ທ່ານ​ນາງ​ຍິ່ງ​ລັກ ​ປ້ອງ​ກັນ​ຕົວ​ເອງ ​ຢ່າງ​ແຂງ​ຂັນ ກ່ອນລົງ ຄະແນນສຽງ ​ຟ້ອງ​ຮ້ອງ

Garee Yunaaytid Isteetsi bishaan daakadhan medaaliyaa hunda guurrate

ອະດີດ​ນາຍົກລັດຖະມົນຕີ​ໄທ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ​ໄດ້​
ກ່າວ​ປ້ອງ​ກັນ​ຕົວ​ເອງ​ຢ່າງ​ແຂງ​ຂັນ​ໃນ​ສະພາ ກ່ອນ​ທີ່​ສະມາຊິກ
​ສະພາຈະລົງຄະແນນສຽງ​ວ່າ ຈະ​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ທ່ານ
​ນາງ​ຫຼື​ບໍ່​ໃນ​ຖານະ​ບົດບາດ​ຂອງ​ທ່ານ​ນາງ ກ່ຽວ​ກັບ​ໂຄງການ
​ຈຳນຳເຂົ້າ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ.

ສະມາຊິກ​ສະພານິຕິບັນຍັດ 220 ທ່ານ ​ທີ່​ຖືກແຕ່ງຕັ້ງ​ໂດຍ​ພວກ
ທະຫານ ຫຼັງຈາກ​ໄດ້ມີການ​ກໍ່​ລັດຖະປະຫານ ​ໃນ​ເດືອນພຶດສະພາ
​ປີກາຍ​ນີ້ ຈະ​ທຳ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ສຸກ​ມື້​ອື່ນ. ຖ້າມີ​
ການ​ຟ້ອງ​ຮ້ອງທ່ານ​ນາງ​ຍິ່ງ​ລັກ​ແລ້ວ​ນັ້ນ ທ່ານ​ນາງ​ຈະ​ຖືກ​ຫ້າມ
ບໍ່ໃຫ້ຫລິ້ນການເມືອງ​ເປັນ​ເວລາ 5 ປີ.

ທ່ານ​ນາງ​ ​ໄດ້​ບອກ​ກັບ​ພວກ​ສະມາຊິກ​ສະພາ​ວ່າ ຄະດີ​ທີ່ຟ້ອງຮ້ອງຕໍ່ທ່ານ​ນາງ​ນັ້ນ ​ແມ່ນ​ມີຈຸດ
ປະ ສົງ​ທາງ​ການ​ເມືອງ ​ແລະ​ໂຄງການ​ຈຳນຳເຂົ້າ​ນັ້ນ​ ແມ່ນ​ເປັນ​ຜົນ​ປະ​ໂຫຍ​ດຕໍ່​ຊາວນາ​ໄທ.

ຄະນະ​ກຳມາ​ທິການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ຖືວ່າ​ທ່ານ​ນາງ​ຍິ່ງ​ລັກ ເປັນຜູ້ຮັບຜິດຊອບ​ໃນ​ການ​ທີ່​ບໍ່ໄດ້ຍຸດຕິ​ໂຄງການດັ່ງກ່າວ ທີ່​ພາ​ໃຫ້​ລັດຖະບານ​ເສຍ​ເງິນ​ປະມານ 4 ພັນ​ລ້ານ​ໂດລາ.

ພວກເຈົ້າໜ້າທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ເຕືອນ​ລັດຖະບານ​ແລ້ວ​ວ່າ​ ໂຄງການ​ທີ່​ວ່າ​ນີ້ ​ແມ່ນ​ປະ​ເຊີນ​ກັບ​ບັນຫາຫຍຸ້ງຍາກທາງ​ການ​ເງິນ.

ທ່ານ​ນາງ​ຍິ່ງ​ລັກ ​ແມ່ນ​ນ້ອງ​ສາວ​ຂອງ​ອະດີດ​ຜູ້ນຳຂອງໄທ ທ່ານທັກສິນ ຊິນນະ​ວັດ ຊຶ່ງ​ທາງ
ທະຫານ ກໍ​ໄດ້​ກໍ່​ລັດຖະປະຫານ​ໂຄ່ນ​ລົ້ມທ່ານ​ ໃນ​ປີ 2006 ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ. ທ່ານທັກ
ສິນ ​ໄດ້ໜີ​ອອກ​ຈາກ​ປະ​ເທດ​ໄທ ​ໃນປີ 2008 ເວລາ​ທ່ານ​ໄດ້​ປະ​ເຊີນກັບການຕິດ​ຄຸກ 2 ປີ ​ໃນຖານ​ສໍ້​ລາດ​ບັງ​ຫຼວງ. ​ແຕ່​ວ່າ​ທ່ານ​ທັກສິນ ​ແລະ​ພັກ​ເພື່ອ​ໄທ ຍັງ​ເປັນ​ທີ່​ນິ​ຍົມ​ຢູ່ ​ໂດຍ​ສະ
ເພາະ​ແມ່ນ​ໃນ​ເຂດຊົນນະບົດ.