ໄທຈະຊ່ວຍລາວ ເຈລະຈາ ຂໍກູ້ຢືມເງິນຈາກຈີນ ເພື່ອສ້າງທາງລົດໄຟ ຄວາມໄວສູງ

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ແລະ ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ຈັບມືກັນ ໃນກອງປະຊຸມລະຫວ່າງຄະນະບັດຖະບານລາວ ແລະໄທ ທີ່ຈັດຂຶ້ນໃນວັນທີ 19 ພຶດສະພາ 2013 ທີ່ຊຽງໄໝ່, ປະເທດໄທ

ລັດຖະບານໄທຢືນຢັນວ່າ ຈະໃຫ້ການສະໜັບສະໜຸນລັດຖະ
ບານລາວຢ່າງເຕັມທີໃນການເຈລະຈາກັບລັດຖະບານຈີນ ເພື່ອຂໍກູ້ຢືມເງິນທຶນສໍາລັບໃຊ້ໃນໂຄງການກໍ່ສ້າງທາງລົດໄຟ
ຄວາມໄວສູງໃນລາວ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມມະນາຄົມຂອງໄທ ເປີດເຜີຍວ່າ
ທ່ານນາງຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ໄດ້ໃຫ້ການ
ຢືນຢັນໃນໂອກາດພົບປະເຈລະຈາ ກັບທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ເມື່ອບໍ່ດົນມານີ້ຢູ່ຈັງຫວັດຊຽງໃໝ່ວ່າ ລັດຖະບານໄດ້ຈະໃຫ້ການສະໜັບສະໜຸນຢ່າງເຕັມທີຕໍ່ແຜນ
ການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວ ແລະພ້ອມກັນນີ້
ກໍຍັງຂໍຮັບອາສາເປັນຄົນກາງໃນການຕິດຕໍ່ປະສານງານກັບລັດຖະບານຈີນເພື່ອຂໍໃຫ້
ຕົກລົງໃຫ້ການສະໜັບສະໜຸນເງິນທຶນກູ້ຢືມແກ່ລັດຖະບານລາວສໍາລັບນໍາໄປໃຊ້ຈ່າຍ
ໃນການກໍ່ສ້າງທາງລົດໄຟດັ່ງກ່າວໃນລາວໃຫ້ໄວທີ່ສຸດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງໄທກໍບໍ່ຍອມເປີດເຜີຍລາຍລະອຽດວ່າຜູ້ນໍາລັດ
ຖະບານໄທຈະມີໂອກາດໄດ້ພົບປະເຈລະຈາກັບຜູ້ນໍາລັດຖະບານຈີນ ກ່ຽວກັບເລຶ່ອງດັ່ງ
ກ່າວນີ້ເມື່ອໃດແທ້ ຫາກແຕ່ກໍໝັ້ນໃຈວ່າຈະມີຂຶ້ນໃນໝໍ່ໆນີ້ ເນື່ອງຈາກວ່າລັດຖະບານ
ໄທໃຫ້ຄວາມສໍາຄັນຢ່າງຍິ່ງກັບການພັດທະນາລະບົບຄົນມະນາຄົມຂົນສົ່ງໃນລາວເພື່ອ
ເຊື່ອມຕໍ່ກັບໄທກໍຄືໃນເຂດລຸ່ມແມ່ນໍ້າຂອງແລະກຸ່ມອາຊ່ຽນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ
ໄທ ໄດ້ໃຫ້ການຢືນຢັນວ່າ:

“ນອກຈາກນີ້ ພວກເຮົາຍັງໄດ້ໃຫ້ຄວາມສໍາຄັນກັບການອໍານວຍຄວາມສະດວກ
ໃນການໃຊ້ ແລະຂົນສົ່ງສິນຄ້າຜ່ານແດນຕາມເສັ້ນທາງໝາຍເລກ 8 ແລະ 12
ເພື່ອໃຫ້ເກີດປະໂຫຍດຢ່າງເຕັມທີ ແກ່ ສປປ.ລາວ ແລະປະເທດໃກ້ຊິດ ໃນ
ການຂະຫຍາຍການຄົມມະນາຄົມ-ຂົນສົ່ງ ແລະເພີ່ມມູນຄ່າການຄ້າ ການລົງ
ທຶນລະຫວ່າງກັນຕໍ່ໄປ.”


ການສໍາຫລວດດິນເພື່ອສ້າງທາງລົດໄຟຄວາມໄວສູງ


ກ່ອນໜ້ານີ້ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ
ລັດຖະມົນຕີ ຜູ້ຊີ້ນໍາວຽກງານດ້ານເສດຖະກິດຂອງລັດຖະ
ບານລາວ ໄດ້ໃຫ້ການຢືນຢັນວ່າລັດຖະບານລາວຍັງຈະ
ສືບຕໍ່ ດໍາເນີນໂຄງການກໍ່ສ້ງທາງລົດໄຟຄວາມໄວສູງເພື່ອ
ເຊື່ອມຕໍ່ກັບຈີນ ແລະໄທໃຫ້ໄດ້ຕາມແຜນການແລະເປົ້າ
ໝາຍທີ່ໄດ້ຜ່ານການຮັບຮອງຈາກ ກອງປະຊຸມສະໄໝວິສາ
ມັນຂອງສະພາແຫ່ງຊາດລາວ ເມື່ອວັນທີ 18 ຕຸລາ 2012
ທີ່ຜ່ານມາແລ້ວນັ້ນ.

ທັງນີ້ໂດຍທາງການລາວຈະກູ້ຢືມເງິນທຶນສໍາລັບໃຊ້ຈ່າຍໃນການກໍ່ສ້າງທັງ 100% ຈາກທາງການຈີນ ຫາກແຕ່ວ່າຈົນເຖິງຂະນະນີ້ກໍຍັງຄົງບໍ່ສາມາດ ກໍານົດເວລາທີ່ຊັດ
ເຈນໄດ້ວ່າ ຈະມີການລົງນາມໃນສັນຍາຢືມດັ່ງກ່າວໄດ້ເມື່ອໃດ ເນື່ອງຈາກວ່າ ຈະຕ້ອງ
ລໍຖ້ານະໂຍບາຍຈາກລັດຖະບານຊຸດໃໝ່ຂອງຈີນນັ້ນເອງ.

ແຕ່ຢ່າງໃດກໍຕາມ ໂດຍອິງຕາມລາຍງານທີ່ທ່ານສົມສະຫວາດ ຖະແຫຼງຕໍ່ກອງປະຊຸມ
ສະໄໝວິສາມັນຂອງສະພາແຫ່ງຊາດລາວຊຸດທີ່ 7 ໃນວັນທີ 16 ຕຸລາທີຜ່ານມານັ້ນ
ທ່ານໄດ້ລະບຸວ່າໄດ້ມີການປັບປ່ຽນຮູບແບບຂອງການເປັນຮຸ້ນສ່ວນໃນໂຄງການກໍ່ສ້າງ
ທາງລົດໄຟຄວາມໄວສູງລະຫວ່າງລາວກັບຈີນໄປຈາກເດີມແລ້ວ ທັງນີ້ກໍເພາະວ່າພາຍ
ຫຼັງຈາກການທີ່ທາງການຝ່າຍຈີນໄດ້ທໍການສຶກສາຄວາມເປັນໄປ ໄດ້ແລະອອກແບບ
ການກໍ່ສ້າງທາງລົດໄຟດັ່ງກ່າວສໍາເລັດໄປແລ້ວນັ້ນ ກໍປາກົດວ່າ ທາງການຝ່າຍຈີນຕ້ອງ
ປະສົບກັບບັນຫາກ່ຽວກັບການຫາກຸ່ມບໍລິສັດຂອງຈີນທີ່ຈະ ເຂົ້າມາລົງທຶນໃນໂຄງການ ແລະສາເຫດທີ່ເຮັດໃຫ້ເກີດສະພາບການດັ່ງກ່າວ ກໍຍ້ອນວ່າຕ້ອງໃຊ້ເວລາຍາວນານ
ເຖິງ 38 ປີ ຈຶ່ງຈະສາມາດຈັດເກັບລາຍຮັບໄດ້ ຕາມການລົງທຶນໄປນັ້ນໄດ້ຢ່າງຄົບຖ້ວນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການຝ່າຍຈີນໄດ້ນໍາສະເໜີຕໍ່ທາງການຝ່າຍລາວວ່າ ຖ້າຫາກ
ວ່າທາງການລາວຍັງຕ້ອງການທີ່ຈະລົງທຶນກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່າວນີ້ຕໍ່ໄປ
ກໍມີທາງເລືອກຢູ່ທາງນຶ່ງຊຶ່ງກໍຄືການກູ້ຢືມເງິນທຶນຈາກທະນາ ຄານເພື່ອການສົ່ງອອກແລະ
ນໍາເຂົ້າຂອງຈີນທີ່ສາມາດຕອບສະໜອງການກູ້ຢືມດັ່ງ ກ່າວໄດ້ທັງ 100% ເຕັມ ກໍຄືໃນມູນ
ຄ່າ 7,000 ລ້ານໂດລານັ້ນເອງ.

ຫາກແຕ່ວ່າການກູ້ຢືມກໍມີເງື່ອນໄຂທີ່ລັດຖະບານລາວຈະຕ້ອງປະຕິບັດກໍຄືສ້າງຕັ້ງ ບໍລິສັດ
ຂຶ້ນມາບໍລິຫານໂຄງການແລະມີສະຖານະເປັນລູກໜີ້ຂອງທະນາຄານຈີນ ໂດຍທີ່ລັດ
ຖະບານລາວຕ້ອງຄໍ້າປະກັນເງິນກູ້ທັງ 100% ພ້ອມດອກເບ້ຍໃນອັດຕາ 2%​ ຕໍ່ປີເປັນ
ເວລາ 30 ປີ ແລະການຄໍ້າປະກັນເງິນກູ້ຢືມກໍຍັງລວມໄປເຖິງ ລາຍຮັບແລະຊັບສິນທັງໝົດ
ໃນໂຄງການຕະຫຼອດຈົນການທີ່ລັດຖະບານລາວຍັງ ຈະຕ້ອງຄໍ້າປະກັນດ້ວຍລາຍຮັບຈາກ
ບໍ່ແຮ່ 2 ແຫ່ງທີ່ເປັນການລົງທຶນຂອງຈີນຢູ່ໃນ ລາວອີກດ້ວຍ ໂດຍໃນທີ່ນີ້ກໍໝາຍເຖິງບໍ່ແຮ່
ຄໍາແລະທອງແດງຢູ່ເຊໂປນກັບບໍ່ແຮ່ບ໊ອກໄຊ້ ຢູ່ແຂວງຈໍາປາສັກ.