ຜູ້ນຳ ຄາຕາໂລເນຍ ກ່າວວ່າ ການພະຍາຍາມ ເພື່ອເປັນເອກກະລາດ ສິ້ນສຸດລົງແລ້ວ

ພວກປະທ້ວງຄົນນຶ່ງ ຖືຮູບ ທີ່ຕັດອອກ ຂອງອະດີດ ປະທານາ ທິບໍດີ ທ່ານ ຄາລສ໌ ປຸຍເດີມົງ (Carles Puigdemont) ໃນການປະທ້ວງ ຢູ່ນອກລັດຖະສະພາ ທີ່ນະຄອນບາຊາ ໂລນາ, ສເປນ, 30 ມັງກອນ 2018.

ຜູ້ນຳ​ທີ່​ແບ່ງ​ແຍກ​ດິນ​ແດນ ທີ່ລີ້​ໄພ​ຢູ່ໃນ​ຕ່າງ​ແດນ ທ່ານ ​ຄາລສ໌ ປຸຍ​ເດີ​ມົງ (Carles Puigdemont) ​ໄດ້​ເຮັດ​ໃຫ້​ປະ​ເທດສເປ​ນ ຕົກ​ໃຈ ດ້ວຍ​ການໃຫ້ຄວາມ​ເຫັນ​ສ່ວນ​ຕົວ
ທີ່​ໂທລະພາບທ້ອງຖິ່ນ ນຳ​ໄປ​ເປັນ​ຂ່າວ​ ທີ່​ທ່ານ​ໄດ້ກ່າວ​ວ່າ ການພະຍາຍາມເພື່ອແຍກ
ຕົວອອກເປັນ​ເອກ​ກະລາດ​ຂອງ​ຄາ​ຕາ​ໂລ​ເນຍ ນັ້ນ​ແມ່ນ​ “ສິ້ນສຸດ​ລົງ​ແລ້ວ.”

ການ​ຍອມຮັບທີ່ໜ້າຕົກໃຈດັ່ງກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ສານ​ລັດຖະທຳ​ມະນູນ​ສເປນ ​ໄດ້​ຕັດ
ສິນວ່າ​ທ່ານປຸຍ​ເດີ​ມົງບໍ່​ສາມາດ​ທີ່​ຈະ​ເປັນ​ປະທາ​ນໄດ້ ​ເພາະວ່າ ທ່ານ​ປະ​ເຊີນ​ ກັບ​ການ
​ຖືກ​ຈັບ​ກຸມແລະ​ບໍ່ໄດ້​ໄປປາກົດ​ຕົວ ເພື່ອຮັບເອົາຕຳແໜ່ງ​ປະທານ​ນັ້ນ.

ໂຄສົກຂອງສະພາຄາຕາໂລເນຍ ທ່ານ ໂຣເຈີ ທໍເຣັນຕ໌ (Roger Torrent) ກຳລັງໄປຮອດໄປເຖິງ ລັດຖະສະພາ ໃນນະຄອນບາຊາໂລນາ, ສເປນ, 30 ມັງກອນ 2018.

“ຂັ້ນ​ຕອນ​ຂອງ​ການ​ເປັນ​ເອກ​ກະລາດ​ ​ແມ່ນ​ໄດ້​ສິ້ນສຸດ​ລົງ​ແລ້ວ. ຂ້າພະ​ເຈົ້າ​ໄດ້​
ເສຍ​ສະຫຼະ,”
ນັ້ນຄືຄຳເວົ້າຂອງທ່ານປຸຍ​ເດີ​ມົງ ​ໄດ້​ຂຽນ​ໃນ​ຂໍ້ຄວາມ​ສົ່ງ​ໄປ​ໃຫ້​ພວກ​ໝູ່​
ເພື່ອນ​ຜູ້​ໃກ້ຊິດ​ທີ່​ເຊື່ອ​ຖື​ໄດ້ຂອງ​ທ່ານ ຫຼັງ​ຈາກ​ທີ່ ​ໂຄສົກ​ຂອງ​ສະພາ​ຄາ​ຕາ​ໂລ​ເນຍ
ທ່ານ ​ໂຣ​ເຈີ ທໍເຣັນຕ໌ໄດ້​ຍົກ ​ເລີກ​ກອງ​ປະຊຸມ​ສະພາໃນ​ວັນ​ອັງຄານຜ່ານ​ມາ​ນີ້​ທີ່ພວກແບ່ງແຍກດິນແດນກຳສຽງສ່ວນຫຼາຍມີແຜນທີ່ຈະສະເໜີຊື່ໃຫ້ທ່ານເຂົ້າຮັບ
ຕຳແໜ່ງນັ້ນ.

ຮອງ​ປະທານເຂດຄາຕາໂລເນຍ ທ່າ​ນນາງ ​ໂສຣາຢາ ເຊນ​ສ ​ເດີ ຊາງ​ຕາ​ມາ​ເຣຍ
(Soraya Saenz de Santamaria) ​ໄດ້​ຮຽກຮ້ອງ​ໃຫ້​ທ່ານທໍເຣັນຕ໌ ​ເລືອກ​ເອົາ
​ຜູ້​ສະ​ໝັກ ທ່ານ​ໃດ ກໍ​ໄດ້ ​ເພື່ອມາ​ເ​ເທ​ນທ່ານປຸຍ​ເດີ​ມົງ.

“ທ່ານທໍເຣັນຕ໌ ຕ້ອງ​ໄດ້​ເປີດ​ການ​ຕິດ​ຕໍ່​ພົວພັນ​ຄັ້ງ​ໃໝ່ ​ເພື່ອ​ຮັກສາ​ສະຖານະ​ການ
ທີ່​ໄດ້​ກໍ່ໃຫ້ເກີດຂຶ້ນ ​ໂດຍ​ທ່ານປຸຍ​ເດີ​ມົງ,”
ນັ້ນຄືຄຳເວົ້າທ່າ​ນນາງ .

ນັກ​ຂ່າວ​ຂອງ​ອົງການ​ຂ່າວ​ເທ​ເລ​ຊິງ​ໂກ ​ໄດ້​ບັນທຶກ​ພາບ ກ່ຽວກັບ​ຂໍ້ຄວາມ​ຂອງ​
ທ່ານປຸຍ​ເດີ ​ມົງ ທີ່​ໄດ້​ຖືກ​ສົ່ງ​ໄປ​ຍັງ​ໂທລະສັບ​ມື​ຖື​ຂອງ​ທ່ານ​ໂທ​ນີ ຄອມ​ມິນ ຜູ້​ຊ່ອຍ
​ທີ່​ໃກ້ຊິດ ທີ່​ໄດ້​ລີ້​ໄພ​ຢູ່​ຕ່າງປະ​ເທດ​ເຊັ່ນ​ກັນ. ສະຖານ​ນີດັ່ງກ່າວ ​ໄດ້​ຖ່າຍພາບກອງ
​ປະຊຸມ ​ທີ່​ນະຄອນບຣັສ​ໂຊ​ລ ທີ່​ທ່ານປຸຍ​ເດີ​ມົງ ມີໝາຍກຳໜົດ​ການ ຈະ​ເຂົ້າ​ຮ່ວມນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ນຳທີ່ແບ່ງແຍກດິນແດນ ທີ່ລີ້ໄພຢູ່ໃນຕ່າງແດນ ທ່ານ ຄາລສ໌ ປຸຍເດີມົງ ຊີ້ແຈງຕໍ່ສື່ມວນຊົນ ໃນນະຄອນ ບຣັສໂຊ, ເບລຈຽມ, 24 ມັງກອນ 2018.