ຜູ້ນໍາໄທ ແລະມາເລເຊຍ ປະຊຸມລົງເລິກ ກວດລ້າງ ພວກກະບົດມຸສລິມ

ທ່ານນາງ ຍິ່ງລັກ ນາຍົກລັດຖະມົນຕິໄທ ຖືກຕ້ອນຮັບຈາກ ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ທີ່ Putrajaya ໃກ້ກັບກຸງ Kuala Lumpur, ເດືອນກຸມພາ ທີ່ 20, 2012.

ນາຍົກ​ລັດຖະມົນຕີ ​ໄທ ​ແລະ ມາ​ເລ​ເຊຍ ພາກັນໃຫ້​ຄໍາ​ໝັ້ນ​ສັນຍາ​ຕໍ່​ກັນວ່າ​ ຈະ​ລົງ​ເລິກ
ດໍາ​ເນີນ​ການຮ່ວມ​ມື​ເພື່ອກວດ​ລ້າງການ​ກໍ່​ກະບົດ​ໃນລະດັບທີ່​ບໍ່​ຮຸນ​ແຮງ​ ໃນ​ບໍລິ​ເວນ​ຊາຍ
ແດນຊຶ່ງປະຊາຊົນ​ສ່ວນ​ໃຫຍ່ເປັນ​ຊາວ​ມຸສລິ​ມນັ້ນ ​ທີ່​ແບ່ງປະ​ເທດ​ທັງ​ສອງອອກ​ຈາກ​ກັນ.

ການ​ປະກາດ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນກອງ​ປະຊຸມ​ໃນ​ວັນ​ຈັນວານນີ້ ຢູ່​ນອກ​ນະຄອນ​ຫລວງ
ກົວ​ລາ​ລໍາ​ເປີຣ ລະ​ຫວ່າງ​ນາ​ຍົກ​ລັດຖະມົນຕີໄທ ທ່ານນາງ​ຍິ່ງລັກ ຊິ​ນນະ​ວັດ ​ແລະ​ ນາຍົກ
ລັດຖະມົນຕີມາ​ເລ​ເຊ​ຍ ທ່ານ ​Najib Razak. ປະ​ເທດທັງ​ສອງ​ຕ່າງ​ກໍ​ເປັນ​ພາຄີ​ຂອງ​ປະຊຸມ
ວ່າ​ດ້ວຍຄວາ​ມໝັ້ນຄົງ​ພູມີພາກອາ​ຊ່ຽນຊຶ່ງ​ເປັນ​ສະມາຄົມ​ຂອງ​ບັນດາ​ປະຊາ​ຊາດ ​ໃນ​ເຂດ​
ເອ​ເຊຍ​ຕາ​ເວັນ​ອອສຽງໃຕ້ ຊຶ່ງ​ໄດ້​ຮຽກຮ້ອງ​ໃຫ້​ກຸ່ມ​ແບ່ງ​ແຍກດິນ​ແດນ​ມຸສລິ​ມ ​ປະຕິ​ເສດ​ຕໍ່​
ການ​ໃຊ້​ຄວາ​ມຮຸນ​ແຮງ​ແລະ​ການ​ເມືອງຫົວຮຸນ ​ແຮງ​ຈັດ ໃນ​ເຂດ​ພາກໃຕ້​ຂອງ​ປະ​ເທດ​ໄທ.

ທ່ານ​ນາງຍິ່ງລັກ ​ໃນການ​ເດີນທາງ​ໄປ​ຢ້ຽມຢາມ ​ປະ​ເທດ​ມາ​ເລ​ເຊຍ​ທີ່​ປະຊາຊົນ​ສ່ວນ​ໃຫຍ່​
ນັບຖື​ສາສະໜາ​ອິສລາມ​ເປັນຄັ້ງທຳ​ອິດ ​ໃນ​ຖານະນາ​ຍົກ​ລັດຖະມົນ​ຕີນັ້ນໄດ້​ຍ້ອງຍໍ​ສັນລະ
ເສີນ​ການຊ່ອຍ​ເຫຼືອຊຶ່ງ​ກັນແລະ ກັນ​ວ່າເປັນ​ສິ່ງ​ທີ່​ຈຳ​ເປັນ​ຕໍ່​ຄວາມ​ສະຫງົບ​ຢູ່ໃນ​ຂົງ​ເຂດ.

ການ​ຢ້ຽມຢາ​ມ​ເປັນ​ເວລາມື້​ນຶ່ງຂອງທ່ານນາງ​ຍິ່ງລັກ ໃນ​ຂະນະ​ດຽວ​ກັນ​ກັບ​ເຈົາໜ້າ​ທີ່​ໄທ​
ກໍາລັງ​ສືບສວນ​ການວາງ​ລະ​ເບີດ​ໃນ​ບາງກອກ​ ທີ່​ບໍ່​ເປັນ​ຜົນ​ສໍາ​ເລັດ ຊຶ່ງ​ພົວພັນ​ກັບຜູ້​ຕ້ອງ​
ສົງ​ໄສຄົນ​ອີຣ່ານ ​ແລະນັກ​ການ​ທູດ​ອິສຣາ​ແອນ ຊຶ່ງ​ເປັນເປົ້າ​ໝາຍ​ຂອງການ​ໂຈມ​ຕີນັ້ນ

ອາທິດແລ້ວ​ນີ້ ຜູ້​ຕ້ອງ​ສົງໄສ​ຄົນນຶ່ງໃນ​ຈໍານວນ​ສອງ​ຄົນ​ທີ່​ວາງ​ລະ​ເບີດໄດ້ເອົາ​ຕົວຫລົບ
ໜີ​ຈາກ​ບາງກອກ ໄປຍັງມາ​ເລ​ເຊຍ ​ແລະ​ໄດ້​ຖືກ​ຈັບ. ​ເຈົ້າ​ໜ້າທີ່​ມາ​ເລ​ເຊຍ​ໄດ້​ໃຫ້​ຄຳໝັ້ນ
ສັນຍາ​ວ່າຈະ​ໃຫ້ການ​ຮ່ວ​ມມື​ຢ່າງ​ສຸດ​ຂີດກັບ​ບາ​ງກອກ​ໃນ​ການ​ພິສູດ​ຫາຫລັກ​ຖານ
ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ຍັງ​ສືບ​ຕໍ່ກັກ​ຂັງ​ຜູ້​ຕ້ອງ​ຫາ​ໃນ​ຂະນະ​ທີ່ສອບ​ສວບ​ຄະ​ດີ​ດັ່ງກ່າວ
ຜູ້​ຕ້ອງ​ຫາ​ຄົນ​ທີ່​ສອງໄດ້​ຖືກ​ກັກ​ຂັງ​ໄວ້​ຢູ່​ທີ່​ໄທ.