ນາຍົກໄທ ປະກາດ ຍຸບສະພາ ແລະຈະຈັດ ການເລືອກຕັ້ງໃໝ່ຂຶ້ນ (ວີດີໂອ/ສະໄລດ໌)

Your browser doesn’t support HTML5

ວີດີໂອ: ຊາວໄທຍັງສືບຕໍ່ປະທ້ວງ ເຖິງແມ່ນນາຍົກລັດຖະມົນຕີ ໄດ້ປະກາດຍຸບສະພາ ແລະຈັດການເລືອກຕັ້ງໃໝ່ ແລ້ວກໍຕາມ.

ລັດຖະບານ​ໄທ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ໃໝ່​ ​ເບິ່ງ​ຄື​ວ່າ ຈະ​ມີ​ຂຶ້ນ​
ໃນ​ວັນ​ທີ 2 ກຸມພາ ຫຼັງຈາກ​ທ່ານ​ນາງຢິ່ງ​ລັກ ຊິນນະ​ວັດ ນາ
ຍົກລັດຖະມຸນຕີ​ໄທໄດ້​ອອກ​ມາປະກາດທາງ​ໂທລະພາບ​ ​ໃນ
​ວັນ​ຈັນ​ມື້​ນີ້ ວ່າ​ທ່ານ​ນາງ​ຈະ​ຍຸບ​ສະພາ​ແຫ່ງ​ຊາດ ພາຍຫຼັງ​ການ
​ປະ​ທ້ວງ​ຄັດຄ້ານ​ລັດຖະບາ​ນມາ​ເປັນ​ເວລາ​ເດືອນ​ປາຍໃນ​ນະ
ຄອນຫຼວງ​ບາງກອກ​ນັ້ນ.

ທ່ານ​ນາງ​ຍິງ​ລັກ​ກ່າວ​ວ່າ “ພີ່ນ້ອງ​ປະຊາຊົນຊາວ​ໄທທີ່​ເຄົາ
ລົບ​ຮັກ​ທຸກ​ທ່ານ ຂ້າພະ​ເຈົ້ານາງ​ສາວ​ຢິ່ງ​ລັກ ຊິນນະ​ວັດ
ນາຍົກລັດຖະມຸນຕີ​ ຂໍຮຽນ​ແຈ້ງ​ໃຫ້​ພີ່ນ້ອງປະຊາຊົນ​ຊາບ​
ວ່າ ຫຼັງຈາກທີ່​ຂ້າພະ​ເຈົ້າ​ຮັບ​ຟັງ​ຄວາມ​ຄິດຄວາມ​ເຫັນ​
ຈາກ​ທຸກໆ​ຝ່າຍແລ້ວ ຂ້າພະ​ເຈົ້າ​ຈຶ່ງໄດ້​ຕັດສິນໃຈຮ້ອງ​ຂໍ​ພະລາດ​ຊະ​ດີກາເພື່ອ​
ຍຸບສະພາຜູ້​ແທນ​ລັດຖະດອນ ​ປີ2013 ນີ້.”


ຜູ້ນຳ​ໄທ ກ່າວ​ວ່າ ທ່ານ​ນາງ​ຈະປ່ອຍ​ໃຫ້​ປະຊາຊົນ​ເອງ​ເປັນ​ຜູ້​ຕັດສິນ​ໃຈ​ກ່ຽວ​ກັບ​ອະນາ​ຄົດ
ຂອງຊາດ.

Your browser doesn’t support HTML5

Thai Prime Minister Calls New Elections, Protesters not Satisfied



​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ສຸ​ເທບ ​ເທືອ​ກສຸບັນ ຜູ້ນຳ​ພັກ​ປະຊາທິປັດ​ຝ່າຍ​ຄ້ານ ກ່າວ​ວ່າ ທ່ານ​ຈະ
ບໍ່​ເຊົາ​ທຳ​ການ​ປະ​ທ້ວງຈົນ​ກວ່າ​ທ່ານ​ນາງຢິ່ງ​ລັກ​ຈະລາ​ອອກ ​ແລະ​ມອບຕຶກ​ທໍານຽບລັດຖະ
ບານ​ໃຫ້​ສະພາ​ປະຊາຊົນ ​ທີ່​ບໍ່​ໄດ້​ຖືກ​ເລືອກ​ຕັ້ງເອົາ​ນັ້ນ.

ຕຳຫຼວດ​ກ່າວວ່າ ພວກ​ຊຸມນຸມ​ປະ​ທ້ວງ​ຈຳນວນ​ຫຼາຍ​ກວ່າ 1 ​ແສນ 4 ໝື່ນ​ຄົນ​ ໄດ້​ພາກັນ​
ປິດ​ລ້ອມ​ຕຶກທໍານຽບລັດຖະບານ​ໃນ​ວັນ​ຈັນ​ມື້​ນີ້.

ທ່ານ​ນາງຢິ່ງ​ລັກ ກ່າວ​ວ່າ ຄະນະ​ລັດຖະບານ​ຂອງ​ທ່ານ​ນາງ​ຍັງ​ຈະ​ດຳ​ລົງ​ຕຳ​ແໜ່​ງຢູ່​ຕໍ່​ໄປ ​
ແຕ່​ຈະ​ມີ​ອຳນາດ​ທີ່​ຈຳກັດ ​ແລະ​ທ່ານ​ນາງ​ເອງ​ຈະ​ດຳ​ລົງ​ຕຳ​ແໜ່​ງນາຍົກລັດຖະມຸນຕີຮັກສາ
ການ​ຊົ່ວຄາວ. ​ພັກ​ຂອງ​ທ່ານ​ນາງ​ກ່າວ​ວ່າ ທ່ານ​ນາງ​ຈະເຂົ້າ​ຮ່ວມ​ໃນ​ເລືອກ​ຕັ້ງ​ໃໝ່.

ພວກ​ຜູ້​ແທນ​ຝ່າຍ​ຄ້ານ ​ໄດ້​ພາກັນ​ລາ​ອອກ​ຈາກສະພາ ຢ່າງ​ເປັນ​ຂະ​ບວນ​ ໃນ​ວັນ​ອາທິດ​
ວານ​ນີ້.

ການປະທ້ວງຢູ່ບາງກອກ ວັນທີ 9 ທັນວາ 2013


Thailand's government says new elections will likely be held February 2, after Prime Minister Yingluck Shinawatra announced Monday she is dissolving parliament following more than a month of anti-government protests in the capital, Bangkok.

"Brothers and sisters of Thailand, I am Yingluck Shinawatra, the Prime Minister of Thailand. I'd like to notify everyone, after listening to opinions from all sides, that I have decided to request a royal decree to dissolve Parliament, this year 2013."
The Thai leader said in a televised address Monday that she will leave it up to the people to decide the future of the country.

However, opposition Democratic Party leader Suthep Thaungsuban says he will not end the demonstrations until Ms. Yingluck resigns and turns over the seat of government to an unelected "people's council." Police say more than 140,000 protesters surrounded Government House on Monday.

Ms. Yingluck says her Cabinet will remain intact, although with limited powers, and she will stay on as caretaker prime minister. Her party says she will run in the new elections.

Opposition lawmakers resigned from parliament en masse on Sunday.