ່າງໃດກໍຕາມ ຄະນະຕຸລາການສານປົກຄອງສູງສຸດຂອງໄທ ກໍຍັງບໍ່ທັນໄດ້ກຳນົດ
ການວ່າຈະຕ້ອງໃຊ້ລະຍະເວລາໃນການໄຕ່ສວນຄະດີຍາວນານເທົ່າໃດ ເພາະຂຶ້ນຢູ່ກັບ
ຈຳນວນພະຍານບຸກຄົນ ແລະ ພະຍານຫລັກຖານ ທີ່ປະຊາຊົນໄທໃນຖານະຜູ້ຟ້ອງຮ້ອງ ແລະທາງ EGAT ວ່າຈະສາມາດຊີ້ແຈງ ຕໍ່ຄະນະຕຸລາການສານປົກຄອງສູງສຸດຂອງໄທ
ໄດ້ໃນທຸກດ້ານ.
“ທາງກົມຊັບພະຍາກອນນ້ຳໃນຖານະຜູ້ແທນທາງຝ່າຍໄທນະຄັບ ກໍໄດ້ເຄີຍຈັດ
ເວທີໃຫ້ຂໍ້ມູນກັບຜູ້ມີສ່ວນໄດ້ສ່ວນເສຍເຖິງ 3 ຄັ້ງນະຄັບ ໃນຊ່ວງລະຫວ່າງເດືອນ
ມັງກອນ ເຖິງເດືອນກຸມພາ ປີ ພ.ສ. 2554 ສ່ວນເລື້ອງຂໍ້ກັງວົນເລື້ອງທີ່ສານຮັບ
ຟ້ອງກໍບໍ່ໄດ້ກັງວົນຫຍັງນະຄັບ ເຮົາເຊື່ອວ່າເຮົາທຳຄຳຊີ້ແຈງໄດ້ ບໍ່ໜ້າຈະມີບັນຫາ.”
ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ເລີ້ມລົງມືດຳເນີນການນັບແຕ່ທ້າຍປີ 2012 ເປັນຕົ້ນມາໂດຍມາຮອດປັດຈຸບັນນີ້ ກໍປະກົດວ່າ ໄດ້ຄືບໜ້າໄປແລ້ວເກີນກວ່າ 30 ເປີເຊັນ ຂອງແຜນການທັງໝົດ ຫາກແຕ່ວ່າໂຄງການເຂື່ອນໄຊຍະບູລີ ກໍຍັງຄົງຖືກຄັດຄ້ານຈາກພາກປະຊາສັງຄົມໃນໄທ ກຳປູເຈຍ ຫວຽດນາມ ແລະ ອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລະດັບສາກົນມາຢ່າງຕໍ່ເນື່ອງ.
ໂດຍຫລ້າສຸດເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກແມ່ນ້ຳຂອງເຄືອຂ່າຍເພື່ອການ
ຮ່ວມມືໃນການພັດທະນາດ້ານການປະມົງໃນກຳປູເຈຍ ສູນສຶກສາວິໄຈກົດໝາຍ ແລະ
ນະໂຍບາຍໃນການພັດທະນາຢ່າງຍືນຍົງໃນຫວຽດນາມ ອົງການແມ່ນ້ຳສາກົນ ແລະ
ອົງການອະນຸລັກສິ່ງແວດລ້ອມໃນປະເທດອອສເຕຣຍ ກໍໄດ້ຮ່ວມກັນຍື່ນເອກະສານຮ້ອງ
ຮຽນເຖິງສຳນັກງານກາງ ຂອງລັດຖະບານອອສເຕຣຍ ທີ່ນະຄອນຫລວງວຽນນາ ຢ່າງເປັນທາງການ.
ໂດຍກ່າວຫາກຸ່ມບໍລິສັດ Andritz AG ແຫ່ງອອສເຕຣຍ ຊຶ່ງເປັນຜູ້ຕອບສະໜອງທາງ
ດ້ານເຕັກນິກ ແລະ ວິສະວະກຳ ໃຫ້ແກ່ໂຄງການເຂື່ອນໄຊຍະບູລີວ່າ ໄດ້ລະເມີດຈັນ
ຍາບັນ ຂອງອົງການຮ່ວມມືເພື່ອພັດທະນາເສດຖະກິດລະຫວ່າງຊາດ (OECD) ທີ່ຢືນຢູ່
ບ່ອນຫລັກການທີ່ວ່າ ການດຳເນີນທຸລະກິດ ຈະຕ້ອງຄຳນຶງເຖິງການປ້ອງກັນຜົນກະທົບ
ຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດ ຢ່າງໜັກແໜ້ນນັ້ນເອງ.