ພວກປະທ້ວງຊາວໄທ ປະທະກັບຕຳຫຼວດ ໃນຂະນະທີ່ ຂະບວນພະຣາຊະລົດ ແລ່ນຜ່ານໄປ

ພວກນັກເຄື່ອນໄຫວ ປະທ້ວງຕໍ່ຕ້ານລັດຖະບານ ແລະສະຖາບັນກະສັດ ໃນບາງກອກ.

ເຈົ້າໜ້າທີ່ຕຳຫຼວດໄທປະທະກັບພວກປະທ້ວງ ຜູ້ທີ່ສາດນ້ຳສີໃສ່ຕຳຫຼວດ ແລະໄດ້ຈັບກຸມພວກເຂົາ ຢ່າງໜ້ອຍ 21 ຄົນ ກ່ອນທີ່ຂະບວນພະຣາຊະລົດ ແລ່ນຜ່ານໄປໃນວັນອັງຄານວານນີ້ ແລະໃນຂະນະທີ່ຂະບວນຣາຊະລົດຂອງກະສັດ ວະຈິຣະລົງກອນ ແລ່ນຜ່ານໄປນັ້ນ ກໍໄດ້ມີສຽງຮ້ອງໂຮ ຈາກພວກປະທ້ວງວ່າ “ປ່ອຍພວກເພື່ອນໆຂອງພວກເຮົາ” ອີງຕາມລາຍງານ ຂອງອົງການຂ່າວຣອຍເຕີ.

ການບໍ່ເຫັນດີເຫັນພ້ອມຢ່າງເປີດເຜີຍຕໍ່ສະຖາບັນກະສັດເຊັ່ນນີ້ ແມ່ນບໍ່ເຄີຍມີມາກ່ອນຢູ່ໃນໄທ ແລະໄດ້ເກີດຂຶ້ນນຶ່ງວັນ ກ່ອນມື້ການວາງແຜນ ເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານຄັ້ງຫຼ້າສຸດ.

ການປະທ້ວງທີ່ໄດ້ເກີດຂຶ້ນຢ່າງແຜ່ຫຼາຍຢູ່ໃນປະເທດເປັນເວລາສາມເດືອນຜ່ານມາ ເຮັດໃຫ້ເປັນບັນຫາທ້າທ້າຍທີ່ໃຫຍ່ສຸດໃນຫຼາຍໆປີຜ່ານມາ ສຳລັບການຈັດ ຕັ້ງທາງການເມືອງ ທີ່ຄອບງຳໂດຍທະຫານແລະພະຣາຊະວັງຂອງໄທ.

ພວກປະທ້ວງຮຽກຮ້ອງໃຫ້ມີລັດຖະທຳມະນູນສະບັບໃໝ່ ແລະໃຫ້ປົດນາຍົກລັດ ຖະມົນຕີ ປຣະຢຸດ ຈັນໂອຊາ ອະດີດຜູ້ນຳລັດຖະບານທະຫານ.

ພວກເຂົາຍັງໄດ້ຮຽກຮ້ອງໃຫ້ຫລຸດຜ່ອນອຳນາດຂອງສະຖາບັນກະສັດ ຊຶ່ງເປັນການຝ່າຝືນກົດຫວງຫ້າມທີ່ມີມາຍາວນານໃນການຕ້ອງຕິຣາຊະວົງ ຊຶ່ງປວງຊົນຊາວໄທຫຼາຍຄົນຍັງໃຫ້ການເຄົາລົບນັບຖືຢູ່. ທາງພະຣາຊະວັງບໍ່ໄດ້ໃຫ້ຄຳຕອບ ໃດໆ ຕໍ່ການຂໍຄວາມເຫັນກ່ຽວກັບການປະທ້ວງດັ່ງກ່າວ ຫຼືການຮຽກຮ້ອງໃຫ້ປະຕິຮູບສະຖາບັນກະສັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ