ຕຳຫຼວດໄທ ປະທະກັບພວກປະທ້ວງ ຢູ່ໃກ້ກັບທໍານຽບລັດຖະບານ ບ່ອນທີ່ ນາຍົກເຮັດວຽກຢູ່ນັ້ນ

ພວກເດີນຂະບວນຈູດຖົງສົບທຽມທີ່ສະແດງໃຫ້ເຫັນເຖິງການຕາຍ ແລະລົ້ມປ່ວຍຂອງປະຊາຊົນ ແລະຫຸ່ນຂອງທ່ານປຣະຢຸດ ຈັນໂອຊາ ນາຍົກຂອງໄທຢູ່ໃນການປະທ້ວງຕໍ່ຕ້ານລັດຖະບານທີ່ບາງກອກ ໃນວັນ 18 ກໍລະກົດ 2021

ຕຳຫຼວດໄທໄດ້ໃຊ້ແກັສນໍ້າຕາ, ທໍ່ສີດນ້ຳ ແລະລູກປືນຢາງ ໃນຂະນະທີ່ພວກເຂົາເຈົ້າພະຍາຍາມທີ່ຈະຍຸຕິບໍ່ໃຫ້ພວກປະທ້ວງເດີນຂະບວນໄປຍັງສຳນັກງານຂອງນາຍົກລັດຖະມົນຕີປຣະຢຸດ ຈັນໂອຊາ ເພື່ອຮຽກຮ້ອງໃຫ້ທ່ານລາອອກ, ໃນວັນອາທິດວານນີ້, ອີງຕາມລາຍງານອົງການຂ່າວຣອຍເຕີສ໌ (Reuters).

ພວກປະທ້ວງຫຼາຍກວ່າ 1,000 ຄົນ ໄດ້ເຂົ້າຮ່ວມໃນການເດີນຂະບວນ, ເຊິ່ງມາຮອດຕອນນີ້ ຕຳຫຼວດຍັງບໍ່ສາມາດເຮັດໃຫ້ເຂົາເຈົ້າສະຫລາຍອອກໄປໄດ້ເທື່ອ.

ພວກປະທ້ວງຫຼາຍຄົນຖືຖົງໃສ່ສົບທຽມເພື່ອສະແດງເຖິງຈໍານວນຄົນເສຍຊີວິດຍ້ອນໄວຣັສໂຄໂຣນາ ຂະນະທີ່ພວກເຂົາເຈົ້າຖິ້ມໂທດໃສ່ນາຍົກລັດຖະມົນຕີ ແລະ ລັດຖະບານຂອງທ່ານໃນການຄຸ້ມຄອງການແຜ່ລະບາດຂອງ COVID-19 ຢ່າງບໍ່ຖືກຕ້ອງ.

ຜູ້ປະທ້ວງຄົນນຶ່ງ, ຊື່ກັນຍາພອນ ວີຣະທັດ (Kanyaporn Veeratat), ອາຍຸ 34 ປີ ກ່າວວ່າ "ລັດຖະບານເຮັດວຽກບໍ່ໄດ້ດີໃນການຄວບຄຸມສະພາບການ ແລະຖ້າພວກເຮົາບໍ່ເຮັດຫຍັງ ກໍ່ຈະບໍ່ມີການປ່ຽນແປງຫຍັງເກີດຂຶ້ນເລີຍ".

ການໃຊ້ກຳລັງໂດຍຕຳຫຼວດໄດ້ມີຂຶ້ນຫລັງຈາກຜູ້ປະທ້ວງບາງຄົນພະຍາຍາມທີ່ຈະທຳລາຍໜາມໝາກຈັບ ແລະສິ່ງກີດຂວາງທີ່ເປັນເຫລັກຕັ້ງໄວ້ໂດຍເຈົ້າໜ້າທີ່ເພື່ອປິດຖະໜົນ ນັບແຕ່ອະນຸສາວະລີປະຊາທິປະໄຕໄປຫາທໍານຽບລັດຖະບານບ່ອນທີ່ນາຍົກລັດຖະມົນຕີເຮັດວຽກຢູ່ນັ້ນ.

"ລັດຖະບານ ທີ່ທໍາການຄາດຕະກຳ!," ນັ້ນຄືຄໍາເວົ້າ ຂອງທ້າວພານຸໄຊ “ຣຸ້ງ” ສິດທິຈີຣະວັດທະນະກູລ (Panusaya "Rung" Sithijirawattanakul), ຜູ້ນຳການປະທ້ວງ ໄດ້ຂຽນລົງໃນທວີດເຕີ ຫຼັງຈາກໄດ້ມີການໃຊ້ກຳລັງ.

ການປະທ້ວງດັ່ງກ່າວແມ່ນເປັນຂີດໝາຍວັນຄົບຮອບນຶ່ງປີນັບຕັ້ງແຕ່ໄດ້ເກີດຄື້ນກະແສການປະທ້ວງຂະໜາດໃຫຍ່ຕາມຖະໜົນຫົນທາງຄັ້ງທຳອິດທີ່ນຳພາໂດຍບັນດາກຸ່ມຊາວໜຸ່ມທີ່ດຶງດູດເອົາປະຊາຊົນຫຼາຍພັນຄົນໃນທົ່ວປະເທດເຂົ້າຮ່ວມ.

ພະລັງຂອງການປະທ້ວງເຫລົ່ານັ້ນໄດ້ຢຸດສະງັກລົງຫລັງຈາກເຈົ້າໜ້າທີ່ໄດ້ເລີ້ມປາບປາມການໂຮມຊຸມນຸມ ແລະກັກຂັງພວກຜູ້ນຳການປະທ້ວງ, ແລະຫລັງຈາກຄື້ນຟອງໃໝ່ ຂອງການຕິດເຊື້ອ COVID-19 ໄດ້ເລີ້ມຂຶ້ນ.

ຜູ້ນຳການປະທ້ວງສ່ວນໃຫຍ່ ທີ່ຖືກກັກຂັງໄດ້ຖືກປ່ອຍຕົວດ້ວຍການວາງເງິນປະກັນຕົວ ແລະບາງຄົນກໍ່ໄດ້ເຂົ້າຮ່ວມໃນການປະທ້ວງຕໍ່ຕ້ານລັດຖະບານໃນເດືອນແລ້ວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ