ຜູ້ບັນຊາການກອງທັບບົກໄທ ກ່າວວ່າ ທະຫານໄດ້ເຂົ້າຄວບ
ຄຸມທົ່ວທັງປະເທດ ເພື່ອຊ່ວຍຟື້ນຟູ ຄວາມເປັນລະບຽບຮຽບ
ຮ້ອຍ ແລະທຳການປະຕິຮູບທາງດ້ານການເມືອງ.
ພົນເອກປຣະຍຸດ ຈັນໂອຊາ ໄດ້ທຳການປະກາດດັ່ງກ່າວ ໃນ
ຖະແຫຼງ ການທາງໂທລະພາບ ໃນຕອນແລງຂອງວັນພະຫັດ
ມື້ນີ້ ສອງມື້ຫຼັງຈາກ ໄດ້ປະກາດໃຊ້ກົດໄອຍະການເສິກ.
ຖະແຫຼງການດັ່ງກ່າວ ໄດ້ມີຂຶ້ນລຸນຫລັງການເຈລະຈາຫາລື
ກ່ຽວກັບວິ ກິດການເປັນມື້ທີສອງກັບບັນດາພັກການເມືອງທີ່
ເປັນຄູ່ປໍລະປັກ. ພວກທີ່ເຫັນເຫດການເວົ້າວ່າບັນດາຜູ້ເຂົ້າ
ຮ່ວມໃນການເຈລະຈາດັ່ງກ່າວໄດ້ ຖືກນຳໂຕໄປໂດຍພວກທະຫານ ເຖິງແມ່ນຍັງ ບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ພວກເຂົາເຈົ້າໄດ້ຖືກຄຸມຂັງຫລືບໍ່.
ເປັນທີ່ປາກົດວ່າ ການເຈລາຈາຫາລືດັ່ງກ່າວ ບໍ່ໄດ້ບັນລຸການປະນີປະນອມກັນ ລະຫວ່າງ ພວກຝ່າຍຄ້ານ ແລະພວກສະໜັບສະໜຸນອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດນັ້ນ.
ກ່ອນໜ້ານີ້ ທາງກອງທັບໄດ້ປະຕິເສດກ່ຽວກັບການປະກາດໃຊ້ກົດໄອຍະການເສິກ ເທົ່າກັນກັບເປັນການກໍ່ລັດຖະປະຫານແຕ່ການປະກາດຂອງນາຍພົນປຣະຍຸດໃນ
ວັນພະຫັດມື້ນີ້ ປາກົດວ່າ ໄດ້ຂະຈັດປັດເປົ່າຄວາມສົງໄສກ່ຽວກັບການກໍ່ລັດຖະປະ
ຫານໄດ້ມີຂຶ້ນ.
ວິກິດການໄດ້ກ້າວເຂົ້າສູ່ຈຸດແຕກຫັກໃນຕົ້ນເດືອນນີ້ ເວລານ້ອງສາວ ຂອງທ່ານ
ທັກສິນ ນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດ ແລະສະມາຊິກຄະນະລັດຖະບານ
ຂອງທ່ານນາງຫລາຍໆຄົນ ໄດ້ຖືກປົດອອກຈາກ ຕຳແໜ່ງໂດຍສານລັດຖະທຳມະ
ນູນ ຍ້ອນໃຊ້ອຳນາດໄປໃນທາງທີ່ບໍ່ຖືກຕ້ອງ.
ນາຍົກລັດຖະມົນຕີຮັກສາການຊົ່ວຄາວ ທີ່ຈົງຮັກພັກດີຕໍ່ທ່ານທັກສິນ ໄດ້ຖືກແຕ່ງ
ຕັ້ງໄປແລ້ວ ແຕ່ພວກປະທ້ວງຝ່າຍຄ້ານຮຽກຮ້ອງໃຫ້ຄະນະລັດຖະບານທັງໝົດ
ລາອອກຈາກຕຳແໜ່ງ.
ປະຊາຊົນຈຳນວນເກືອບ 30 ຄົນໄດ້ເສຍຊີວິດ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານມາເປັນເວລາ 6 ເດືອນ.

ກອງທັບໄທ ຍຶດອຳນາດ ການປົກຄອງ

Your browser doesn’t support HTML5
Thailand Politics VO

THAILAND POLITICS SOTVO_9242336