ເຈົ້າໜ້າທີ່ຕຳຫຼວດໄທ ກ່າວວ່າ ນຶ່ງໃນກຸ່ມພວກຜູ້ຊາຍ ທີ່ຖືກຈັບ
ຕົວໄວ້ ໃນຖານພົວພັນກັບການວາງລະເບີດທີ່ສານເຈົ້າ ໃນບາງ
ກອກ ເມື່ອເດືອນແລ້ວນີ້ ໄດ້ສະໜອງລາຍລະອຽດ ເພີ້ມຕື່ມອີກ
ກ່ຽວກັບການມີສ່ວນຮ່ວມຂອງຜູ້ກ່ຽວໃນການໂຈມຕີນັ້ນ.
ຜູ້ຕ້ອງສົງໄສ ຊື່ວ່າ Yusufu Mieraili ໄດ້ຍອມຮັບວ່າ ຕົນໄດ້ຍື່ນ
ຖົງພາຍ ທີ່ບັນຈຸລະເບີດ ໃຫ້ແກ່ຊາຍອີກຄົນນຶ່ງ ທີ່ເຊື່ອວ່າເປັນຜູ້
ທີ່ໄດ້ປະຖົງພາຍນັ້ນໄວ້ ຢູ່ທີ່ສານເຈົ້າ ບໍ່ດົນກ່ອນມັນຈະແຕກຂຶ້ນ.
ອັນນັ້ນ ແມ່ນອີງຕາມລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ໃນວັນພຸດ
ມື້ນີ້ ທີ່ໄດ້ນຳເອົາທ້າວ Mieraili ໄປສະແດງຄືນ ກ່ຽວກັບການກະ
ທຳຕ່າງໆຂອງຜູ້ກ່ຽວ ເມື່ອວັນທີ 17 ສິງຫາ ຊຶ່ງເປັນມື້ຂອງລະເບີດແຕກ ທີ່ໄດ້ສັງຫານ 20
ຄົນ.
Your browser doesn’t support HTML5
ໂຄສົກຕຳຫຼວດ ທ່ານ ປຣະວຸດ ຖາວອນສີຣິ ກ່າວຖະແຫລງຢູ່ນອກ ສະຖານີລົດໄຟໃນ
ບາງກອກ ວ່າ “ທີ່ນີ້ແມ່ນບໍລິເວນ ບ່ອນທີ່ລາວພົບກັບຊາຍໃສ່ເສື້ອສີເຫຼືອງ ເພື່ອແລກ
ປ່ຽນຖົງພາຍກັນ.”
ພາບບັນທຶກ ຈາກກ້ອງວົງຈອນປິດ ສະແດງໃຫ້ເຫັນ ຊາຍຮູບຮ່າງບອບບາງ ໃສ່ເສື້ອຍືດສີເຫຼືອງ ມີຜົມກູດ ໄດ້ປະຖົງພາຍນຶ່ງໜ່ວຍ ໄວ້ໃກ້ໆກັບສານເຈົ້າ ແລະ ຍ່າງອອກໄປຢ່າງໃຈເຢັນ
ບໍ່ດົນກ່ອນລະເບີດຈະແຕກຂຶ້ນຢ່າງຮຸນແຮງ.
ຕຳຫຼວດກ່າວອີກວ່າ ຜູ້ຕ້ອງສົງໄສສອງຄົນ ໄດ້ແຍກໂຕໜີໄປ ຫຼັງຈາກທີ່ໄດ້ແລກປ່ຽນຖົງພາຍ ກັນແລ້ວ.
ຄົນຕ່າງຊາດອີກຜູ້ນຶ່ງ ຖືກລະບຸໂຕ ຄື ທ້າວ Adem Karadak ທີ່ມີສ່ວນກ່ຽວຂ້ອງກັບຄະດີ
ດັ່ງກ່າວກໍຖືກເຈົ້າໜ້າທີ່ຄຸມຕົວໄວ້. ແຕ່ບົດບາດ ໃນການວາງລະເບີດ ຂອງພວກເຂົາເຈົ້ານັ້ນ ແມ່ນຍັງບໍ່ຈະແຈ້ງເທື່ອ.
ບັນດາ ເຈົ້າໜ້າທີ່ ກ່າວວ່າ DNA ຂອງທ້າວ Mieraili ໄດ້ຖືກພົບເຫັນ ຢູ່ທີ່ບ້ານພັກອາພາດເມັນ ໃນບາງກອກ ບ່ອນທີ່ວັດຖຸຕ່າງໆ ທີ່ໃຊ້ໃນການເຮັດລະເບີດນັ້ນ ຖືກຍຶດໄດ້. ພວກເຂົາຍັງກ່າວອີກວ່າ ທ້າວ Mieraili ໄດ້ສາລະພາບວ່າຕົນມີບົດບາດ ທີ່ສຳຄັນໃນການໂຈມຕີນັ້ນ.
ບັນດານັກສືບສວນສອບສວນ ບໍ່ໄດ້ມີຄຳເຫັນ ກ່ຽວກັບສັນຊາດຂອງຊາຍຕ່າງຊາດສອງຄົນ ດັ່ງກ່າວ ແຕ່ທ້າວ Mieraili ມີໜັງສືຜ່ານແດນ ຂອງຈີນ ທີ່ລະບຸວ່າ ບ້ານເກີດຂອງຜູ້ກ່ຽວ ຄືເຂດ Xinjiang ຊຶ່ງເປັນບ່ອນຢູ່ ຂອງຊາວ Uighur ທີ່ເປັນຊົນກຸ່ມນ້ອຍຂອງຈີນ.