ພວກ​ປະ​ທ້ວງຢູ່ໄທ ຮຽກຮ້ອງ ໃຫ້​ມີ​ການ​​ແຕ່ງຕັ້ງ ນາຍົກລັດຖະມົນຕີ ທີ່​ເປັນກາງ (ສະໄລດ໌)

ນາຍົກລັດຖະມົນຕີຮັກສາການ ຂອງໄທ ທ່ານນິວັດ​ທຳ​ຣົງ​ ບຸນ​ສົງ​ໄພ​ສານ ກ່າວວ່າ "ການ​ເລືອກ​ຕັ້ງ ຕ້ອງ​ມາ​ກ່ອນ ​ແລ້ວ​ຈຶ່ງຈະມີການ​ປະຕິຮູບ."

ໄທກ່າວ​ວ່າ ຕົນ​ໄດ້ຮັດແໜ້ນ​ ການ​ຮັກສາຄວາມ​ປອດ​ໄພ ​ເພື່ອ
ຮັບ​ມື​ກັບ ການ​ປະ​ທ້ວງແຂ່ງກັນ ​ໃນວັນ​ຈັນມື້ນີ້ ລະຫວ່າງພວກ
ສະໜັບສະໜຸນ ​ແລະ ຕໍ່ຕ້ານລັດຖະບານ ຊຶ່ງລັດຖະບານຮັກສາ​
ການກ່າວ​ວ່າ ຄຳ​ຮຽກ ຮ້ອງ​ຂອງຝ່າຍ​ຄ້ານ ທີ່​ຕ້ອງການ​ໃຫ້​ມີ​
ການແຕ່ງຕັ້ງ ນາຍົກລັດຖະມົນຕີ ທີ່​ເປັນກາງຂຶ້ນ ກ່ອນ​ການ
​ເລືອກ​ຕັ້ງນັ້ນ ຈະເປັນການ​ຜິດ​ກົດ​ໝາຍແລະ ບໍ່​ຖືກຕ້ອງ​ຕາມລັດຖະທຳ​ມະນູ​ນ.

ຜູ້ນຳຝ່າຍ ຕໍ່ຕ້ານລັດຖະບານ ໂອ້ລົມກັບ ຜູ້ສະໜັບສະໜຸນຄັນນຶ່ງ.


ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ ​ໄດ້ຮຽກຮ້ອງໃຫ້​ມີ​ການແຕ່ງຕັ້ງ
ນາຍົກລັດຖະມົນຕີ ທີ່​ເປັນກາງ ພາຍ​ໃນວັນ​ຈັນ​ມື້​ນີ້.

ນາຍົກລັດຖະມົນຕີຮັກສາ ​ການຂອງໄທ ທ່ານນິວັດ​ທຳ​ຣົງ​ ບຸນ​ສົງ​
ໄພ​ສານ ກ່າວ​ໃນ​ກອງ​ປະຊຸມນັກ​ຂ່າວ ​ໃນ​ວັນ​ຈັນ​ມື້​ນີ້ວ່າ​ ລັດຖະ
ບານ​ເປີດ​ກ້ວາງ ສຳ​ຫລັບ ການ​ເຈລະຈາທຸກໆແບບ “​ແຕ່​ວ່າ ຜົນ
​ຂອງການ​ເຈລະຈາ​ນັ້ນ ຕ້ອງ​ຖື​ກຕ້ອງຕາ​ມ ລັດຖະທຳ​ມະນູນ
​ແລະ ເປັນປະຊາ​ທິປະ​ໄຕ.”

ພວກສະໜັບສະໜຸນ ລັດຖະບານ ຊຸມນຸມກັນ ຢູ່ທີຈັງຫວັດ ນະຄອນປະຖົມ ເມື່ອວັນທີ 11 ເດືອນເມສານີ້.


ທ່ານ ​ກ່າວ​ຕື່ມ​ວ່າ ລັດຖະບານ ບໍ່​ຢາກ​ໃຫ້ມີຄວາມ​ຮຸນ​ແຮງ ຫຼືການ​
ຂ້າ​ກັນ ​ແລະ ບໍ່ຄິດ​ວ່າການ​ປະ​ທ້ວງຕ່າງໆ​ ນັ້ນ ຈະ​ທະວີຮຸນ​ແຮງ
ຂຶ້ນ ຈົນ​ກາຍ​ເປັນສົງຄາມ​ກາງ​ເມືອງ.

​ເວລາ​ຖືກ​ຖາມ​ວ່າ ​ວັນທີ 20 ​ເດືອນ​ກໍລະກົດ​ ສຳ​ຫລັບວັນ​ເລືອກ
ຕັ້ງ ແມ່ນ​ເປັນ​ໄປ​ໄດ້ບໍ ທ່ານ​ນາຍົກລັດຖະມົນຕີ ກ່າວ​ວ່າເຮົາ​ຈະ
​ມີ​ຄຳ​ຕອບ ​ໃນ​ວັນ​ອັງ​ຄານ. ທ່າ​ນ​ເວົ້າຕື່ມວ່າ “ການ​ເລືອກ​ຕັ້ງ
ຕ້ອງ​ມາ​ກ່ອນ ​ແລ້ວ​ຈຶ່ງ​ຈະມີການ​ປະຕິຮູບ.”​


​ການ​ເລືອກ​ຕັ້ງ​ທີ່​ໄດ້​ກຳນົດ​ໃສ່ ວັນ​ທີ 2 ​ເດືອນ​ກຸມພາ ​ໄດ້ຖືກ​ຍົກ​ເລີກ ຫຼັງຈາກ​ມີ​ການ
ຂວ້ຳ​ບາດ ຈາກ​ບັນດາພັກ​ຝ່າຍ​ຄ້ານ.

ພາບການປະທ້ວງ ຢູ່ປະເທດໄທ