ສະ​ພາ​ຂອງ​ໄທ ຈະ​ປະ​ຊຸມ​ກັນ​ອີກ ໃນ​ເດືອນ​ສິງ​ຫາ ເພື່ອ​ເລືອກ​ເອົານາ​ຍົກລັດ​ຖະມົນ​ຕີ

(ພາບ​ໃນ​ແຟ​ມ) ສະ​ມາ​ຊິກ​ສະ​ພາ​ປະ​ຊຸມ​ກັນ ໃນ​ຫ້ອງ​ປະ​ຊຸມ​ຂອງ​ສະ​ພາ​ຂອງ​ໄທ ໃນ​ບາງກອກ, ວັນ​ທີ 19 ກໍ​ລະ​ກົດ, 2023.

ສະພາ​ຂອງ​ໄທ​ ກ່າວ​ໃນ​ວັນ​ພະຫັດ​ວານ​ວ່າ ຕົນ​ມີ​ກຳນົດ​ຈະ​ປະ​ຊຸມ​ກັນ​ອີກ​ໃນ​ວັນ​ທີ 4 ສິງຫາ​ນີ້ ​ເພື່ອ​ພະຍາຍາມ​ເລືອກ​ເອົາ ​ນາຍົກລັດຖະມົນຕີ​ ​ໃນ​ຂະ​ນະ​ທີ່​ສະ​ພາບ​ດ້ານ​ການ​ເມືອງທີ່ບໍ່​ໄປ​ບໍ່​ມາແກ່​ຍາວອອກ ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ໃນ​ເດືອນ​ພຶດສະພາຜ່ານ​ມາ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕ​ສ໌ (Reuters).

ຄວາມພະຍາຍາມສອງຄັ້ງທີ່ຜ່ານມາ ໂດຍພັກກ້າວ​ໄກທີ່ຊະນະການເລືອກຕັ້ງ ເພື່ອໃຫ້ ຜູ້ນໍາຂອງຕົນ, ທ່ານ​ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ໄດ້ຮັບການຮັບຮອງໃຫ້ເປັນນາຍົກລັດຖະມົນຕີໄດ້ຖືກສະກັດກັ້ນ ໂດຍສະມາຊິກສະພາອະນຸລັກນິຍົມ ແລະຖືກແຕ່ງຕັ້ງໂດຍ​ທະ​ຫານ.

ພັກ​ເພື່ອໄທ ຊຶ່ງ​ໄດ້​ຢູ່​ອັນ​ດັບ​ທີ 2 ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ ແລະ​ເປັນ​ສ່ວນ​ນຶ່ງ​ຂອງ 8 ພັກປະ​ສົມ ພ້ອມກັບ​ພັກ​ກ້າວ​ໄກຄາດ​ວ່າ​ ຈະ​ເປັນ​ພັກ​ຕໍ່​ໄປ​ທີ່ຈະ​ຫາ​ທາງ​ເຂົ້າ​ກຳ​ຕຳ​ແໜ່ງ.

ຜູ້ລົງຄະແນນສຽງໃນໄທ ​ທີ່​ມີເສດຖະກິດໃຫຍ່ອັນດັບສອງຂອງຂົງ​ເຂດ​ເອ​ເຊຍຕາເວັນ ອອກສຽງໃຕ້ ໄດ້ຊຸກຍູ້ໃຫ້ພັກ​ກ້າວ​ໄກທີ່ໄດ້ຮັບໄຊຊະນະແບບບໍ່​ຄາດ​ຝັນໃນການເລືອກຕັ້ງທີ່ແຂ່ງກັບ​ພັກທີ່ສະໜັບສະໜູນໂດຍທະຫານ ທີ່ໄດ້ຄອບງຳການເມືອງຂອງໄທໃນເກືອບ 1 ທົດສະວັດທີ່ຜ່ານມາ.

​ແຕ່​ສະພາ​ສູງ​ທີ່​ຖືກ​ແຕ່ງຕັ້ງ​ໂດຍ​ທະຫານ ​ແລະ​ພວກຝ່າຍ​ຄ້ານ​ຈາກ​ພັກ​ອະນຸລັກ​ນິຍົມ ​ແລະ ການ​ຈັດ​ຕັ້ງພວກ​ສະ​ໜັບ​ສະ​ໜຸນລາດ​ຊະ​ວົງ​ ໄດ້​ຄັດຄ້ານ​ທ່ານພິ​ທາ ຊຶ່ງ​ເຮັດ​ໃຫ້ຄວາມ​ພະຍາຍາມຂອງ​ທ່ານ ທີ່​ຈະ​ເປັນ​ນາຍົກລັດຖະມົນຕີນັ້ນ ຢຸດ​ສະ​ງັກ​ລົງ.
​ໝາຍ​ກຳ​ນົດ​ຂອງສະ​ພາ​ທີ່ວາງວາ​ລະຂອງ​ຕົນອອກ​ມາ ​ສໍາ​ລັບ​ວັນ​ທີ 4 ເດືອນ​ສິງ​ຫານີ້ ​ກ່າວ​ວ່າ ສະ​ພາ​ຕ່ຳຈະ "ພິ​ຈາ​ລະ​ນາ ​ແລະຮັບ​ຮອງ​ເອົາ​ບຸກ​ຄົນ​ທີ່ມີ​ຄວາມ​ເຫມາະ​ສົມ​ໃຫ້ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​"​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ