ສານໄທ ປະກາດໃຫ້ ການເລືອກຕັ້ງ ໃນເດືອນແລ້ວ ເປັນ ໂມຄະ (ວີດີໂອ)

ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ

ສານລັດຖະທຳມະນູນຂອງໄທ ໄດ້ປະກາດໃຫ້ການເລືອກຕັ້ງທົ່ວ
ໄປໃນເດືອນແລ້ວນີ້ ເປັນໂມຄະ ໂດຍຕັດສິນວ່າ ການປ່ອນບັດ
ບໍ່ໄດ້ມີຂຶ້ນໃນມື້ດຽວກັນໃນທົ່ວປະເທດ ແລະດັ່ງນັ້ນຈຶ່ງເປັນການ
ລະເມີດຕໍ່ກົດໝາຍລັດຖະທຳມະນູນ.

ການຕັດສິນໃນວັນສຸກມື້ນີ້ ຍິ່ງຈະເຮັດໃຫ້ມີການຊັກຊ້າໃນການ
ດຳເນີນຄວາມພະຍາຍາມ ຂອງນາຍົກລັດຖະມົນຕີ ຍິ່ງລັກ ຊິນ
ນະວັດ ແລະລັດຖະບານຮັກສາການຂອງທ່ານນາງເພື່ອຈະຈັດ
ຕັ້ງລັດຖະບານຊຸດໃໝ່.

ການປ່ອນບັດເລືອກຕັ້ງ ໃນວັນທີ 2 ກຸມພາຜ່ານມາ ໄດ້ຖືກລົບກວນ ໂດຍພວກຝ່າຍຄ້ານ ເຮັດໃຫ້ສະພາແຫ່ງຊາດບໍ່ມີຜູ້ແທນສາມາດເຂົ້າໄປນັ່ງຢູ່ໃນສະພາໄດ້ເຖິງ 95 ເປີເຊັນຕາມ
ທີ່ໄດ້ບັງໄວ້ເພື່ອໃຫ້ສອດຄ່ອງຕາມທີ່ກົດໝາຍກຳນົດ ໄວ້ແລະເລືອກເອົານາຍົກລັດຖະມົນ
ຕີ.

ຍັງບໍ່ທັນມີການປະກາດເທື່ອວ່າ ເວລາໃດຈຶ່ງຈະຈັດໃຫ້ມີການເລືອກຕັ້ງຄັ້ງໃໝ່.

ນອກນັ້ນ ທ່ານນາງຍິ່ງລັກ ຍັງຖືກກ່າວຫາໂດຍຄະນະກຳມາທິການຕໍ່ຕ້ານການຄໍຣັບຊັ່ນ ແຫ່ງປະເທດໄທ ທີ່ບໍ່ເອົາຫົວຊາ ຕໍ່ການສໍ້ລາດບັງຫຼວງ ພາຍໃນວົງການ ຈຳນຳເຂົ້າທີ່ໄດ້ ຮັບການອຸດໜຸນເກື້ອກຸນຈາກລັດຖະບານຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ລັດຖະບານ ຫລາຍພັນລ້ານໂດລານັ້ນ.

Your browser doesn’t support HTML5

THAILAND POLITICS VO