ພາ​ເຣດດອກ​ກຸ​ຫຼາບ ຄັ້ງ​ທີ 135 ຈັດ​ຂຶ້ນ​ທ່າມ​ກາງ​ ທ້ອງ​ຟ້າທີ່​​ແຈ່ມ​ໃສ ​​ເພື່ອ​ສະ​ຫຼອງ​ປີ​ໃໝ່ ຕາມ​ປະ​ເພ​ນີ ​ເລີ້ມ​ຂຶ້ນ​ທີ່​ລັດ​ຄ​າ​ລີ​ຟໍ​ເນຍ

The Toho marching band from Nagoya, Japan, performs at the 135th Rose Parade in Pasadena, Calif., Jan. 1, 2024.

ຂະ​ບວນ​ລົດ​ແຫ່​ທີ່​ຫຸ້ມ​ດ້ວຍດອກ​ໄມ້ ກອງ​ດຸ​ລິ​ຍາງ ແລະ​ໝວດ​ໝູ່​ພວກ​ຂີ່​ມ້າ ໄດ້​ພາ​ກັນ​ລົງ​ສູ່​ຖະ​ໜົນ​ຫົນ​ທາງ ພາຍ​ໃຕ້​ທ້ອງ​ຟ້າ​ ທີ່​ເຕັມ​ໄປ​ດ້ວຍ​ແສງ​ແດດ​ຂອງ​ລັດ​ຄາ​ລີ​ຟໍ​ເນຍ ໃນ​ຂະ​ນະ​ທີ່ການ​ແຫ່​ຂະ​ບວນ​ພາ​ເຣດ ​ຫຼື​ການ​ສວນ​ສະ​ໜາມດອກ​ກຸ​ຫຼາບ​ຄັ້ງ​ທີ 135 ໄດ້​ດຶງ​ດູດ​ເອົາ​ຜູ້​ເຂົ້າ​ຊົມ​ຫຼາຍ​ແສນ​ຄົນ ໃນ​ວັນ​ຂຶ້ນ​ປີ​ໃໝ່ ​ມື້​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ແຫ່​ຂະ​ບວນ​ພາ​ເຣດ​ຕາມ​ປະ​ເພ​ນີ ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ພາ​ຊາ​ເດ​ນາ ໃນ​ລັດ​ຄາ​ລີ​ຟໍ​ເນຍ ໃນ​ວັນ​ຈັນ​ວານນີ້ ​ໂດຍມີ​ດາ​ລາ ​ທີ່​ເປັນ​ຕຳ​ນານ​ຂອງບ​ຣອດ​ເວ ອໍ​ດ​ຣາ ແມັກ​ດາ​ໂນ​ລ ໄດ້​ຮັບ​ກຽດ​ໃຫ້​ເປັນ​ຜູ້​ນຳ​ຂອງ​ພາ​ເຣ​ດ ແລະ​ເນື້ອ​ໄນ “ການ​ສະ​ຫຼອງ​ດົນ​ຕີ​ຂອງໂລກ: ພາ​ສາ​ສາ​ກົນ.”

ໂຟ​ລດ​ຂອງ Western Asset ພວມ​ແລ່ນ​ໄປ​ຕາມ​ເສັ້ນ​ທາງ ຂອງ​ພິ​ທີ​ສວນ​ສະ​ໜາມ​ ຫຼື​ພາ​ເຣດດອກ​ກຸ​ຫຼາບ​ຄັ້ງ​ທີ 135 ທີ່​ເມືອງ​ພາ​ຊາ​ເດ​ນາ ໃນ​ລັດ​ຄາ​ລີ​ຟໍ​ເນຍ ເມື່ອ​ວັນ​ທີ 1 ມັງ​ກອນ 2024.

ສຳ​ລັບ​ລາງວັນ​ທີ​ນຶ່ງ​ ໃນ​ການ​ປະ​ກວດ​ Sweepstakes Trophy ໄດ້​ຕົກ​ເປັນ​ຂອງ​ສວນ​ສັດ​ນະ​ຄອນ​ແຊນ​ດີ​ອາ​ໂກ ສຳ​ຫຼວດ​ໂຟ​ລດ “It All Started With a Roar” ຊຶ່ງ​ໄດ້​ພັນ​ລະ​ນາ​ເຖິງ​ ມາ​ສ​ຄັອດທີ່​ເປັນ​ສິງ​ຊື່ Rex ​ແລະ​ການ​ສະ​ຫຼອງ​ໃນການ​ອະ​ນຸ​ລັກ​ສັດ​ປ່າ.

ຝູງ​ຊົນ​ຂະ​ໜາດ​ໃຫຍ່​ຢືນ​ຊົນ​ຢູ່​ຕາມ​ເສັ້ນ​ທາງ ​ທີ່​ແຫ່​ພາ​ເຣດ ​ຫຼື​ການ​ສວນ​ສະ​ໜາມ ຊຶ່ງ​ຫຼາຍໆ​ຄົນໄດ້​ພາ​ກັນ​ໄປ​ຕັ້ງ​ແຄັມນອນ​ຖ້າ ຢູ່​ຕາມ​ທາງ​ຍ່າງ​ ໃນ​ຕອນ​ກາງ​ຄືນ​ເພື່ອ​ຖ້າ​ເບິ່ງ​ພາ​ເຣດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ