ສະຫະລັດ ແມ່ນໄດ້ຈັດສົ່ງອົງປະກອບຊຸດທຳອິດ ຂອງລະບົບຕໍ່ຕ້ານລູກສອນໄຟທີ່ຍິງມາໃນລະດັບສູງ ຫຼື THAAD ໄປຍັງເກົາຫຼີໃຕ້ໃນວັນອັງຄານມື້ນີ້ ນຶ່ງມື້ຫຼັງຈາກທີ່ເກົາຫຼີເໜືອ
ໄດ້ທົດລອງຍິງລູກສອນໄຟຂີປະນາວຸດ ຢ່າງນ້ອຍ 4 ລູກ ຊຶ່ງ 3 ລູກ ແມ່ນມີໄລຍະ 350
ກິໂລແມັດ ຫ່າງຈາກແຜ່ນດິນໃຫຍ່ຍີ່ປຸ່ນ.
ປີກາຍນີ້ ວໍຊີງຕັນ ແລະໂຊລ ໄດ້ຕົກລົງກັນທີ່ຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟຂອງ
ສະຫະລັດ ທ່າມກາງການເລັ່ງລັດທົດລອງ ແລະພັດທະນາ ໂຄງການສ້າງອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ.

ພາບຈາກກອງກຳລັງສະຫະລັດ, ລົດບັນທຸກລູກສອນໄຟສະຫະລັດ ແລະອຸບປະກອນຕ່າງໆ ເພື່ອຕິດຕັ້ງລະບົບ THAAD ທີ່ສາມາດຍິງຕໍ່ຕ້ານລູກສອນໄຟທີ່ຍິງ ມາໃນລະດັບສູງ ໃນຄ້າຍທະຫານ Pyeongtaek, ເກົາຫຼີໃຕ້, ເມສາ 6.
“ການທ້າທາຍເກາະຜິດທີ່ຍັງດຳເນີນຢູ່ຕໍ່ມາໂດຍເກົາຫຼີເໜືອ ທີ່ຮວມທັງການທົດຍິງ
ລູກສອນໄຟຂີປະນາວຸດຫຼາຍໆລູກ ໃນມື້ວານນີ້ ແມ່ນການຢືນຢັນຢ່າງຈະແຈ້ງ
ໃນການຕັດສິນໃຈຂອງພັນທະມິດພວກເຮົາ ໃນປີກາຍນີ້ ທີ່ຈະສົ່ງລະບົບຕໍ່ຕ້ານ
ລູກສອນໄຟ THAAD ໄປຍັງເກົາຫຼີໃຕ້,” ນັ້ນຄືຄຳເວົ້າຂອງພົນເຮືອເອກ Harry
Harris ຜູ້ບັນຊາການກຳລັງສະຫະລັດ ໃນເຂດປາຊິຟິກ ທີ່ໄດ້ກ່າວໃນຖະແຫຼງການ
ສະບັບນຶ່ງ.

ພວກປະທ້ວງ ຖືປ້າຍ ທີ່ມີຄວາມໝາຍຕໍ່ຕ້ານ ການຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟທີ່ຍິງ ມາໃນລະດັບສູງ ທາງໜ້າຂອງກຊະຊວງປ້ອງກັນປະເທດ ໂຊລ, 7 ມີນາ, 2017.
ທ່ານ Harris ກ່າວວ່າ ອົງປະກອບຂອງລະບົບຕໍ່ຕ້ານ THAAD ໄດ້ສົ່ງໄປເພື່ອເປັນ
ການປະຕິບັດຕາມຄຳໝັ້ນໝາຍແກ່ພັນທະມິດເກົາຫຼີໃຕ້ ແລະເພື່ອການປ້ອງກັນກຳລັງ
ສະຫະລັດໃນຂົງເຂດ ພັນທະມິດ ແລະຜືນແຜ່ນດິນສະຫະລັດ.
ລະບົບຕໍ່ຕ້ານລູກສອນໄຟ THAAD ສາມາດຕິດຕັ້ງໄດ້ ຢ່າງໄວວ່າ ໃນຕົ້ນເດືອນເມສາ
ຈະມາເຖິງນີ້ ອີງຕາມເຈົ້າໜ້າທີ່ທາງຫະຫານຂອງເກົາຫຼີໃຕ້.
ຄ້າຍຄືກັນກັບລະບົບຕໍ່ຕ້ານລູກສອນໄຟ Patriot ລະບົບ THAAD ນີ້ແມ່ນເປັນ
ການໃຊ້ລູກສອນໄຟ ຍິງທຳລາຍລູກສອນໄປທີ່ກຳລັງຍິງມາ. ລະບົບຕໍ່ຕ້ານລູກສອນໄຟ THAAD ແມ່ນລະບົບທີ່ມີລູກສອນໄຟທັງໝົດ 48 ລູກ ໃນຖານຍິງທີ່ສາມາດເຄື່ອນ
ຍ້າຍໄປມາໄດ້ພ້ອມທັງລະບົບເຣດາແລະລະບົບເທັກໂນໂລຈີທີ່ໃຊ້ແສງອິນຟຣາເຣດ
ທີ່ສາມາດຍິງທຳລາຍລູກສອນໄຟ ໃນໄລຍະ 200 ກິໂລແມັດ ໃນຂະນະທີ່ພວກມັນ
ກຳລັງກັບຄືນເຂົ້າມາສູ່ບັນຍາກາດນັ້ນ.