ຕຳຫຼວດ ໄທ ຮູ້ຈັກໂຕຜູ້ຢູ່ ເບື້ອງຫຼັງ ເຫດການ ລະເບີດແຕກ ທີ່ຮ້າຍແຮງ ເມື່ອບໍ່ດົນມານີ້

ບັນາດານັກສືບສວນສອບສວນເຮັດວຽກທີ່ຈຸດເກີດເຫດລະ ເບີດ ໃນເມືອງຕາກອາກາດ ຫົວຫີນ 240 ກິໂລແມັດ ຈາກ ບາງກອກ.ໄປທາງໃຕ້ 12 ສິງຫາ, 2016.

ຕຳຫຼວດໄທກ່າວວ່າ ຕົນຮູ້ວ່າ ຜູ້ໃດຢູ່ເບື້ອງຫຼັງຂອງການໂຈມຕີດ້ວຍລະເບີດຫຼາຍຄັ້ງເມື່ອ ບໍ່ດົນມານີ້ ແລະຢ່າງໜ້ອຍ ແມ່ນມີຜູ້ນຶ່ງໄດ້ຖືກກັກໂຕໄວ້ ເພື່ອສອບປາກຄຳ.

ທ່ານ ປິຍະປານ ປິ່ງເມືອງ ຮອງໂຄສົກຕຳຫຼວດແຫ່ງຊາດ ໄດ້ບອກນັກຂ່າວຢູ່ບາງກອກ ໃນວັນອາທິດມື້ນີ້ວ່າ ການສືບສວນສອບສວນພວມດຳເນີນໄປຢູ່ ແຕ່ທ່ານປະຕິເສດທີ່ຈະ ໃຫ້ລາຍລະອຽດໃດໆ.

ພວກເຈົ້າໜ້າທີ່ໄທ ພວມຊອກຄົ້ນຫາໂຕຜູ້ຮັບຜິດຊອບໃນການໂຈມຕີດ້ວຍລະເບີດ 11 ຄັ້ງທີ່ຂ້າຄົນຕາຍ 4 ຄົນແລະເຮັດໃຫ້ບາດເຈັບຫຼາຍສິບຄົນ ຢູ່ໃນເມືອງທ່ອງທ່ຽວໃນກາງ ຄືນວັນພະຫັດແລະຕອນເຊົ້າວັນສຸກຜ່ານມາ.

ພວກຕຳຫຼວດກ່າວວ່າ ພວກເຂົາເຈົ້າບໍ່ໄດ້ສົງໄສວ່າແມ່ນກຸ່ມອິດສະລາມຫົວຮຸນແຮງພາຍ ໃນເປັນຜູ້ຢູ່ເບື້ອງຫຼັງການໂຈມຕີນັ້ນ ແຕ່ໄດ້ເອີ້ນການໂຈມຕີດັ່ງກ່າວວ່າ ເປັນການເຄື່ອນ ໄຫວກໍ່ກວນ ຊຶ່ງເບິ່ງຊົງ ຄືຈະແມ່ນກຸ່ມຄົນທ້ອງຖິ່ນ ທີ່ມີສ່ວນທາງການເມືອງເຮັດຂຶ້ນ ແຕ່ ເຈົ້າໜ້າທີ່ບາງຄົນກ່າວວ່າອາດເປັນໄມ້ມືຂອງພວກກໍ່ການຮ້າຍມຸດສະລິມທາງພາກໃຕ້ ຂອງໄທກໍ່ຂຶ້ນ ແຕ່ກໍບໍ່ໄດ້ເຫັນວ່າມີຜູ້ໃດອ້າງເອົາຄວາມຮັບຜິດຊອບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ