ນະຄອນຫຼວງຂອງປະເທດໄທ ແມ່ນງຽບສະຫງົບໃນວັນພຸດ
ມື້ນີ້ ໃນຂະນະທີ່ພວກປະທ້ວງຝ່າຍຄ້ານ ທຳການຢຸດພັກຊົ່ວ
ຄາວ ກ່ອນພະລາຊະພິທີສະເຫຼີມພະຊົນພັນສາ ອັນເປັນວັນ
ຄ້າຍວັນປະສູດຂອງກະສັດໄທ.
ຫຼາຍໆຄົນທີ່ພະຍາຍາມຫາທາງໂຄ່ນລົ້ມລັດຖະບານມາໄດ້
ຫຼາຍວັນແລ້ວນັ້ນ ແມ່ນໄດ້ກັບຄືນສູ່ທ້ອງຖະໜົນຫົນທາງ
ໃນບາງກອກອີກ ແຕ່ຄັ້ງນີ້ແມ່ນພາກັນໄປເກັບກວາດ ກ່ອນ
ວັນສະເຫຼີມສະຫຼອງດັ່ງກ່າວ.
ນາງບຸນຍະນຸດ ດວງລະຫົນ ແມ່ນນຶ່ງໃນພວກທີ່ໄປເກັບກວາດຖະໜົນຫົນທາງໃນເຂດອະນຸສາວະລີປະຊາທິປະໄຕ ບ່ອນທີ່ພວກປະທ້ວງທີ່ຕໍ່ຕ້ານລັດຖະ ບານຫຼາຍໝື່ນຄົນ ໄດ້ພາກັນຕັ້ງຄ້າຍ ແລະປັກຫຼັກຢູ່ທີ່ນີ້.
ນາງບຸນຍະນຸດກ່າວວ່າ: “ກຸ່ມນີ້ ແມ່ນກຸ່ມພວກເປົ່າໝາກຫວີດ ພວກເຮົາພາກັນມາ
ທີ່ນີ້ ມາຮວມຕົວກັນ ມາປັດກວາດແລະມ້ຽນມັດຕ່າງໆເພື່ອສະແດງໃຫ້ເຫັນເຖິງ
ຄວາມຈົງຮັກພັກດີ ແລະພວກເຮົາຮັກພະອົງ.”
ກະສັດ ພູມິພົນ ອະດູນຍະເດດ ຈະມີພະຊົນມາຍຸຄົບຮອບ 86 ພັນສາ ໃນວັນພະຫັດ
ມື້ອື່ນນີ້ ແລະພະອົ ງຊົງເປັນຜູ້ທີ່ປະຊາຊົນ ໃຫ້ຄວາມເຄົາລົບນັບຖືຢ່າງກວ້າງຂວາງ
ໃນປະເທດໄທ.
ບັນດາຜູ້ນໍາພັກຝ່າຍຄ້ານ ປະຕິຍານວ່າຈະສືບຕໍ່ທຳການປະທ້ວງໃນວັນສຸກຈະມາເຖິງນີ້
ໂດຍກ່າວວ່າ ພວກຕົນຈະບໍ່ຢຸດພັກເຊົາ ຈົນກວ່າວ່າ ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ
ອອກຈາກຕໍາແໜ່ງ ແລະມອບອໍານາດໃຫ້ຄະນະສະພາ ທີ່ບໍ່ໄດ້ຖືກເລືອກຕັ້ງ.

Your browser doesn’t support HTML5