ຜູ້ນຳພັກການເມືອງໃໝ່ຂອງໄທ ກຳລັງປະເຊີນກັບຂໍ້ກ່າວຫາຕ່າງໆ ໃນການປຸກລະດົມ
ປະຊາຊົນ.
ທ່ານທະນາທອນ ຈິ່ງຣຸ່ງເຣືອງກິດ ໄດ້ຖືກແຈ້ງໃຫ້ຊາບກ່ຽວກັບຂໍ້ກ່າວຫາຕ່າງໆ ໃນວັນ
ເສົາມື້ນີ້ວ່າ ເກີດມາຈາກການປະທ້ວງຂອງພວກນັກສຶກສາ ໃນປີ 2015. ທ່ານອາດຈະ
ປະເຊີນໜ້າ ກັບໂທດຈຳຄຸກເຖິງ 9 ປີ ຖ້າຫາກຖືກພົບເຫັນວ່າ ມີຄວາມຜິດ.
ທ່ານທະນາທອນ ໄດ້ກ່າວວ່າ ຂໍ້ກ່າວຫາຕ່າງໆນັ້ນ ແມ່ນ “ເຮັດໃຫ້ມີຄວາມກັງວົນ
ແທ້ໆເລີຍ” ເຖິງແມ່ນວ່າ “ພົນລະເມືອງຫຼາຍຄົນຢູ່ໃນໄທ ກໍໄດ້ຖືກຂໍ້ກ່າວຫາໃນ
ການປຸກລະດົມ.”
ທ່ານທະນາທອນ ຈິ່ງຣຸ້ງເຣືອງກິດ, ຜູ້ນຳພັກອະນາຄົດໃໝ່ ຫຼື Future Forward Party, ຢືນໃຫ້ຖ່າຍຮູບ ຂະນະທີ່ປ່ອນບັດເລືອກຕັ້ງ ໃນລະຫວ່າງການເລືອກຕັ້ງໃຫຍ່ ຢູ່ທີ່ໜ່ວຍເລືອກຕັ້ງ ໃນບາງກອກ, ວັນທີ 24 ມີນາ 2019.
“ຂ້າພະເຈົ້າ ເປັນຫ່ວງ ຍ້ອນວ່າ ຄະດີນີ້ ແມ່ນຢູ່ພາຍໃຕ້ສານທະຫານ ແທນທີ່ຈະ
ເປັນສານອາຍາ” ນັ້ນແມ່ນຄຳເວົ້າຂອງທ່ານທະນາທອນ ຜູ້ທີ່ໄດ້ກໍ່ຕັ້ງ ພັກອະນາຄົດ
ໃໝ່ ຊຶ່ງໄດ້ຮັບຄະແນນສຽງຫຼາຍຢ່າງບໍ່ໜ້າເຊື່ອ ໃນການເລືອກຕັ້ງ ເມື່ອ ວັນທີ 24
ມີນາຜ່ານມານີ້.
ພວກສະໜັບສະໜຸນ ໃສ່ເສື້ອຢືດ ໂດຍມີຮູບໜ້າຂອງຜູ້ນຳພັກອະນາຄົດໃໝ່ ທ່ານທະນາທອນ ຈິ່ງຣຸ້ງເຣືອງກິດ ພາກັນໄປຢືນຢູ່ຕໍ່ໜ້າກຸ່ມຝ່າຍກົງກັນຂ້າມ ທີ່ປ້ອມຕຳຫຼວດ ໃນນະຄອນຫຼວງບາງກອກ ຂອງໄທ, ວັນທີ 6 ເມສາ 2019.
ພວກສະໜັບສະໜຸນຫຼາຍຮ້ອຍຄົນໄດ້ໄປໂຮມກັນຢູ່ດ້ານນອກຂອງປ້ອມຕຳຫຼວດ
ໃນຂະນະທີ່ ທ່ານທະນາທອນ ເດີນທາງໄປຮອດ ເພື່ອຟັງຂໍ້ກ່າວຫາຕໍ່ທ່ານ.
ຜູ້ກ່ຽວເຊື່ອວ່າ ຂໍ້ກ່າວຫານັ້ນແມ່ນມີຈຸດປະສົງທາງການເມືອງ ຊຶ່ງມີຂຶ້ນ “ບໍ່ເທົ່າໃດ
ອາທິດ ຫຼັງຈາກການເລືອກຕັ້ງ.”
ປະເທດໄທ ໄດ້ປະສົບກັບການກໍ່ລັດຖະປະຫານ ໃນປີ 2014.
ແລ້ວທ່ານປຣະຢຸດ ຈັນໂອຊາ ກໍເປັນຜູ້ນຳ ແລະນາຍົກລັດຖະມົນຕີ ຂອງລັດຖະບານ
ທະຫານ.