ລັດຖະບານ​ທະຫານ ​ຂອງ​ໄທ ​ແລະ​ ຄະນະກຳມາ​ທິການ ​ຮ່າງ​ລັດຖະທຳ​ມະນູນ ​ກຳລັງ​ປະ​ເຊີນ​ໜ້າ​ກັນ

ນາຍົກລັດຖະມົນຕີ ໄທ ທ່ານ Prayuth Chan-ocha ກ່າວຄຳປາໄສຕໍ່ປະເທດຊາດ ແລະ ສະລຸບລາຍງານປະຈຳປີ ຂອງລັດຖະບານ ທະຫານ ຢູ່ໃນນະຄອນຫຼວງບາງກອກ ປະເທດໄທ.

ລັດຖະບານ​ທະຫານ​ຂອງ​ໄທ ​ແລະ​ຄະນະ​ກຳມາ​ທິການ​ຮ່າງ​
ລັດຖະທຳ​ມະນູນ ​ກຳລັງ​ປະ​ເຊີນ​ໜ້າ​ກັນ ຫລັ​ງຈາກ​ຄະນະ
​ລັດຖະບານ ​ຮຽກຮ້ອງ​ໃຫ້​ລັດຖະທຳ​ມະນູນສະບັບ​ໃໝ່ ຮວມ
​ເອົາສະພາ​ສູງ ​ທີ່​ບໍ່​ຕ້ອງ​ມີ​ການ​ເລືອກ​ຕັ້ງ ​ແລະ​ລັດຖະມົນຕີ
ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່​ງ​ ໃນ​ໄລຍະ​ຂ້າມ​
ຜ່ານ​ເປັນ​ເວລາຫ້າ​ປີ.​ ຂໍ້​ສະ​ເໜີ​ດັ່ງກ່າວ​ ຂອງ​ລັດຖະບານ​ ໄດ້
​ກໍ່​ໃຫ້​ເກີດ​ມີ​ປະຕິ​ກິລິຍາ​ຢ່າງ​ແຮງ​ຈາກ​ພັກ​ການ​ເມືອງ​ທີ່​ສຳຄັນໆ
ທ່າມກາງ​ທີ່​ໄດ້ມີການ​ເຕືອນກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງທີ່​ອາດ​ຈະ
​ເກີດ​ຂຶ້ນ ຖ້າ​ຫາກ​ຂໍ້​ສະ​ເໜີ​ດັ່ງກ່າວ ໄດ້​ຖືກ​ຮວມ​ເຂົ້າຢູ່​ໃນ​ລັດ
ຖະທຳ​ມະນູນ​ສະບັບ​ໃໝ່.

ຮ່າງ​ລັດຖະທຳ​ມະນູນຂອງຄະນະ​ກຳມາ​ທິການ ອະນຸຍາດ​ໃຫ້​ມີ​ການ​ເລືອກ​ຕັ້ງສະມາຊິກ​
ສະພາ​ແຫ່ງ​ຊາດຈຳນວນ 500 ທ່ານ. ສ່ວນ​ສະມາຊິກ​ສະພາ​ສູງ​ ຫລື ​ວຸດ​ທິສະພາ ຈຳ​ນວນ
200 ທ່ານຈະ​ໄດ້​ຖືກ​ເລືອກ​ຈາກ​ກຸ່ມ​ຜົນ​ປະ​ໂຫຍ​ດ​ແລະ​ອົງ ການຈັດຕັ້ງຕ່າງໆ.

​ແຕ່​ຂໍ້​ສະ​ເໜີ​ຂອງ​ລັດຖະບານ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ແຕ່ງ​ຕັ້ງສະມາຊິ​ກສະພາ​ສູງ ຈຳນວນ
250 ທ່ານ ຮວມທັງ​ຮັກສາ​ບ່ອນ​ນັ່ງ​ຈຳນວນ​ນຶ່ງ​ໄວ້​ສຳລັບ​ເລຂາທິການ ຖາວອນ​ຈາກ​ກະຊວງ
​ປ້ອງ​ກັນ​ປະ​ເທດ ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ ​ແລະ​ຜູ້​ບັນ ຊາ​ການ​ກອງທັບ​ບົກ ກອງທັບ​ເຮືອ
​ແລະ​ກອງທັບ​ອາກາດພ້ອມ​ທັງ​ຜູ້​ບັນຊາ​ການ ຕຳຫຼວດ​ແຫ່ງ​ຊາດ​ນຳ​ດ້ວຍ.

ຮອງ​ນາຍົກລັດຖະມົນຕີ ໄທ ທ່ານ Prawit Wongsuwon

ຮອງ​ນາຍົກລັດຖະມົນຕີ Prawit Wongsuwon ກ່າວ​ວ່າ ຂໍ້​ສະ​ເໜີຂອງ​ກອງ​ທັບ​ແມ່ນ​ແນ​
ໃສ່ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ມີ​ການ​ກໍ່​ລັດຖະປະຫານ ບໍ່​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຕໍ່​ສະພາ​ແຫ່ງ​ຊາດ
​ທີ່​ຖືກ​ເລືອກ​ໂດຍ​ປະຊາຊົນ. ​ແຕ່​ພວກ​ນັກວິ​ເຄາະ ​ແລະ ພວກ​ນັກ​ການ​ເມືອງ​ຈາກ​ພັກ​ການ
​ເມືອງ​ທີ່​ສຳຄັນໆ​ຂອງ​ໄທ ​ໄດ້​ຕຳໜິຕິຕຽນ​ຂໍ້​ສະ ​ເໜີ​ນີ້ ​ໂດຍ​ກ່າວ​ວ່າ ການ​ເຄື່ອນ​ໄຫວ ​ດັ່ງກ່າວ
​ຈະ​ເຮັດ​ໃຫ້​ພັກ​ການ​ເມືອງ​ຕ່າງໆ​ອ່ອນ​ແອ​ລົງ​ແລະ​ບ່ອນ​ທຳລາຍ​ລະບອບ​ປະຊາທິປະ​ໄຕ.

ນັກ​ລັດຖະສາດ​ການ​ເມືອງ Siripan Nogsuan Sawasdee ທີ່​ມະຫາວິທະ ຍາ​ໄລຈຸລາ
​ລົງ​ກອນ ກ່າວໃນ​ການ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລັດຖະທຳ​ມະ ນູນ ​ໂດຍ​ເວົ້າວ່າ ຂໍ້​
ສະ​ເໜີ​ນີ້ ຈະ​ບ່ອນ​ທຳລາຍ​ຕໍ່​ລັດຖະບານ​ທີ່​ຖືກ​ເລືອກ​ໂດຍ​ປະ ຊາຊົນ.

ຜູ້ນຳພວກປະທ້ວງຕໍ່ຕ້ານ ລັດຖະບານ ທ່ານ Suthep Thaugsuban ທັກທາຍພວກຄົນ ໃນຄະນະທີ່ນຳພາ ການເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານຜ່ານ ເຂດເມືອງທາງດ້ານການເງິນ ຂອງບາງກອກ, ວັນທີ 21 ມັງກອນ 2014.