ລັດຖະບານທະຫານ ຂອງໄທ ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ການຍົກລະດັບໃນ ດັດຊະນີການຄ້າມະນຸດທີ່ໄດ້ມີການຈັບຕາເບິ່ງຢ່າງໃກ້ຊິດນັ້ນ. ຂະນະດຽວກັນ ເຈົ້າໜ້າທີ່ໃນມຽນມາໄດ້ສະແດງຄວາມເສຍໃຈຕໍ່ການທີ່ປະເທດຂອງພວກທ່ານ ໄດ້ຖືກຈັດເຂົ້າໄວ້ໃນບັນຊີດຳຂອງລາຍງານປະຈຳປີວ່າດ້ວຍການຄ້າມະນຸດກະ ຊວງການຕ່າງປະເທດສະຫະລັດ.
ປະເທດໄທໄດ້ຖືກເລື່ອນຊື່ ຈາກກຸ່ມທີ 3 ຂຶ້ນມາຢູ່ໃນກຸ່ມທີ 2 ຊຶ່ງໝາຍຄວາມວ່າ ໄທຍັງບໍ່ໄດ້ປະຕິບັດຕາມຢ່າງຄົບຖ້ວນມາດຕະຖານຂັ້ນຕ່ຳສຸດເພື່ອລຶບລ້າງການ ຄ້າມະນຸດແຕ່ກໍໄດ້ພະຍາຍາມປັບປຸງໃຫ້ດີຂຶ້ນຢ່າງຫຼວງຫຼາຍຈາກປີກາຍ ອີງຕາມ ລາຍຂອງກະຊວງຕ່າງປະເທດ.
ປະເທດໄທ ບໍ່ວ່າດ້ວຍວິທີໃດກໍຕາມ ແມ່ນຍັງບໍ່ທັນເປັນທີ່ພໍໃຈເທື່ອ ນັ້ນຄືຄຳຖະແຫລງຂອງກະຊວງການຕ່າງປະເທດໄທ. ພວກເຮົາຍັງຈະເພັ່ງເລັງແລະມີຄວາມ ໝາຍໝັ້ນທີ່ຈະທັບມ້າງການຄ້າມະນຸດໃນທຸກຮູບແບບ.
ພວກຄົນງານ ສະແດງທ່າທີ ໃນລະຫວ່າງເຈົ້າໜ້າທີ່ ບຸກເຂົ້າກວດຄົນ ທີ່ໂຮງງານກຸ້ງ ໂດຍເຈົ້າໜ້າທີ່ສືບສວນພິເສດ ທີ່ຈັງຫວັດສະມຸດສາຄອນ
ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ຜູ້ນຳຂອງພວກທະຫານ ທີ່ປົກຄອງປະ ເທດຢູ່ໃນເວລານີ້ ກ່າວຕໍ່ພວກນັກຂ່າວວ່າ ນະໂຍບາຍທີ່ບໍ່ມີການຜ່ອນຜັນເດັດ ຂາດຈະດຳເນີນຕໍ່ໄປແລະຂ້າພະເຈົ້າຈະເຮັດໜ້າທີ່ຂອງຂ້າພະເຈົ້າ.
ປະເທດໄທໄດ້ສ້າງຄວາມກ້າວໜ້າຢ່າງໃຫຍ່ຫລວງ ທີ່ພວກເຮົາທັງໝົດຄວນຈະ ຕົບມືໃຫ້ໃນຮອບປີທີຜ່ານມາ ນັ້ນຄືຄຳເວົ້າຂອງທ່ານ Glyn Davies ເອກອັກຄະລັດຖະທູດສະຫະລັດ ປະຈຳປະເທດໄທ. ແຕ່ແນວໃດກໍຕາມ ບັນດາອົງການຈັດ ຕັ້ງຈຳນວນນຶ່ງ ຕິຕຽນການຕັດສິນໃຈ ຂອງສະຫະລັດ ທີ່ໄດ້ຍ້າຍໄທຂຶ້ນໄປຢູ່ໃນ ກຸ່ມທີສອງ.
ພວກເຮົາຮູ້ສຶກເສຍໃຈເປັນທີ່ສຸດ ຊຶ່ງໃນທັດສະນະຂອງພວກເຮົາແລ້ວ ແມ່ນບໍ່ໄດ້ ມີການຊັ່ງຊາສະຖານະການທາງພາກພື້ນດິນຢ່າງຖືກຕ້ອງ ນັ້ນຄືຄຳເວົ້າຂອງ ນາງ JudyGearhart ຜູ້ອຳນວຍການ ສະພາແຮງງານສາກົນ. ພວກແຮງ ງານຕາມລະ ດູການຍັງສືບຕໍ່ເປັນກຸ່ມທີ່ຫລໍ່ແຫລມທີ່ສຸດຢູ່ໃນປະເທດຕໍ່ການຄ້າມະນຸດແລະໄທກໍ ບໍ່ໄດ້ສະແດງຮ່ອງຮອຍໃດໆ ໃຫ້ເຫັນວ່າ ຕົນຕັ້ງໃຈ ທີ່ຈະອະນຸຍາດໃຫ້ ພວກແຮງ ງານຕາມລະດູການໄດ້ຮັບສິດທິຂັ້ນພື້ນຖານເພີ້ມຂຶ້ນ ທີ່ສາມາດປົກ ປ້ອງພວກເຂົາເຈົ້າຈາກການຄ້າມະນຸດໄດ້.
ປະເທດໄທ ຄວນຈະຢູ່ໃນບັນຊີດຳຕໍ່ໄປ ແລະມາເລເຊຍຊຶ່ງຢູ່ໃນກຸ່ມທີສອງນັ້ນຄວນ ຖືກຫລຸດລະດັບລົງໄປຢູ່ໃນກຸ່ມຕ່ຳສຸດ ອີງຕາມຄຳເວົ້າຂອງກຸ່ມປົກປ້ອງສິດທິມະນຸດ Fortify Rights ຊຶ່ງກ່າວວ່າ ປະເທດທັງສອງພ້ອມດ້ວຍມຽນມາ ບໍ່ໄດ້ດຳເນີນການ ຢ່າງເປັນການພຽງພໍເພື່ອປາບປາມການຄ້າມະນຸດແລະປົກປ້ອງ ພວກທີ່ລອດຊີວິດ ມາໄດ້ໃນປີກາຍນີ້.
Your browser doesn’t support HTML5
US SE Asia Trafficking