ທາງການໄທ ຮຽກຮ້ອງໃຫ້ທາງການຈີນ ເພີ້ມຊົ່ວໂມງ ເຮັດວຽກ ຂອງ ເຈົ້າໜ້າທີ່ພາສີ ປະຈຳຢູ່ທີ່ດ່ານຊາຍແດນບໍ່ຫານ ຂອງຈີນ

  • ຊົງຣິດ ໂພນເງິນ

ໝາກຖົ່ວລຽນ ແລະໝາກໄມ້ອື່ນໆ ຊຶ່ງນໍາເຂົ້າມາຈາກໄທ ແລະວາງຂາຍໃນຕະຫລາດນັດທີ່ຮ້ານສັບພະສິນຄ້າຣິ້ມປິງ, ບ້ານໂພນສີນວນ ໃນວັນທີ 18 ມິຖຸນາ, 2023.

ທາງການໄທ ຮຽກຮ້ອງໃຫ້ທາງການຈີນ ເພີ້ມຊົ່ວໂມງ ເຮັດວຽກ ຂອງ ເຈົ້າໜ້າທີ່ພາສີ ປະຈຳຢູ່ທີ່ດ່ານບໍ່ຫານ ເພື່ອໃຫ້ມີການນຳເຂົ້າໝາກໄມ້ຈາກໄທເພີ່ມຂຶ້ນ ໂດຍສະເພາະແມ່ນໝາກຖົ່ວລຽນນັ້ນ.

Your browser doesn’t support HTML5

ທາງການໄທ ຮຽກຮ້ອງໃຫ້ທາງການຈີນ ເພີ້ມຊົ່ວໂມງ ເຮັດວຽກ ຂອງ ເຈົ້າໜ້າທີ່ພາສີ ປະຈຳຢູ່ທີ່ດ່ານຊາຍແດນບໍ່ຫານ ຂອງຈີນ

ເຈົ້າ​ໜ້າ​ທີ່​ຂັ້ນສູງໃນ​ກະ​ຊວງ​ການ​ຄ້າ​ໄທ ​ເປີດ​ເຜີຍ​ວ່າ ລັດຖະມົນຕີ​ການ​ຄ້າ​ໄທ​ໄດ້​ສົ່ງ​ຈົດໝາຍ​ຮ້ອງ​ຂໍ​ໄປ​ຍັງ​ລັດຖະມົນຕີ​ການ​ຄ້າ​ຈີນ ເພື່ອ​ຮ້ອງ​ຂໍ​ໃຫ້​ພິ​ຈາ​ລະ​ນາ​ເພີ່ມ​ເວ​ລາ​ເຮັດ​ວຽກ​ຂອງ​ພະ​ນັກ​ງານ​ພາ​ສີ​ຢູ່​ດ່ານບໍ່ຫານຂອງ​ຈີນ​ ເຊິ່ງຢູ່ກົງກັນຂ້າມກັບດ່ານບໍ່ເຕັນ ແຂວງຫຼວງນ້ຳທາ. ເມື່ອບໍ່ດົນມານີ້ ໂດຍເປົ້າຫມາຍຂອງການຮ້ອງຂໍດັ່ງກ່າວນີ້ ກໍເພື່ອເຮັດໃຫ້ນັກທຸລະກິດໄທ ສາມາດສົ່ງອອກໝາກໄມ້ໄປຈີນໄດ້ຫຼາຍຂຶ້ນ. ​ໂດຍ​ສະ​ເພາະແມ່ນໝາກຖົ່ວລຽນ​ໄທ ທີ່​ເປັນທີ່ນິຍມ​ອັນ​ດັບ 1 ຂອງ​ຜູ້​ບໍລິໂພກຊາວ​ຈີນນັ້ນ
ຊຶ່ງຖ້າ​ຫາກ​ວ່າ​ ທາງການຈີນ​ເຫັນ​ດີ​ແລະ​ຕົກລົງຕາມ​ການ​ຮຽກຮ້ອງ​ຂອງ​ທາງ​ການໄທ, ​ກໍຈະເຮັດໃຫ້ມີການ​ເພີ່ມ​ເວລາ​ປະຕິບັດງານ​ຂອງ​ພະນັກງານ​ພາສີຈີນ​ ຢູ່​ດ່ານ​ບໍ່ຫານ​ຂອງ​ຈີນ​ຈາກເວລາ 8-21 ​ໂມງ ​ເປັນ 8-24 ​ໂມງ​ຂອງ​ທຸກໆ​ວັນ, ​ແລະ​ເຈົ້າ​ໜ້າ​ທີ່​ໄທ​ໝັ້ນ​ໃຈ​ວ່າ ທາງການ​ຈີນ​ຈະ​ເຫັນ​ດີ​ກັບ​ຄວາມ​ຮຽກຮ້ອງ​ຄັ້ງນີ້ ດັ່ງເຈົ້າໜ້າທີ່ໄທ ຢືນຢັນວ່າ:

“ການ​ຂົນ​ສົ່ງ​ໝາກ​ໄມ້​ຈາກ​ໄທ​ໄປ​ເມືອງ​ສິບສອງ​ພັນນາ​ ຫຼື​ແຂວງ​ຢຸນຫ​ນານ, ຖ້າ​ເຮົາ​ເບິ່ງ​ຄວາມ​ຕ້ອງ​ການ​ຂົນ​ສົ່ງ​ໝາກ​ໄມ້​ຈາກ​ໄທ​ເພີ່ມ​ຂຶ້ນ ເຖິງແມ່ນວ່າ ຈະເປີດເຖິງ 21 ໂມງກໍຍັງບໍ່ພໍ, ອາດຈະມີການຮ້ອງຂໍໃຫ້ເປີດຈົນເຖິງ 21 ຫຼື 22 ໂມງ, ກໍຄືຈົນເຖິງ 23 ໂມງ​ຫຼືທ່ຽງຄືນກໍໄດ້ ເຊິ່ງຄິດວ່າບໍ່ແມ່ນບັນຫາ ເນື່ອງຈາກວ່າ ທ່ານຮອງນາຍົກລັດຖະມົນຕີ ໄດ້ຍື່ນຂໍ້ສະເໜີກ່ຽວກັບການປິດຊົ່ວໂມງເພີ່ມເຕີມແລ້ວ, ພຽງແຕ່ໃຫ້ບັນດາອົງການທີ່ກ່ຽວຂ້ອງຕ້ອງປະສານງານພາຍໃນ ຫຼື ປະສານງານຢ່າງເປັນທາງການເທົ່ານັ້ນ.”

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງໄທ ຍັງຄາດໝາຍດ້ວຍວ່າ ການຄ້າລະຫວ່າງໄທກັບຈີນ ທີ່ຂົນສົ່ງສິນຄ້າຜ່ານທາງລົດໄຟ ລາວ-ຈີນ ໃນປີ 2024 ຈະຂະຫຍາຍຕົວຫຼາຍກວ່າ 30% ເມື່ອທຽບໃສ່ປີ 2023 ເພາະວ່າ ລະບົບການຂົນສົ່ງໄດ້ຮັບການປັບປຸງໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນ ດ້ວຍການຫຼຸດຜ່ອນຂະບວນການກວດກາສິນຄ້າແມ່ນຢູ່ຈຸດຕົ້ນທາງ ແລະ ປາຍທາງເທົ່ານັ້ນ ໂດຍ​ເມື່ອ​ສົມທົບ​ກັບ​ການ​ຕົກລົງ​ເຊື່ອມ​ຕໍ່​ການ​ຂົນ​ສົ່ງ​ສິນຄ້າ​ທາງ​ລົດ​ໄຟ​ ລະຫວ່າງ ​ໄທ - ລາວ ​ແລະ ຈີນ ​ໄປ​ຍັງ​ມາ​ເລ​ເຊຍ ​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະຕິບັດແຕ່​ເດືອນມີນາ 2024 ​ເປັນ​ຕົ້ນ​ມາແລ້ວ ກໍຍັງນັບ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ຈະ​ສົ່ງ​ຜົນຕໍ່​ການ​ຄ້າ​ຊາຍ​ແດນ ​ແລະ​ການຄ້າຂ້າມ​ຊາຍ​ແດນ​ລະຫວ່າງ​ ໄທ-ມາ​ເລ​ເຊຍ ​ແລະ​ຈີນຜ່ານປະເທດລາວນັ້ນ ຢັງຈະເພິ່ມຂື້ນເປັນ 2,000 ຕື້ບາດ ພາຍໃນໄລຢະ 3 ປີຕໍ່ຫນ້າຍ່າງແນ່ນອນ.

ແຕ່ຍ່າງໃດກໍ່ຕາມ ຫົວຫນ້າທຸລະກິດຂອງລາວຈະໄດ້ຮັບຜົນປະໂຫຍດພຽງແຕ່ສ່ວນນ້ອຍເທົ່ານັ້ນ. ເນື່ອງຈາກວ່າຂະແໜງການຜະລິດສິນຄ້າສ່ວນໃຫຍ່ ໃນລາວ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການພາຍໃນໄດ້ຢ່າງພຽງພໍ ຈຶ່ງຕ້ອງເພິ່ງພາການນໍາເຂົ້າສິນຄ້າອຸປະໂພກບໍລິໂພກຈາກຕ່າງປະເທດເປັນດ້ານຫລັກ ສ່ວນ​ສິນຄ້າ​ສົ່ງ​ອອກ​ຍັງ​ມີ​ຈຳນວນ​ຈຳກັດ. ຄືພະລັງງານໄຟຟ້າ ແລະແຮ່ທາດເທ່ານັ້ນ, ຈຶ່ງເຮັດໃຫ້ລາວຕ້ອງປະເຊີນກັບບັນຫາການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ແລະຍັງເຮັດໃຫ້ເງິນຕາຕ່າງປະເທດຫລຸດລົງອີກດ້ວຍ, ດັ່ງທີ່ ດຣ. ອັດ ພິສານວານິດ ຜູ້ຊ່ຽວຊານດ້ານການຄ້າໃນອາຊຽນ ຢືນຢັນວ່າ:

“ໂຄງ​ສ້າງທາງ​ເສດຖະກິດ​ຂອງ​ປະເທດລາວ ນັ້ນ​ແມ່ນ​ເປັນ​ປະ​ເທດ​ທີ່​ຂຶ້ນ​ກັບ​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກ ​ແລະສິນຄ້າ​ທີ່​ຈຳ​ເປັນ​ເຊັ່ນ ນ້ຳມັນ​ຈາກ​ຕ່າງປະ​ເທດ ​ເຮັດ​ໃຫ້​ເງິນຕາ​ຕ່າງປະ​ເທດ​ໄຫຼ​ອອກ​ໄປຕ່າງປະ​ເທດ ​ແລະ ​ເຮັດ​ໃຫ້​ເງິນຕາ​ຕ່າງປະ​ເທດ​ຫລຸດ​ລົງ ກ່ອນໜ້ານີ້ ລາວມີປະມານ 2,000-3,000 ລ້ານໂດລາສະຫະລັດ ໃນປະຈຸບັນນີ້ ຍັງເຫຼືອປະມານ 1,000 ລ້ານໂດລາສະຫະລັດ. ສະ​ນັ້ນ, ເງິນຕາ​ຕ່າງປະ​ເທດ​ຈຶ່ງ​ບໍ່​ເຂົ້າ​ມາ, ພ້ອມ​ກັນ​ນັ້ນ, ຍັງ​ມີ​ສິນຄ້າ​ສົ່ງ​ອອກ​ສອງ​ຢ່າງ​ຄື: ​ໄຟຟ້າ​ຈາກ​ເຂື່ອນ​ພະລັງງານນ້ຳ​ ແລະແຮ່​ທາດ ​ເພາະສະ​ນັ້ນ, ຈຶ່ງເຮັດໃຫ້ທືນ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຫຼຸດ​ລົງ”.

ທັ້ງນີ້ໂດຍ ​ດຣ.​ອັດ​ ຄາດ​ຄະ​ເນ​ວ່າ​ ໃນ​ປັດຈຸ​ບັນ ລັດຖະບານລາວມີເງິນຕາຕ່າງປະເທດຢູ່ໃນລະບົບທະນາຄານ ມູນຄ່າທັງໝົດບໍ່ເກີນ 1,000 ລ້ານໂດລາສະຫະລັດ ຫຼື ເທົ່າກັບການນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງແຕ່ບໍ່ເຖິງ 2 ເດືອນເທົ່ານັ້ນ. ໃນຂະນະທີ່ມາດຕະຖານສາກົນ ຈະຕ້ອງມີທຶນສໍາຮອງເງິນຕາຕ່າງປະເທດທີ່ສາມາດຮັບປະກັນການນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ຕໍ່າກວ່າ 6 ເດືອນ ຈຶ່ງເຮັດໃຫ້ປະເທດລາວປະເຊີນກັບວິກິດການເສດຖະກິດຢ່າງຫຼີກລ່ຽງບໍ່ໄດ້.