ຜູ້ນຳທະຫານໄທ ສັ່ງໃຫ້ ນັກການທູດໄທ ຊ່ວຍເຮັດໃຫ້ ຕ່າງປະເທດເຂົ້າໃຈ ກ່ຽວກັບ ການກໍ່ລັດຖະປະຫານ (ສະໄລດ໌)

ນາຍພົນເອກ ປຣະຍຸດ ຈັນໂອຊາ ກ່າວຕໍ່ ກອງປະຊຸມສື່ມວນຊົນ ເທຶ່ອທຳອິດ ນັບຕັ້ງແຕ່ ລັດຖະປະຫານ, ວັນທີ 26 ພຶດສະພາ 2014.

ຜູ້ນຳ​ທະຫານຂອງ​ໄທ ​ໄດ້​ອອກ​ຄຳສັ່ງ ໃນວັນ​ພຸດ ​ອາທິດ
​ແລ້ວນີ້​ ໃຫ້ບັນ ດາ​ນັກ​ການ​ທູດ​ຂັ້ນ​ສູງຂອງ​ປະ​ເທດ ຈຳນວນ​
ນຶ່ງພະຍາຍາມ​ເຮັດ​ໃຫ້​ ຕ່າງປະ​ເທດ​ມີ​ຄວາມ​ເຂົ້າໃຈ​ດີ​ຂຶ້ນ
ກ່ຽວ​ກັບການ​ກໍ່ລັດຖ​ະ​ປະຫານຂອງ​ທ່ານ ​ໃນ​ເດືອນແລ້ວ​ນີ້.
ໃນ​ຂະນະ​ດຽວ​ກັນ ​ຜູ້ຕາງໜ້າຜູ້ບັນຊາ​ການ​ທະຫານ ຄະນະ
ນຶ່ງກໍ​ໄດ້ ຖືກ​ສົ່ງ​ໄປຍັງປັກ​ກິ່ງ ​ເພື່ອ​ເຂົ້າ​ຮ່ວມ​ປະຊຸມ​ກັບ ບັນ
ດາ​ເຈົ້າ​ໜ້າ​ທີ່​ທະຫານ​ຂັ້ນ​ສູງຂອງ​ຈີນ. Steve Herman
ນັກ​ຂ່າວວີ​ໂອ​ເອ ມີລາຍງານ​ຈາກບາງກອກ ຊຶ່ງ ກິ່ງ​ສະຫວັນ
ຈະ​ນຳ​ມາ​ສະເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານ ລັດຖະປະຫານ ໃນປະເທດໄທ



ນາຍ​ພົນ ປຣະຢຸດ ຈັນ​ໂອຊາ ຊຶ່ງ​ປັດ​ຈຸ​ບັນ​ນີ້ ​ເປັນ​ຜູ້ກຳ​ອຳນາດບໍລິຫານ​ ແລະນິຕິ​ບັນຍັດ
ທັງ​ໝົດໃນປະ​ເທດ​ໄທ ​ໄດ້​ພົບປະຢູ່​ທີ່ກອງ​ບັນຊາ​ການທະຫານ​ໃນ​ວັນ​ພຸດ​ອາທິດແລ້ວນີ້
ກັບ ບັນດາ​ເອກ​ອັກຄະ​ລັດຖະທູດ ແລະ​ກົງສຸນເອກຂອງ​ ​ປະ​ເທດ ​ ຈຳນວນ 23ຄົນ ທີ່​ປະ
ຈຳການຢູ່​ໃນ 21 ປະ​ເທດ.

ອິງ​ຕາມ​ໂຄສົກທະຫານ ​ແລະ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດນັ້ນ ນາຍ​ພົນ ປຣະຢຸດ ​ໄດ້
ບອກ​ບັນດາ​ນັການ​ທູດວ່າ ​ເຂົາ​ເຈົ້າ​ມີໜ້າ​ທີ່ ທີ່​ຈະ​ເຮັດ​ໃຫ້​ນາໆ​ຊາດມີຄວາມ​ເຂົ້າ​ໃຈກ່ຽວ
ກັບການ​ກໍ່ລັດຖະປະຫານ ​ໃນ​ວັນ​ທີ່ 22 ​ເດືອນ​ພຶດສະພາ ນັ້ນ ​ແລະ ທ່ານ“​ຢາກ​ໃຫ້ ບັນ
ດາ​ເອກ​ອັກຄະ​ລັດຖະທູດ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ ລັດຖະບານ ຊ່ວຍ​ອະພິ​ບາຍ ທັງຢ່າງ
​ເປັນ​ທາງ​ການ ​ແລະ​ບໍ່​ເປັນ​ທາງ​ການ.”

ທ່ານປະ​ວິນ ຊັ​ດສະ​ວານ​ພົງພັນ ອາ​ຈານ​ສອນ​ທີ່ ມະຫາວິທະຍາ​ໄລ Kyoto ​ຢືນຢັດ​ວ່າ
ນອກ​ນີ້ ບັນດານັກ​ການທູດ​ໄທ ຍັງ​ໄດ້ຮັບ​ຄຳສັ່ງທີ່​ຮ້າຍ​ແຮງ​ກ່ວາ​ນັ້ນ​ອີກ ຈາກທະຫານ.

ທ່ານ ປະ​ວິນ ກ່າວ​ວ່າ “ມີ​ນະ​ໂຍບາຍ​ທີ່ຂັດແຍ້​ງກັນ ​ໃນ​ການໃຊ້​ບັນດາເອກ​ອັກ
ຄະ​ລັດຖະທູດ​ ​ແລະກົງສຸນເຫລົ່າ​ນີ້ ​ເພື່ອກົດ​ດັນໃຫ້ ​ປະ​ເທດ​ເຈົ້າພາບ ​ພະຍາ
ຍາມ​ປິດ​ປາກ ພວກ​ທີ່ຕິຕຽນຕໍ່ການ​ເຮັດ​ລັດຖະປະຫານ ທີ່​ຢູ່​ນອກ​ປະ​ເທດ ​ບໍ່​
ວ່າ​ເຂົາ​ເຈົ້າ​ຈະເປັນ​ນັກ​ເຄື່ອນ​ໄຫວ​ທາງ​ການ​ເມືອງ ຫລື​ເປັນ​ນັກວິຊາການ
ຄືຂ້າ​ພະ​ເຈົ້າ ໃຫ້​ເຮັດ​ເຖິງ​ຂັ້ນ​ຮອດ​ ພະຍາຍາ​ມ​ໃຊ້ອິດ​ທິພົນ​ຂອງ​ເຂົາ​ເຈົ້າ
ບັງ​ຄັບ​ໃຫ້​ປະ​ເທດ​ເຈົ້າພາບ ຂັບ​ໄລ່​ບັນດາ​ຄົນ​ເຫລົ່າ​ນີ້.”


ທ່ານ ປະ​ວິນ ​ເອິ້ນ​ພວກ​ດຳລັດ​ຕ່າງໆ ທີ່​ແນ​ໃສ່ການ​ປາບ​ປາມເສລີພາບ​ຂອງນັກວິຊາ​
ການ ​ແລະ​ການສະ​ແດງ​ຄວາມ​ຄິດ​ເຫັນ​ອອກໃນ​ແບບ​ອຶ່ນໆນັ້ນວ່າ ​ເປັນ​ການ​ຝ່າຝືນ “​
ສິດທິ​ມະນຸດ ຂັ້ນພື້ນຖານ.”

ນັບ​ຕັ້ງແຕ່ການ​ກໍ່ລັດຖະປະຫານ ​ເມື່ອວັນ​ທີ 22 ພຶດສະພາ​ ແລະ​ການສ້າງ​ຕັ້ງ ຄະນະ​
ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ ຫລື ຄສຊ ຂຶ້ນ​ມາ​ບໍລິຫານ​ປະ​ເທດ ​ເປັນ​ຕົ້ນ​ມາ​ນັ້ນມີ
ຫລາຍຮ້ອຍຄົນ​ໄດ້ຖືກ​ກັກໂຕ​ໄວ້ ຊຶ່ງຮວມ​ທັງ​ນັກ​ການ​ເມືອງ ນັກ​ເຄື່ອ​ນ​ໄຫວ ນັກວິຊາ
ການ ​ແລະ​ນັກ​ຂ່າວ. ຫລາຍ​ຄົນ​ໄດ້​ຖືກ​ປ່ອຍ​ໂຕ ຫລັງ​ຈາກ​ໄດ້​ຖືກ​ສອບປາກຄຳ ແລະ
ກັກຂັງ​ໂດຍ​ບໍ່​ໃຫ້​ຕິດ​ຕໍ່​ກັບ​ຄົນ​ອຶ່ນ ​ເປັນ​ເວລາ​ນຶ່ງ ຫລື​ສອງ​ອາທິດ ຢູ່​ໃນ​ຄ້າຍ​
ທະຫານ.

ຈຳນວນ​ນຶ່ງ​ໄດ້​ທ້າ​ທາຍ​ຕໍ່​ ຄຳ​ສັ່ງ​ໃຫ້ໄປ​ລາຍ​ງານ​ໂຕຫລື​ມອບໂຕ ທີ່​ຍັງ​ມີ​ອອກ​ມາ​ຢູ່
​ເລື້ອຍໆນັ້ນ. ​ຢູ່ໃນຈຳນວນຄົນ​ພວກ​ນີ້ ​ມີ​ຊາວ​ໄທ​ທີ່ຢູ່​ນອກ​ປະ​ເທດ ຮວມ​ທັງ ທ່ານ
ປະ​ວິນ ຢູ່​ທີ່​ຍີ່ປຸ່ນ.

ພາບ​ຫຼ້​າ​ສຸດ ຈາກ ບາງກອກ



​ໃນ​ດຽວ​ກັນ​ກັບ​ທີ່ ນາຍ​ພົນປຣະຢຸດ ​ພົບ​ປະ​ກັບ ບັນດາ​ນັກ​ການ​ທູດ​ຂອງ​ປະ​ເທດນັ້ນ ​ຜູ້ຕາງໜ້າຜູ້​ບັນຊາ​ການ​ທະຫານ​ໄທ ຄະນະ​ນຶ່ງ ກໍໄດ້ອອກ​ເດີນທາງ​ໄປຍັງ​ປະ​ເທດຈີນ
ເພື່ອ​ໄປ​ສົນທະນາ​ຫາລື ກັບ​ເຈົ້າ​ໜ້າ​ທີ່ທະຫານ​ຂັ້ນ​ສູງຂອງຈີນ ເລື້ອງຄວາມໝັ້ນຄົງ
ຂອງຂົງ​ເຂດ ແລະ​ການເຝິກ​ແອບ​ຮ່ວມ​ກັນໃນ​ອະນາ​ຄົດ.

​ທັງ​ສອງ​ປະ​ເທດ​ເຄີຍໄດ້ ​ທຳ​ການ​ຊ້ອມ​ລົບ​ຮ່ວມ​ກັນ ​ໃນ​ອະດີດ​.

ອຳນາດ​ປົກຄອງທະຫານ​ໄທ ກ່າວ​ວ່າ ຈີນ​ໄດ້ໃຫ້ການ​ສະໜັບສະໜູນ​ແກ່ ການກໍ່ລັດ
ຖະປະຫານ ​ໂດຍ​ຜູ້​ບັນຊາ​ການ​ທະຫານ​ໄທ​ນັ້ນ.

ຫົວໜ້າ ​ຫ້ອງການ ​ກະຊວງປ້ອງ​ກັນ​ປະ​ເທດ​ໄທ ນາຍ​ພົນ ສຸຣະສັກ ການຈະ​ນະຣັດ
ກ່າວ​ວ່າ ກອງປະຊຸມ​ທີ່ປັກ​ກິ່​ງ ຈະ​ວາງ​ “​ແຜນການ​ປະຕິບັດ​ງານ​ໃນອະນາຄົດ” ກັບ
ກອງທັບປະຊາຊົນ​ຈີນ.

ກາ​ນ​ເຄື່ອ​ນ​ໄຫວເພື່ອສ້າ​ງຄວາມແໜ້ນແຟ້ນ ​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ ບາ​ງກອກ
​ແລະ​ປັກ​ກິ່ງ ​ໄດ້​ມີ​ຂື້ນ​ຫລັງ​ຈາກ ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ຮວມ​ທັງສະຫະລັດ ທີ່​ເປັນ
ພັນທະ​ມິດ​ອັນ​ຍາວ​ນານ​ຂອງ​ໄທ ​ໄດ້​ຕິຕຽນ​ການ​ເຮັດ​ລັດຖະປະ​ຫານ ໃນ​ວັນ​ທີ 22
ພຶ​ດສະພາທີ່​ຜ່ານ​ມາ. ​ເພື່ອ​ເປັນ​ການ​ຕອບ​ໂຕ້​ນັ້ນ ກອງທັບ​ສະຫະລັດ ​ໄດ້​ຢຸດ​ການ​ເຝິກ
​ແອບ​ກັບກອງທັບ​ໄທ ທີ່​ກຳລັງ​ດຳ​ເນີນ​ໄປ ຢູ່​ໃນ​ເວລາ​ນັ້ນ.

ທ່ານ Pavin ທີ່​ປະ​ເທດ​ຍີ່ປຸ່ນ ກ່າວ​ວ່າ ​ຍ້ອນ​ຄວາມ​ໃກ້ຊິດ​ກັນ​ດ້ານ​ພູມິສາດ​ແລະສາຍ
ພົວພັນດ້ານ​ເສດຖະກິດ ທີ່​ກຳລັງ​ຈະ​ເລີ​ນງອກ​ງາມ​ຂຶ້ນ ການ​ຮັດ​ແໜ້ນຄວາມ​ສຳພັນ
ຫລັງ​ການ​ກໍ່ລັດຖະປະຫານ ລະຫວ່າງໄທ​ແລະ​ຈີນ ​ແມ່ນ​ເປັນການ​ເຄື່ອນ​ໄຫວທີ່​ຖືກ
ຕ້ອງ ​ແລະ​ເປັນໄຊຊະນະ​ສຳ​ຫລັບ​ທຸກ​ຝ່າຍ.

ທ່ານ​ປະ​ວິນ​ເວົ້າ​ວ່າ “ຄວາມ​ກົດ​ດັນ​ຈາກ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ໂດຍ​ສະ
​ເພາະ ສະຫະລັດແລະ​ອອສ​ເຕ​ຣເລຍນັ້ນ ອາດໄດ້ມີ​ບົດບາດ​ໃນ​ການ​ຊຸກຍູ້​ໃຫ້
ໄທຫຍັບ​ເຂົ້າໃກ້ຈີນ​ຕື່ມ​ຂຶ້ນອີກ​ໜ້ອຍ​ນຶ່ງ ໂດຍ​ທີ່ຮູ້​ວ່າ ຈະ​ໄດ້​ຜົນ​ປະ​ໂຫຍ​ດ
ຫລາຍ​ໃນ​ການ​ກະທຳ​ດັ່ງກ່າວ.”


ຄາດ​ວ່າ ​ການ​ຄ້າສອງ​ຝ່າ​ຍ ຈະມີມູນຄ່າສູງ​ກາຍ 100 ພັນ​ລ້ານ​ໂດ​ລາ ​ໃນ​ປີໜ້າ​ນີ້
ຊຶ່ງ​ຈີນ​ກໍ​ເປັນ​ຄູ່​ແລກປ່ຽນ​ການ​ຄ້າ ລາຍໃຫ​ຍ່ທີ່​ສຸດຂອງໄທ​ຢູ່​ແລ້ວ.

ອຳນາດ​ປົກຄອງທະຫານ ​ໃນ​ນະຄອນຫລວງ​ບາງ​ກອກ ກ່າວ​ວ່າ ຈີນ​ແມ່ນຮວມຢູ່ໃນ​
ຫລາຍໆ​ປະ​ເທດ ທີ່​ໄດ້​ສະ​ແດງ​ຄວາມເຂົ້າ​ໃຈ​ ​ໃນສາ​ເຫດຂອງການເຂົ້າຍຶດອຳນາດ
ຂອງ​ທະຫານ​ ໃນ​ເດືອນ​ແລ້ວ​ນີ້.

ນາຍ​ພົນ ປຣະຍຸດ ​ໄດ້​ສ​ະ​ແດງເຖິງ​ຄວາມ​ຕ້ອງການ ​ຢາກ​ຄືນ “ຄວາມ​ສຸກ” ​ໃຫ້​ແກ່
ປະຊາຊົນ​ໄທ ຫລັງ​ຈາກ​ເວລາ​ອັນຍາວ​ນານຂອງຄວາມ​ບໍ່​ສະ​ງົບ ​ແລະວຸ້ນວາຍທາງ​
ດ້ານ​ການ​ເມືອງ ທີ່​ແກ້​ໄຂ​ບໍ່​ໄດ້.