ຜູ້ຕ້ອງສົງໄສໃໝ່ ອີກສອງຄົນ ຈາກເຫດ ລະເບີດແຕກໃນ ບາງກອກ ຖືກຕາມລ່າ

ຮູບພາບໄດ້ຖືກເປີດເຜີຍອອກໃນວັນທີ 31 ສິງຫາ, 2015, ໂດຍສະພາແຫ່ງຊາດເພື່ອສັນຕິພາບ ແລະ ຄະນະຮັກສາຄວາມສະຫງົບແຫ່ງຊາດ (NCPO) ສະແດງຮູບແຕ້ມຂອງ ຜູ້ຊາຍບໍ່ລະບຸຊື່ ເຊິ່ງຕຳຫຼວດກ່າວວ່າ ອາໄສຢູ່ໃນຫ້ອງພັກທີສອງ ທີ່ໄດ້ຖືກບຸກເຂົ້າໄປໂດຍເຈົ້າໜ້າທີ່ ໃນຄຸ້ມ ມີນບູຣີ ຢູ່ເຂດນອກຂອງ ບາງກອກ.

​ເຈົ້າ​ໜ້າ​ທີ່ ​ໄທ ທີ່ກຳລັງ​ສືບ​ສວນ​ກ່ຽວ​ກັບ​ການ​ໂຈມ​ຕີ​ ບາງກອກ ດ້ວຍ​ລະ​ເບີດ​ໃນຕົ້ນ​ເດືອນ​ນີ້ ​ໄດ້​ປະກາດ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ວັດ​ຖຸຜະລິດ​ລະ​ເບີດ​ອີກ​ໃນ​ການເຂົ້າ​ຄົ້ນ​ຫ້ອງ​ພັກ​ໃນ​ນະຄອນຫຼວງ ​ແລະ ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ສົງ​ໃສ​ອີກ​ສອງ​ຄົນ ​ເຊິ່ງ​ເປັນ​ແມ່​ຍິງ ​ໄທ ອາຍຸ 26 ປີ ​ແລະ ຜູ້​ຊາຍ​ຕ່າງ​ຊາດຄົນ​ນຶ່ງ. ຮູບ​ພາບ​ຂອງ​ແມ່ຍິງ, ບອກ​ວ່າ​ລາວ​ແມ່ນ​ນາງ ວັນນະ ສວນສານ, ໃສ່ຜ້າຄຸມຫົວ ແລະ ພາບແຕ້ມຂອງ ຜູ້ຕ້ອງສົງໄສຊາຍບໍ່ລະບຸຊື່​ ນຳອອກອາກາດ ພາກພິເສດໃນທຸກໆຊ່ອງໂທລະພາບຂອງ ໄທ ໃນຕອນສວຍມື້​ນີ້.

ການເປີດເຜີຍໄດ້ມີຂຶ້ນຫຼັງຈາກຕຳຫຼວດໄດ້ບຸກເຂົ້າໃນຕຶກຫ້ອງພັກ ໃນວັນອາທິດວານນີ້, ແລະ ທຳອິດພວກເຂົາ​ເຈົ້າໄດ້ບອກນັກຂ່າວວ່າ ບໍ່​ໄດ້ພົບ​ເຫັນຫຍັງທີ່​ໜ້າສົງໄສ.

ແຕ່ວ່າໃນການອອກອາກາດຂອງວັນຈັນມື້ນີ້ ພົນໂທ ປຣາວຸດ ຖາວອນສິຣິ ໄດ້ກ່າວວ່າ ປຸຍ ແລະ ເຄື່ອງປົດຂະ​ນວນລະເບີດ ແລະ ໂມງດິຈິຕອລ ແມ່ນໄດ້ຖືກຍຶດໃນລະຫວ່າງ ການຄົ້ນ ຫຼາຍຫ້ອງທີ່ອາຄານຫ້ອງພັກໃນວັນອາທິດວານນີ້ ທີ່ຄຸ້ມ ມີນ ບູຣິີ ​ໃນບາງກອກ.

ໃນວັນເສົາທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ຄວບຄຸມໂຕຊາຍຕ່າງຊາດ ອາຍຸ 28 ປີ ແລະ ໄດ້ກ່າວວ່າ ພວກເຂົາ​ເຈົ້າໄດ້ພົບ​ເຫັນລະເບີດ, ສານເຄມີ, ລູກປືນ ແລະ ສ່ວນປະກອບອື່ນໆເພື່ອຜະລິດ ລະເບີດແປັບນ້ຳ. ອົງປະກອບດັ່ງກ່າວໄດ້ຖືກກ່າວວ່າ ເປັນປະເພດທີ່ຄ້າຍຄືກັນກັບສິ່ງ ທີ່ໃຊ້ ໃນລະເບີດທີ່ແຕກຢູ່ສານເຈົ້າ ເອລະວັນ ໃນວັນທີ 17 ເດືອນສິງຫານີ້ ແລະ ໃນແມ່ນ້ຳເຈົ້າ ພະຍາ ຕິດກັບຂົວທ່າເຮືອ ສາທອນ ໃນມື້ຕໍ່ມາ.

ການລະເບີດທີ່ສານເຈົ້າ ຮິນດູ, ອັນ​ເປັນທີ່ນິຍົມຊົມຊອບຂອງນັກທ່ອງທ່ຽວ ຈີນ ແລະ ຄົນ ເອເຊຍອື່ນໆ, ໄດ້ເຮັດໃຫ້ 20 ຄົນເສຍຊີວິດ ແລະ ຫຼາຍກວ່າ 100 ຄົນບາດເຈັບ, ມັນເປັນ ການໂຈມຕີທີ່ເຮັດໃຫ້ມີຄວາມເສຍຫາຍ ເປັນວົງກວ້າງໃນຄັ້ງດຽວທີ່ຮ້າຍແຮງທີ່ສຸດ ໃນ ໄທ

ເຊິ່ງຕໍ່ມາລະເບີດແຕກທີ່ຂົວທ່າເຮືອ ບໍ່ໄດ້ເຮັດໃຫ້ມີການບາດເຈັບ ແຕ່ຢ່າງໃດ.

ຜູ້ບັນຊາການທະຫານສູງສຸດ ພົນເອກ ອຸດົມເດດ ສີທະບຸດ ໄດ້ກ່າວ ໃນວັນຈັນມື້ນີ້ວ່າຍັງບໍ່ ທັນກະຈ່າງແຈ້ງເທື່ອວ່າ ເຫດລະເບີດທີ່ສານ ເຈົ້າ ຈະກ່ຽວຂ້ອງກັບການ​ເນລະ​ເທດຊົນເຜົ່າ ວີເກີ ຫຼາຍກວ່າ 100 ຄົນໄປຍັງ ຈີນ ຫຼືບໍ່.