ນາຍົກໄທ ຢ້ຽມຢາມ ຖໍ້າທີ່ເດັກນ້ອຍ 12 ຄົນ ແລະຄູຝຶກເຕະບານ ຫາຍສາບສູນ ຢູ່ໃນນັ້ນ

ພວກທະຫານໄທ ກຳລັງຊອກຫາບັນດາເດັກນ້ອຍທີ່ຫາຍສາບສູນ ຢູ່ໃນຖໍ້າຫຼວງ, ຈັງວັດຊຽງຣາຍ, ພາກເໜືອຂອງປະເທດໄທ ໃນວັນທີ 29 ມິຖຸນາ 2018.

ເວລາໄດ້​ຜ່ານ​ໄປໄດ້ເກືອບ​ນຶ່ງ​ອາທິດແລ້ວ ນັບ​ແຕ່​ກຸ່ມ​ພວກ​ເດັກນ້ອຍ ​ແລະ​ຄູ​ຝຶກ​ເຕະ
ບານຂອງພວກ​ເຂົາໄດ້​ເຂົ້າ​ໄປ​ສຳ​ຫຼວດໃນ​ເຂດຖໍ້າທີ່ລະອິດລະອ້ຽວ ຢູ່​ທາງ​ພາ​ກ​ເໜືອ
ຂອງ​ປະ​ເທດ​ໄທ ແລະ​ໄດ້​ຮູ້ຂ່າວ​ເປັນ​ເທື່ອ​ສຸດ​ທ້າຍ ​ແຕ່ວ່າ​ບັນດາ​ຄອບຄົວຂອງ​ເຂົາ​ເຈົ້າ​
ໄດ້​ຮັບຄໍາເວົ້າທີ່ໃຫ້ກໍາລັງໃຈຈາກ​ນາຍົກລັດຖະມົນຕີຂອງ ປະ​ເທດດັ່ງກ່າວ​ຂ່າວ​ ໃນ​ວັນ
​ສຸກ​ວານ​ນີ້.

ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ໄດ້​ໄປ​ຢ້ຽມຢາມ​ຄອບຄົວ​ຂອງ​ພວກ​
ເດັກນ້ອຍດັ່ງກ່າວ ທີ່​ໄດ້​ໄປພາກັນໄປ​ຢູ່​ໃກ້​ກັບບໍລິ​ເວນ​ເຂດຖໍ້າ​ຫຼວງ ໃນຂະນະທີ່ມີການ
ດໍາເນີນ​ຄວາມ​ພະຍາຍາມ​ກູ້​ໄພຢູ່. ບໍລິ​ເວນ​ເຂດ​ຖໍ້າ​ມີ​ຄວາມ​ຍາວ​ຢູ່ 10 ກິ​ໂລ​ແມັດ ຢູ່​
ກ້ອງ​ພູ ​ໃນ​ຈັງ​ວັດ​ຊຽງຣາຍ ທີ່​ມີ​ຊາຍ​ແດນ​ຕິດ​ກັບປະ​ເທດ​ລາວ ​ແລະ​ມຽນມາ.

ທ່ານປຣະຍຸດກ່າວ​ຕໍ່​ບັນດາ​ຄອບຄົວທີ່ຢືນຢູ່​ນອກ​ຖໍ້າ ໃນ​ວັນ​ສຸກ​ວານ​ນີ້​ວ່າ “ຕ້ອງ​ມີ​
ຄວາມເຊື່ອ​ໝັ້ນ. ຄວາມ​ເຊື່ອ​ໝັ້ນເຮັດ​ໃຫ້​ທຸກ​ສິ່ງ​ຢ່າງ​ປະສົບ​ຜົນສຳ​ເລັດ. ມີຄວາມ​ເຊື່ອ​ໝັ້ນຕໍ່ການປະຕິບັດງານຂອງ​ພວກ​ເຈົ້າ​ໜ້າ​ທີ່. ​ເຊື່ອ​ໝັ້ນຕໍ່​ເດັກ​ນ້ອຍຂອງພວກ​ເຮົາ​ທີ່
ມີຄວາມ​ເຂັ້ມ​ແຂງ ແລະ​ກ້າຫານ. ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ກັບ​ຄືນ​ມາ​ສູ່ສະພາບ​ປົກກະຕິ.”

ທ່ານ​ໄດ້​ກ່າວ​ເພີ້ມວ່່າ​ ທ່ານຖື​ວ່າ ພວກ​ເດັກນ້ອຍເຫລົ່ານັ້ນເປັນ “​ດັ່ງ​ລູກ​ຂອງ​ຕົນເອງ
ຄືກັນ” ກ່ອນຈະ​ນຳພາກຸ່ມດັ່ງກ່າວທໍາສະມາທິ.

ພວກທະຫານກຳລັງນຳເອົາເຄື່ອງປໍ້ານໍ້າໄປດູດເອົານໍ້າອອກຈາກຖໍ້າທີ່ພວກເດັກນ້ອຍຕິດຄ້າງ ຢູ່ໃນວັນທີ 29 ມິຖຸນາ 2018

​ນຶ່ງ​ອາທິດ​ກ່ອນໜ້ານີ້ ເດັກນ້ອຍ​ຜູ້​ຊາຍ 12 ຄົນ ອາຍຸແຕ່ 11 ຫາ 16 ປີ ​ແລະ​ຄູ​ຝຶກ​ເຕະ
ບານ​ເຂົາ​ເຈົ້າ​ອາຍຸ 25 ປີ ​ໄດ້​ພາກັນ​ເຂົ້າ​ໄປ​ໃນ​ຖໍ້າ ຫຼັງ​ຈາກ​ຫຼິ້ນ​ກິລາ​ໃນ​ຕອນ​ທ່ຽງ​ຂອງ​
ວັນ​ເສົາ​ອາທິດ​ແລ້ວ​ນີ້. ​ມັນເປັນ​ເທື່ອ​ສຸດ​ທ້າຍ​ທີ່​ຄົນໄດ້​ຍິນຂ່າວຈາກ​ພວກເຂົາເຈົ້າ.

ການ​ຊ່ວ​ຍ​ເຫຼືອຈາກຕ່າງປະ​ເທດ ​ໄດ້​ໄປ​ເຖິງ​ສະຖານ​ທີ່ເກີດເຫດ ໂດຍມີກອງ​ບັນຊາ
​ການ​ປະຈໍາເຂດ​ປາຊິ​ຟິກຂອງ​ສະຫະລັດໄປ​ຢູ່​ທີ່​ນັ້ນ ​ເພື່ອສຳ​ຫຼວດເບິ່ງທາງເລືອກທັງ
ໝົດທີ່​ເປັນ​ໄປ​ໄດ້ ເພື່ອຈະດຶງເອົາພວກ​ທີ່​ຖືກ​ຕິດ​ຄ້າງ​ຢູ່​ນັ້ນອອກມາໃຫ້​ໄວທີ່​ສຸດ​.

Your browser doesn’t support HTML5

International Aid for Thai Soccer Team Trapped in Cave

ທ່ານ​ນາງ​ແຈັສຊິ​ກາ ​ແຕັດ, ຮ້ອຍ​ເອກ​ກອງທັບ​ອາກາດ​ສະຫະລັດ ຊຶ່ງເປັນ​ເຈົ້າ​ໜ້າ​ທີ່​
ປະຊາສຳພັນ​ຂອງ​ກຸ່ມ​ປະຕິບັດ​ງານ​ພິ​ເສດ​ທີ 353 ກ່າວ​ວ່າ “ຝົນຕົກ​ເປັນ ສິ່ງ​ທີ່ບໍ່ສາ
ມາດທຳນາຍ​ໄດ້ ​ແຕ່​ທ່ານກໍຍັງ​ມີມະນຸດ​ທີ່ເປັນປະເດັນ. ການ​ປະຕິບັດ​ງານ​ເປັນ​ເວລາ
ຊາວ​ສີ່​ຊົ່ວ​ໂມງ. ​ມັນເປັນເລື້ອງທີ່ໜ້າຊື່ນຊົມ​ຫລາຍທີ່​ເຫັນ​ພວກ​ເຈົ້າ​ໜ້າ​ທີ່​ໄທ​ພາກັນ
ມາ​ຊ່ວຍກັນແລະ​ພວກ​ອາສາ​ສະໝັກ​ທັງ​ໝົດມາ​ທີ່​ນີ້​ເພື່ອ​ໃຫ້ການ​ສະໜັບສະໜູນ​ການ​ປະຕິບັດງານກູ້ໄພ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ