ລັດຖະບານທະຫານຂອງໄທ ແລະ ເຈົ້າໜ້າທີ່ຕຳຫຼວດ ກ່າວ
ຖະແຫລງ ເຖິງ “ຄວາມຄືບໜ້າທີ່ສຳຄັນ” ຂອງພວກເຂົາເຈົ້າ
ໃນການສືບສວນສອບສວນ ກ່ຽວກັບການວາງລະເບີດທີ່ສານເຈົ້າ
ໃນບາງກອກ ເມື່ອເດືອນແລ້ວນີ້ ທີ່ໄດ້ເຮັດໃຫ້ 20 ຄົນເສຍຊີວິດ
ແລະ ຫຼາຍກວ່າ 120 ຄົນ ໄດ້ຮັບບາດເຈັບ ເຊິ່ງພວກຄົນເຫຼົ່ານັ້ນ
ເປັນນັກທ່ອງທ່ຽວຊາວເອເຊຍ ທີ່ໄປຢ້ຽມຢາມປະເທດ.
ບັນດາເຈົ້າໜ້າທີ່ ກຳລັງສົນທະນາ ເຖິງຊາຍຕ່າງຊາດຜູ້ນຶ່ງ ທີ່ໄດ້
ຖືກຈັບກຸມ ຢູ່ຕິດກັບຊາຍແດນກຳປູເຈຍ.
ຕຳຫຼວດແຫ່ງຊາດ ພົນໂທ ປຣາວຸດ ຖາວອນສີຣິ ກ່າວວ່າ
“ຜົນຈາກການວິເຄາະລາຍນິ້ວມື ໄດ້ຢັ້ງຢືນວ່າ ລາຍນິ້ວມື ຂອງຊາຍຕ່າງຊາດນັ້ນ
ແມ່ນຕິດຢູ່ຂວດທີ່ບັນຈຸດ້ວຍລະເບີດ” ເຊິ່ງໄດ້ພົບເຫັນຢູ່ພາຍໃນ ຫໍພັກ ທີ່ໄດ້ຖືກບຸກ
ເຂົ້າກວດຄົ້ນ ເມື່ອວັນເສົາອາທິດແລ້ວນີ້.
ໂຄສົກຂອງຜູ້ບັນຊາການຕຳຫຼວດ ພົນໂທ ປຣາວຸດ ຖາວອນສີຣິ ສະແດງໃຫ້ເຫັນພາບ ຂອງຊາຍຄົນນຶ່ງ ໃນ ສາມ ທີ່ບັນດາເຈົ້າໜ້າທີ່ຕຳຫຼວດໄທ ໄດ້ອອກໝາຍຈັບໃໝ່ ສຳຫລັບ ການມີສ່ວນກ່ຽວຂ້ອງກັບ ກໍລະນີການວາງລະເບີດ ໃນບາງກອກ, ປະເທດໄທ, ວັນທີ 1 ກັນຍາ 2015.
ທ່ານ ປຣາວຸດ ກ່າວອີກວ່າ “ພວກເຮົາໄດ້ຢືນຢັນວ່າ ຜູ້ກ່ຽວມີສ່ວນກ່ຽວພັນ ແລະ
ອາດເປັນຜູ້ທີ່ໄດ້ນຳເອົາລະເບີດ ອອກໄປຈາກຫ້ອງ ຫຼື ນຳມັນເຂົ້າໄປໃນບໍລິເວນ”
ສານເຈົ້າ Erawan ເມື່ອວັນທີ 17 ສິງຫາ.
ໂຄສົກຂອງຜູ້ບັນຊາການຕຳຫຼວດ ໄດ້ທຳການປະກາດ ທີ່ຖ່າຍທອດອອກອາກາດທຸກໆຊ່ອງ ເມື່ອຕອນທ່ຽງວັນພຸດມື້ນີ້ ໂດຍລັດຖະບານທະຫານຂອງໄທ.
ໃນການຖ່າຍທອດອັນດຽວກັນນັ້ນ ໂຄສົກດັ່ງກ່າວ ເວົ້າເປັນພາສາໄທ ອັງກິດ ແລະ ຈີນ ທີ່
ໄດ້ປະກາດວ່າ ພວກເຈົ້າຂອງ ຕ້ອງໄດ້ແຈ້ງໃຫ້ ບັນດາເຈົ້າໜ້າທີ່ຊາບ ກ່ຽວກັບແຂກຊາວ
ຕ່າງຊາດ ພາຍໃນ 24 ຊົ່ວໂມງຫຼັງຈາກທີ່ໄດ້ໄປເຖິງປະເທດແລ້ວ.
ຕຳຫຼວດໄທ ນຳເອົາຫລັກຖານ ຢູ່ໃນຫໍພັກ ຢູ່ຊານເມືອງຂອງນະຄອນບາງກອກ ເມື່ອວັນເສົາ ທີ 29 ສິງຫາ 2015.
ການແຈ້ງການນັ້ນ ແມ່ນນຳໃຊ້ຕໍ່ “ບັນດາເຈົ້າຂອງເຮືອນ ແລະ ເຈົ້າຂອງໂຮງແຮມ ຫໍພັກ
ແລະ ອາຄານທີ່ພັກ ບ່ອນທີ່ຊາວຕ່າງຊາດອາໄສຢູ່ນັ້ນ” ອີງຕາມການອອກອາກາດ.
ໄດ້ມີການອອກໝາຍຈັບ ຈຳນວນ 7 ຄົນ ນັບຕັ້ງແຕ່ໄດ້ເກີດເຫດລະເບີດ ເມື່ອວັນທີ 17
ສິງຫາ ເປັນຕົ້ນມາ ລວມທັງ ຢ່າງນ້ອຍ ຊາຍສາມຄົນ ຜູ້ທີ່ເຊື່ອວ່າ ເປັນຊາວເທີກີ.
Your browser doesn’t support HTML5
Thailand Bombing Probe