ນາຍົກລັດຖະມົນຕີໄທ ຈະຢ້ຽມຢາມ ທຳນຽບຂາວ ໃນເດືອນກໍລະກົດນີ້

ນາຍົກລັດຖະມົນຕີໄທ, ທ່ານປຣະຍຸດ ສັນໂອຊາ ຖະແຫລງ ໃນກອງປະຊຸມນັກຂ່າວ ໃນໂອກາດຄົບຮອບສາມປີ ທີ່ມີການລັດຖະປະຫານຢູ່ນະຄອນບາງກອກຂອງໄທ ໃນໃນທີ 23 ພຶດສະພາ 2017

ໂຄສົກ​ຂອງ​ລັດຖະບານ​ໄທ​ໄດ້​ກ່າວ​ໃນ​ວັນ​ຈັນ​ທີ່ຜ່ານ​ມາວ່າ ຜູ້ນຳ​ທະຫານ​ໄທ ນາຍົກ
ລັດຖະມົນຕີ ປຣະຍຸດ ຈັນ​ໂອຊາ ຈະມາ​ຢ້ຽມຢາມ​ທຳນຽບຂາວ​ໃນ​ເດືອນມິຖຸນາ ພາຍ
ຫລັງໄດ້ຮັບການ​ເຊື້ອ​ເຊີນ​ຈາກປະທານາ ທິບໍດີ​ສະຫະລັດ ທ່ານ​ດໍໂນ​ລ ທຣໍາ.

ສະຫະລັດ​ໄດ້ໂຈະ​ການ​ສົນທະນາທາງ​ຍຸດ​ທະ​ສາດ​ຂັ້ນ​ສູງ ​ແລະ​ຫລຸດ​ລະດັບ​ການ​ຮ່ວມ
ຊ້ອມ​ລົບທາງ​ທະຫານ ທີ່​ໄດ້​ນຳພາ​ໂດຍ ທ່ານ​ປຣະຍຸດ ພາຍຫລັງທີ່ມີ​ການໂຄນ​ລົ້ມ ​
ລັດຖະບານ​ພົນ​ລະ​ເຮືອນ ທີ່ໄດ້ມາຈາກ​ການ​ເລືອກ​ຕັ້ງ​ໃນ​ປີ 2014 ນັ້ນ.

ການ​ເຊື້ອ​ເຊີນ​ອະດີດ​ຫົວໜ້າ​ທະ​ຫານ ອາດ​ເປັນ​ສັນ​ຍານບອກໃຫ້ຮູ້ວ່າ ສະຫະລັດ ໄດ້​
ເອົາບາ​ດກ້າວນຶ່ງ ​ໄປ​ສູ່​ການ​ສ້າງ​ສຳພັນ​ການ​ທູດຢ່າງເປັນ​ປົກກະຕິ​ກັບປະ​ເທດ​ໄທ ທີ່​
ເປັນ​ພັນທະ​ມິດ​ເກົ່າ​ແກ່​ທີ່​ສຸດ​ໃນ​ເອ​ເຊຍຂອງຕົນນັ້ນ.

ວໍ​ຊິງ​ຕັນ​ໄດ້​ຊອກ​ຫາ​ການ​ຮ່​ວມມື​ກັບຄູ່​ຕຳ​ແໜ່​ງ​ໃນ​ເອ​ເຊຍ ​ເພື່ອທໍາການ​ກົດ​ດັນ​ເກົາຫລີ​
ເໜືອ ກ່ຽວ​ກັບ​ນິວ​ເຄລຍ ​ແລະ​ບັນດາໂຄ​ງການ​ລູກ​ສອນ​ໄຟຂີປະນາວຸດ ​ແລະຕ້ານກັບ
​ຄວາມ​ກະຕືລື​ລົ້ນ​ຂອງຈີນ ຢູ່ໃນເຂດ​ນ່ານນໍ້າ​ທີ່ມີການຜິດ​ຖຽງ​ກັນ​ໃນ​ທະ​ເລ​ຈີນ​ໃຕ້ນັ້ນ.

ໂຄສົກ​ລັດຖະບານ​ໄທ ທ່ານ Weerachon Sukondhapatipak ກ່າວ​ຕໍ່​ບັນດາ​ນັກ​ຂ່າວ
ວ່າ ການ​ພົບປະກັນ​ຈະ​ກວາມ​ເອົາ “ການຄ້າຂາຍ, ການ​ລົງທຶນ, ການ​ຄ້າ ​ແລະ​ການປ້ອງ
ກັນຄວາມສະຫງົບ ຮວມທັງ​ບັນຫາ​ຄວາມປອດ​ໄພ​ຕ່າງໆ ​ເຊັ່ນ​ວ່າ ການຄ້າ​ມະນຸດ
ອີກດ້ວຍ.”

ທ່ານ​ກ່າວ​ວ່າ ທັງ​ສອງ​ລັດຖະບານ​ພະຍາຍາມປ່ຽນແປງເວລາຂອງ​ການ​ຢ້ຽມຢາມດັ່ງ
ກ່າວທີ່ຈະມີຂຶ້ນ​ໃນ​ທ້າຍ​ເດືອນ​ກໍລະກົດ​ຈະ​ມາ​ເຖິງ​ນີ້ ​ແຕ່​ວ່າ ຍັງບໍ່ມີການກໍານົດ​ວັນ​ເວລາຢ່າງແນ່ນອນເທື່ອ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ